ເຄື່ອງດື່ມຈາກຂີງອຸ່ນໆ Ginger Mint Hot Chocolate

91

ສູດນົມຮ້ອນຊ໋ອກໂກແລັດທີ່ອຸດົມໄປດ້ວຍຢາພື້ນເມືອງ ເພາະນອກຈາກຈະຊ່ວຍໃຫ້ຮ່າງກາຍອຸ່ນຂຶ້ນແລ້ວ ໃນຢາພື້ນເມືອງຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ໃບມິ້ນ ຈະຊ່ວຍປິ່ນປົວອາການອ່ອນເພຍຂອງຮ່າງກາຍ, ຊ່ວຍບັນເທົາອາການຫວັດ ເປັນຕົ້ນແມ່ນນ້ຳມູກໄຫຼ, ອາການໄອ, ຈາມ ແລະ ຍັງຊ່ວຍປິ່ນປົວອາການເຈັບຫົວຂ້າງດຽວ ( ພະຍາດໄມເກນ ). ນອນນີ້, ຍັງມີຂີງທີ່ຊ່ວຍໃຫ້ລະບົບຍ່ອຍອາຫານດີຂຶ້ນ, ແກ້ທ້ອງອືດ ແລະ ຊ່ວຍຂັບລົມໃນກະເພາະ

ສ່ວນປະສົມ:

1 ໃບມິ້ນ 5 ໃບ.

2 ຂີງສົດຂູດ 1/2 ບ່ວງກາເຟ.

3 ນົມສົດ 1 ຈອກໃຫຍ່.

4 ຜົງໂກໂກ້ 4 ບ່ວງກາເຟ.

5 ນ້ຳຕານ 1 ບ່ວງແກງ.

6 ຜົງ ຫຼື ກິ່ນວານິລາ 1/4 ບ່ວງກາເຟ.

7 ສານສະກັດຈາກ           ແອລມອນ 1 ຢອດ.

8 ຟອງນົມ ແລະ ເຂົ້າໜົມຕ່າງໆສຳລັບແຕ່ງໜ້າ.

ວິທີປຸງແຕ່ງ:

ບົດໃບມິ້ນ ແລະ ຂີງໃຫ້ເຂົ້າກັນດີແລ້ວຖອກນົມສົດໃສ່ໝໍ້ຄ້າງໄຟອ່ອນໆ. ຈາກນັ້ນ, ຈຶ່ງເອົາສ່ວນປະສົມທີ່ເຮົາບົດໄວ້ນັ້ນລົງພ້ອມກັບນ້ຳຕານ ແລະ ຜົງໂກໂກ້, ເມື່ອເອົາສ່ວນປະສົມລົງໝໍ້ຮຽບຮ້ອຍແລ້ວຄົນໄປເລື້ອຍໆຈົນເລີ່ມຟົດ ແລະ ຍົກອອກຈາກເຕົາໄຟ.

ຫຼັງຈາກນັ້ນ, ໃສ່ຜົງວານິ ລາ ແລະ ສານສະກັດຈາກ     ແອລມອນພ້ອມຄົນໃຫ້ເຂົ້າກັນດີແລ້ວຖອກໃສ່ຈອກຈະຕົກແຕ່ງດ້ວຍເຂົ້າໜົມຫວານ, ຟອງນົມໄດ້ຕາມຕ້ອງການ ຫຼື ຈະບໍ່ຕົກແຕ່ງກໍໄດ້.

ຮຽບຮຽງ: ນຸ້ມນິ້ມ;ຂໍ້ມູນຈາກ: thelittlee-picurean