ລາຄາຊີ້ນໝູໃນຕະຫຼາດແພງຂຶ້ນ

261

ລັດກໍານົດລາຄາຂາຍຊີ້ນໝູຫ້າມເກີນ 36.000 ກີບຕໍ່ກິໂລ, ປານິນກະຊັງ ຫ້າມເກີນ 20.000 ກີບຕໍ່ກິໂລ. ແຕ່ບາງຕະຫຼາດຂາຍຊີ້ນໝູແພງເຖິງ 40.000 ກີບຕໍ່ກິໂລ, ສ່ວນປານິນຢູ່ທີ່ 22.000 ຫາ 25.000 ກີບຕໍ່ກິໂລ. ດ້ານແມ່ຄ້າຂາຍຍ່ອຍເຜີຍຂາຍແພງ ເນື່ອງຈາກລາຄາຂຶ້ນມາຈາກໜ້າຟາມ ພ້ອມຮຽກຮ້ອງເຈົ້າໜ້າທີ່ລົງກວດກາລາຄາຂາຍຕົວຈິງ.

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 2307/ອຄ.ນວ.ຄພນ ລົງວັນທີ 18 ທັນວາ 2019 ໃຫ້ຊາວຄ້າຂາຍຈຳໜ່າຍສິນຄ້າໃນລາຄາລັດກຳນົດ. ຢ່າງໃດກໍຕາມ, ຈາກການລົງພື້ນທີ່ຢູ່ 2 ຕະຫຼາດ ໃນວັນທີ 25 ທັນວາ ເພື່ອຕິດຕາມລາຄາສິນຄ້າຕົວຈິງພົບວ່າລາຄາຊີ້ນໝູ ແລະ ປາແມ່ນແພງກວ່າລາຄາລັດກໍານົດ; ແຕ່ລາຄາຊີ້ນງົວ, ຄວາຍແມ່ນຢູ່ໃນເກນປົກກະຕິ ຄື: ປະເພດ 1 ຢູ່ທີ່ 75.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 65.000 ກີບຕໍ່ກິໂລ.

ແມ່ຄ້າຂາຍຊີ້ນໝູທ່ານໜຶ່ງທີ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນຜ່ານມາລາຄາຊີ້ນໝູແພງຂຶ້ນຫຼາຍ ເຮັດໃຫ້ຕ້ອງຂາຍຊີ້ນໝູປະເພດ 1 ຢູ່ທີ່ 38.000 ກີບຕໍ່ກິໂລ ( ລັດກຳນົດ 36.000 ກີບ ) ເຊິ່ງສາເຫດທີ່ເຮັດໃຫ້ຊີ້ນໝູໃນຕະຫຼາດແພງຂຶ້ນ ເນື່ອງມາຈາກລາຄາໝູໜ້າຟາມແພງຂຶ້ນຈາກທີ່ເຄີຍຊື້ພຽງ 22.000 ກີບຕໍ່ກິໂລ ປັດຈຸບັນຢູ່ທີ່ 27.000 ກີບຕໍ່ກິໂລ ຍັງຕ້ອງມາຜ່ານມືຜູ້ເກັບຊື້ອີກກ່ອນຈະຮອດແມ່ຄ້າຍູ້ລາຄາໃຫ້ສູງຂຶ້ນອີກ.

ແມ່ຄ້າຂາຍຊີ້ນໝູຢູ່ຕະຫຼາດວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຊີ້ນໝູທີ່ຂາຍປັດຈຸບັນ ປະເພດ 1 ລາຄາ 40.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 30.000 ກີບຕໍ່ກິໂລ ແລະ ຄາດວ່າຍັງຈະສູງຂຶ້ນອີກ.

ຂະນະທີ່ແມ່ຄ້າຂາຍປາ ຢູ່ຕະຫຼາດວິທະຍາເຂດດົງໂດກ ກ່າວວ່າ: ລາຄາປາໃນປັດຈຸບັນຂາຍຢູ່ທີ່ 22.000 ຫາ 25.000 ກີບຕໍ່ກິໂລ ( ລາຄາລັດກຳນົດ 20.000 ກີບຕໍ່ກິໂລ ) ເປັນລາຄາທີ່ແພງຂຶ້ນແຕ່ກໍຂາຍຕາມລາຄາຄວາມເປັນຈິງທີ່ຮັບມາຈາກແມ່ຄ້າຄົນກາງ, ແຕ່ຖ້າຢາກໃຫ້ລາຄາຫຼຸດລົງກວ່ານີ້. ຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຊ່ວຍລົງກວດກາເພື່ອແກ້ໄຂການປັບລາຄາ ໂດຍເລີ່ມມາຈາກລາຄາໜ້າກະຊັງ, ແມ່ຄ້າຄົນກາງຫາກແກ້ຈຸດນັ້ນໄດ້ແມ່ຄ້າຂາຍຍ່ອຍໜ້າຕະຫຼາດກໍຈະສາມາດປັບລົງຕາມໄດ້.

ນອກຈາກນີ້, ລາຄາສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະພືດຜັກ, ແມ່ຄ້າຂາຍຜັກໃນຕະຫຼາດຫົວຂົວ ໃຫ້ຮູ້ວ່າ: ລາຄາມັນມີການເໜັງຕີງຢູ່ຕະຫຼອດ, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາຖືວ່າປົກກະຕິດີ ເປັນຕົ້ນຫອມບົ່ວ ຂາຍໃນລາຄາ 10.000 ກີບຕໍ່ກິໂລ, ຫອມປ້ອມ 8.000 ກີບຕໍ່ກິໂລ, ຜັກກາດຊອມ 6.000 ກີບຕໍ່ກິໂລ, ຫອມລາບ 20.000 ກີບຕໍ່ກິໂລ, ກະຫຼໍ່າປີ 6.000 ກີບຕໍ່ກິໂລ ແລະ ໝາກເຜັດ 30.000 ກີບຕໍ່ກິໂລ.

ແມ່ຄ້າຂາຍເຂົ້າຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຂາຍເຂົ້າສານໜຽວ ປະເພດ 1 ທີ່ 12.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 10.000 ກີບຕໍ່ກິໂລ; ເຂົ້າຈ້າວມະລິ ປະເພດ 1 ຢູ່ທີ່ 12.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 11.000 ກີບຕໍ່ກິໂລ. ເຫັນວ່າຍັງເປັນລາຄາທີ່ແພງຈາກທີ່ຫຼາຍຝ່າຍຄາດວ່າລາຄາຈະປັບລົງເມື່ອເກັບກ່ຽວເຂົ້ານາປີ.

ອີງຕາມແຈ້ງການເລກທີ 2307/ອຄ.ນວ.ຄພນ ລົງວັນທີ 18 ທັນວາ 2019 ຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກໍານົດລາຄາຂາຍຍ່ອຍປະເພດ ຊີ້ນ, ປາ ດັ່ງນີ້:

1). ລາຄາຊີ້ນໝູ ປະເພດ 1 ( ຊີ້ນກ້ອນ ແລະ ດູກຂ້າງ ) ສູງສຸດບໍ່ໃຫ້ເກີນ 36.000 ກີບຕໍ່ກິໂລ.

2). ລາຄາຊີ້ນໝູ ປະເພດ 2 ( ສາມຊັ້ນ, ຊີ້ນຕິດມັນ ) ສູງສຸດບໍ່ໃຫ້ເກີນ 34.000 ກີບຕໍ່ກິໂລ.

3). ລາຄາຊີ້ນງົວ, ຄວາຍ ປະເພດ 1 ສູງສຸດບໍ່ໃຫ້ເກີນ 75.000 ກີບຕໍ່ກິໂລ.

4). ລາຄາຊີ້ນງົວ, ຄວາຍ ປະເພດ 2 ສູງສຸດບໍ່ໃຫ້ເກີນ 65.000 ກີບຕໍ່ກິໂລ.

5). ລາຄາປານິນກະຊັງ ສູງສຸດບໍ່ໃຫ້ເກີນ 20.000 ກີບຕໍ່ກິໂລ. ທັງນີ້, ລາຄາຂາຍຍ່ອຍທີ່ໄດ້ກຳນົດໃນແຈ້ງການສະບັບນີ້ແມ່ນໃຫ້ຈັດຕັ້ງປະຕິບັດຈົນ ກວ່າຈະມີແຈ້ງການປັບປຸງລາຄາຂາຍຍ່ອຍສະບັບໃໝ່ເພື່ອປ່ຽນແທນ.