ຊື້ສິນຄ້າລາວ ເປັນຂອງຂວັນປີໃໝ່ສົ່ງເສີມຜູ້ຜະລິດ

377

ຫົວໜ້າກົມສົ່ງເສີມການຄ້າ ລະບຸວ່າ: ໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ນີ້ ຫາກຄົນລາວເຮົາຫັນມາຊື້ສິນຄ້າທີ່ຜະລິດພາຍໃນໄປອວຍພອນຄົນທີ່ທ່ານຮັກ ແລະ ນັບຖື ຈະເປັນການສົ່ງເສີມຜູ້ຜະລິດພາຍໃນໃຫ້ມີກຳລັງໃຈນຳໄປສູ່ການປັບປຸງຄຸນນະພາບສິນຄ້າໃຫ້ດີຂຶ້ນ.

ທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດວ່າ: ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ທີ່ໃກ້ຈະມາເຖິງນີ້ຢາກໃຫ້ບັນດາບໍລິສັດ, ອົງການ, ບຸກຄົນ ຫັນມາເບິ່ງສິນຄ້າຂອງລາວເຮົາ, ຈັບເອົາສິນຄ້າຂອງລາວໄປເປັນຂອງຂວັນໃຫ້ກັບຜູ້ທີ່ທ່ານຮັກ, ຜູ້ທີ່ທ່ານຢາກໄປອວຍພອນ ເພື່ອໃຫ້ໂອກາດຜູ້ຜະລິດພາຍໃນ, ສ້າງກຳລັງໃຈໃຫ້ເຂົາເຈົ້າໃຫ້ມີການປັບປຸງສິນຄ້າເພີ່ມຂຶ້ນ ເພາະວ່າຖ້າຜູ້ປະກອບການໄດ້ຂາຍສິນຄ້າໄປຊິ້ນໜຶ່ງສອງຊິ້ນແລ້ວ ເຂົາເຈົ້າຈະດີໃຈທີ່ເຫັນຄົນລາວເຮົາໄດ້ພະຍາຍາມຊຸກຍູ້ສົ່ງເສີມສິນຄ້າລາວ ດ້ວຍເຫດນັ້ນຈຶ່ງຢາກຂໍຝາກໃຫ້ພວກເຮົາພະຍາຍາມຊື້ສິນຄ້າລາວ ໂດຍສະເພາະແມ່ນກະຕ່າຂອງຂວັນລາວ ເພາະຢູ່ໃນກະຕ່າໜຶ່ງແມ່ນມີສິນຄ້າຈາກຫຼາຍບໍລິສັດ, ຫຼາຍຫົວໜ່ວຍໂອດ໊ອບທີ່ປະກອບຢູ່ໃນກະຕ່ານັ້ນ ຖືວ່າເຮົາໄດ້ຊ່ວຍຫຼາຍບໍລິສັດ ແລະ ຖ້າຈຳໜ່າຍໄດ້ປີໜ້າຫຼາຍບໍລິສັດກໍຈະມີການປັບປຸງຜະລິດຕະພັນຂອງຕົນໃຫ້ ງາມຂຶ້ນກວ່າເກົ່າ ເຊິ່ງມັນຈະເລີ່ມຕົ້ນແບບນີ້ໄປເລື້ອຍໆ.

ສະນັ້ນ, ການເລີ່ມຊື້ເລັກໆໜ້ອຍໆໃນມື້ນີ້ມັນຈະສ້າງ ຄວາມຊິນເຄີຍ, ສ້າງນິດໄສຂອງເຮົາໃຫ້ຫັນມາຊື້ສິນຄ້າລາວ ແລະ ຕໍ່ໄປກໍຈະລືມວ່າກະຕ່າທີ່ນຳເຂົ້າຈາກຕ່າງປະເທດແລ້ວກໍຈະມີການສົມທຽບວ່າກະຕ່າລາວດີກວ່າ ເຊິ່ງຢາກໃຫ້ມັນເກີດລັກສະນະແບບນີ້ຂຶ້ນ ເພາະກົມສົ່ງເສີມການຄ້າຂອງພວກເຮົາ ເປົ້າໝາຍອັນດັບໜຶ່ງກໍຄືສົ່ງເສີມສິນຄ້າລາວ ບໍ່ວ່າຈະເປັນການຂາຍສິນຄ້າຊະນິດດຽວ ຫຼື ຂາຍຫຼາຍຊະນິດສິນຄ້າຢູ່ລວມກັນຄືດັ່ງກະຕ່າຂອງຂວັນນີ້ໃຫ້ເປັນສິ່ງທີ່ຖືກໃຈຜູ້ຊື້ ແລະ ມອບເປັນຂອງຂວັນ ຫຼື ຊື້ໄປຊົມໃຊ້ເອງ.

ທ່ານ ນາງ ຂັນທອງ ຄຳວິໄລທອງ ຜູ້ອຳນວຍການຫ້ອງປຸງແຕ່ງຫັດຖະກຳຢາພື້ນເມືອງກາກະທິງທອງ, ບໍລິສັດ ວຽງທອງເທຣດດິ້ງ ຈຳກັດ ໃຫ້ສຳພາດວ່າ: ໃນການສົ່ງເສີມຜະລິດຕະພັນພາຍໃນທາງບໍລິສັດພວກເຮົາກໍໄດ້ມີການເຮັດກະຕ່າຂອງຂວັນເນື່ອງໃນໂອກາດປີໃໝ່ສາກົນ ເຊິ່ງໄດ້ນຳເອົາຜະລິດຕະພັນລາວ ໂດຍສະເພາະບັນດາສິນຄ້າໂອດ໊ອບຂອງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃສ່ລົງໃນກະຕ່າ ເຊັ່ນ: ຊາຂຽວຜົ້ງສາລີ, ນ້ຳໝາກຍໍ, ຢາສະດອກອັນຊັນ, ນໍ້າມັນງາທາ, ເຂົ້າໜຽວກໍ່າ, ນໍ້າຫວານ 108 ແລະ ຜະລິດຕະພັນອື່ນໆຂອງລາວທີ່ມີຄຸນນະພາບ, ມີ ອຢ ເຊິິ່ງເປັນການເພີ່ມຊ່ອງທາງຈຳໜ່າຍໃຫ້ແກ່ບັນດາຜະລິດຕະພັນລາວ ແລະ ພາບລວມການຈຳໜ່າຍກະຕ່າຂອງຂວັນໃນປີນີ້ກໍຂ້ອນຂ້າງດີກວ່າປີຜ່ານມາ ຍ້ອນມີຄົນຮູ້ຈັກຫຼາຍຂຶ້ນ, ຄົນລາວຫັນມາສົ່ງເສີມສິນຄ້າລາວຫຼາຍຂຶ້ນ ພ້ອມຕັ້ງເປົ້າຈຳໜ່າຍ 300 – 500 ກະຕ່າ, ປັດຈຸບັນໄດ້ມີບັນດາບໍລິສັດ, ສຳນັກງານອົງການ, ບຸກຄົນເຂົ້າມາຊື້, ສັ່ງຈອງໄປຈຳນວນຫຼາຍ. ຂະນະທີ່ລາຄາກໍເລີ່ມຕົ້ນທີ່ 150.000 ຂຶ້ນໄປ ຫຼື ຈະເລືອກສັ່ງຕາມໃຈຕາມເງິນຂອງລູກຄ້າກໍໄດ້ ແລະ ຖ້າຫາກທຽບໃສ່ລາຄາກະຕ່າຂອງຂວັນຕາມທ້ອງຕະຫຼາດໂດຍທົ່ວໄປແລ້ວແມ່ນລາຄາທີ່ບໍ່ແພງ.

ທ່ານ ນາງ ບຸນຮຽງ ພົມມີໄຊ ເຈົ້າຂອງຜະລິດຕະພັນເຂົ້າຈຳປາຫອມ ກ່າວວ່າ: ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທາງບໍລິສັດພວກເຮົາກໍໄດ້ຈຳໜ່າຍກະຕ່າຂອງຂວັນເປັນຜະລິດຕະພັນເຂົ້າ ມີ: ເຂົ້າເໝົ່າ, ເຂົ້າຈ້າວກໍ່າ – ໜຽວກໍ່າ, ເຂົ້າໜຽວໄກ່ນ້ອຍ – ຈ້າວໄກ່ນ້ອຍ, ເຂົ້າຈ້າວກ່ອງ ເຊິ່ງປັດຈຸບັນບັນດາຜະລິດຕະພັນເຫຼົ່ານີ້ມີຈຳໜ່າຍຢູ່ໂຊກໄຊມາກ 14 ສາຂາ ໃນນະຄອນຫຼວງວຽງຈັນ ແລະ ເພື່ອເປັນການຊຸກຍູ້ຜະລິດຕະພັນພາຍໃນ ເຮົາຂໍເຊີນຊວນຜູ້ບໍລິໂພກ, ຜູ້ທີ່ຢາກໄດ້ຂອງໄປຝາກໄປຕ້ອນ ຢາກໃຫ້ຊື້ຜະລິດຕະພັນລາວເຮົາເພື່ອເປັນການສົ່ງເສີມຜູ້ຜະລິດພາຍໃນ.