ແນະນຳອີກສະຖານທີ່ພັກຜ່ອນທ້າຍປີ ຜາລາຍແຄມຊອງ

249

ມີແຜນໄວ້ແລ້ວຫຼືຫຍັງທ້າຍປີນີ້ຈະໄປພັກຜ່ອນຢູ່ໃສ ກັບໃຜ ຫຼາຍໆຄົນກໍຄົງວາງແຜນໄວ້ແນ່ແລ້ວ ກຽມໄປ ຫຼື ອາດຈະໄປແລ້ວ ແຕ່ສໍາລັບໃຜທີ່ຍັງລັງເລ ຫຼື ບໍ່ຮູ້ຈະໄປໃສ

ຂໍແນະນໍາໜຶ່ງສະຖານທີ່ ທີ່ວິວງາມ ບັນຍາກາດດີ ຄື ຜາລາຍແຄມຊອງ ບ້ານ ປາກເປາະ ເມືອງວັງວຽງ ເປັນສະຖານທີແຄມປີ້ງ ພັກຜ່ອນແບບຄອບຄົວ, ໝູ່ຄູ່ ຄົນຮັກ ຫຼື ການມາເປັນກຣຸບ ຫລືບໍລິສັດກໍໄດ້ ສະຖານທີ່ກວ້າງຂວາງ.

ຕາມພາບແລ້ວທ່ານຈະໄດ້ເຫັນທັງວິວຜາລາຍງາມທັງຕອນເຊົ້າ ສວາຍແລງ ໃນບັນຍາກາດທີ່ແຕກຕ່າງກັນ ທັງໝອກ ແສງແດດກະທົບກັບນໍ້າຊອງ ບັນຍາກາດແບບນີ້ ໃຜກໍຕ້ອງການ.

ສໍາລັບການບໍລິການ ທີ່ທາງເພຈເພິ່ນບອກໄວ້ດັ່ງນີ້ 1 ເຊົ່າເຕັ້ນນອນ 1 ດາງນອນໄດ້ 2 ຄົນ ລາຄາ 120.000kip/1ຄືນ ໃນເຕັ້ນ ມີເສື່ອ 2 ຜືນ ຜ້າຮົມໃຫຍ່ ຫມອນ 2 ຫນ່ວຍ ໃຫ້ພ້ອມ, 2 ຖ້າລູກຄ້າເອົາເຕັ້ນມາກາງເອງ ເຊົ່າພື້ນທີ່ພຽງແຕ່ 50,000Kip/1ຄືນ

ມີເຄື່ອງນອນໃຫ້ເຊົ່າຄົບຊຸດ, ມີຫ້ອງນໍ້າສະອາດ ມີນໍ້າອຸ່ນ ຫ້ອງອາບນໍ້າໄວ້ໃຫ້ບໍລິການທ່ານພ້ອມອາຫານ ແລະເຄື່ອງດື່ມຄົບຊຸດ ໄປທີ່ນີ້ຫາຍຫ່ວງເລີຍ.

(ຫມາຍເຫດ ລູກຄ້າບໍ່ສາມາດນຳອາຫານແລະເຄື່ອງດື່ມເຂົ້າມາໃນສະຖານທີ່ ແຄມປິ້ງ)

ສໍາລັບ ຜາລາຍແຄມຊອງ ຢູ່ທີ່ບ້ານ ປາກເປາະ ເມຶອງວັງວຽງ ກາຍຖໍ້າລົມມາຫນ້ອຍຫນຶ່ງ ຮ່ອມໂຮງແຮມຈຳປາທອງ.

.

ຈາກ: Phalay View Song River