ຕົ້ນ 2020 ຮູ້ກັນ ລາຄາກະແສໄຟຟ້າຮູບແບບໃໝ່, ຄອບຄົວທຸກຍາກຫຼຸດ 50%

240

ມາຮອດປັດຈຸບັນ, ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ຍັງບໍ່ທັນສາມາດປັບປຸງລາຄາກະແສໄຟຟ້າໃຫ້ຢູ່ໃນລະດັບດຽວກັນໄດ້ຄື 700 ກີບ/ກິໂລວັດໂມງ ແລະ ນະໂຍບາຍຫຼຸດຄ່າກະແສໄຟຟ້າ 50% ສຳລັບຄອບຄົວທີ່ມີລາຍຮັບຕໍ່າ, ເນື່ອງຈາກມີຫຼາຍຢ່າງທີ່ຈະຕ້ອງໄດ້ມີການປັບປຸງຄືນໃໝ່ ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ. ຫຼັງຈາກສຳເລັດຄາດວ່າຈະປະກາດໃຊ້ຕົ້ນປີ 2020 ນີ້.

ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 19-20 ທັນວາ 2019 ວ່າ: ລັດຖະບານ ໄດ້ສຶກສາລາຄາຄ່າກະແສໄຟຟ້າໃໝ່ນັບແຕ່ປີ 2017 ເປັນຕົ້ນມາ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ເພື່ອຄົ້ນຄວ້າວ່າລາຄາໃດມີຄວາມເໝາະສົມຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນປັດຈຸບັນ ໂດຍສົມທຽບທາງດ້ານການເງິນທີ່ກູ້ຢືມມາພັດທະນາ. ແນ່ນອນຖ້າກໍານົດຄ່າກະແສໄຟຟ້າຕາມການສຶກສາຂອງທະນາຄານໂລກຈະມີຜົນກະທົບຕໍ່ປະຊາຊົນຢ່າງຫຼວງຫຼາຍເນື່ອງຈາກມີລາຍຮັບຕ່ຳ.

ດັ່ງນັ້ນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເປັນເຈົ້າການໃນການສຶກສາຄ່າໄຟຟ້າຕື່ມ ໂດຍແຕ່ງຕັ້ງຄະນະລະດັບຊາດທີ່ມີຫຼາຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ ເພື່ອຮັບຜິດຊອບວຽກງານນີ້. ເຊິ່ງຜ່ານມາແຜນປັບປຸງລາຄາຄ່າກະແສໄຟຟ້າໃນລາຄາດຽວ 700 ກີບ/ກິໂລວັດໂມງ ໄດ້ເອົາເຂົ້າຄົ້ນຄວ້າໃນກອງປະຊຸມນາຍົກ-ຮອງນາຍົກ ແລະ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ມາແລ້ວໃນເດືອນ ມິຖຸນາ 2019.

ຢ່າງໃດກໍ່ຕາມ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ອີກວ່າ: ຫຼັງຈາກນຳເອົາແຜນປັບປຸງລາຄາຄ່າກະແສໄຟຟ້າໃນລາຄາດຽວ 700 ກີບ/ກິໂລວັດໂມງ ເຂົ້າຄົ້ນຄວ້າຢູ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ນໍາເອົາແຜນປັບປຸງລາຄາຄ່າກະແສໄຟຟ້ານີ້ ໄປເຜີຍແຜ່ໃຫ້ສັງຄົມຮັບຮູ້ເຂົ້າໃຈ, ພ້ອມທັງໄດ້ປັບປຸງຕາມຂໍ້ສະເໜີຕ່າງໆຄືນໃໝ່. ປັດຈຸບັນ ພວມຢູ່ໃນຂັ້ນຕອນສະຫຼຸບສັງລວມການປັບປຸງໃໝ່ ເພື່ອສະເໜີຕໍ່ຄະນະລັດຖະບານຄົ້ນຄວ້າພິຈາລະນາການປັບປຸງຄ່າກະແສໄຟຟ້າໃໝ່ອີກເທື່ອໜຶ່ງ. ເຊິ່ງກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງການທົດລອງນໍາໃຊ້ການເກັບຄ່າກະແສໄຟຟ້າໃໝ່ໃນລາຄາດຽວ ແຕ່ຕ້ອງພິຈາລະນາໃຫ້ເປັນລາຄາທີ່ເໝາະສົມ ແລະ ຍຸຕິທໍາທີ່ສຸດສໍາລັບຜູ້ທີ່ໃຊ້ໄຟຟ້າຫຼາຍ ແລະ ໃຊ້ໄຟຟ້າໜ້ອຍ.

ແນວໃດກໍ່ຕາມ ຫຼັງຈາກການສັງລວມຂໍ້ຄິດເຫັນ ຫຼື ການປັບປຸງລາຄາຄ່າກະແສໄຟຟ້າໃໝ່ສໍາເລັດແລ້ວ ຈະໄດ້ລາຍງານຄະນະລັດຖະບານພິຈາລະນາ ແລະ ອະນຸມັດຕາມຄວາມເໝາະສົມ ແລະ ຄາດວ່າຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນທາງການໃນຕົ້ນປີ 2020.

ປັດຈຸບັນ, ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໄສຢູ່ລາວມີ 6 ຂັ້ນ, ເຊິ່ງແຕ່ລະຂັ້ນມີລາຄາທີ່ແຕກຕ່າງກັນ ເລີ່ມຈາກລາຄາຕ່ຳສຸດ 348 ກີບ/ກິໂລວັດໂມງ ຈົນຮອດ 999 ກີບ/ກິໂລວັດໂມງ. ແນວໃດກໍ່ຕາມ ປັດຈຸບັນຍັງບໍ່ທັນຮູ້ວ່າການປັບປຸງລາຄາຄ່າກະແສໄຟຟ້າ ໃໝ່ຢູ່ລາວ ທີ່ຄາດວ່າຈະນຳໃຊ້ຢ່າງເປັນທາງການໃນຕົ້ນປີ 2020 ຈະກໍານົດອອກມາໃນຮູບແບບໃດ.

ທີ່ມາ: Lao National Radio