ບໍລິສັດ ລາວສະແຕນເລ ມອບທຶນຊ່ວຍເຫຼືອບູລະນະໂຮງຮຽນປະຖົມສະຫວ່າງ ມູນຄ່າ 138 ລ້ານກວ່າກີບ

98

ບໍລິສັດ ລາວສະແຕນເລ ຈໍາກັດ ມອບທຶນຊ່ວຍເຫຼືອບູລະນະໂຮງຮຽນ ແລະ ຕູ້ໃສ່ເອກະສານ ລວມມູນຄ່າຫຼາຍກວ່າ 138 ລ້ານກີບ, ໃຫ້ກັບໂຮງຮຽນປະຖົມສະ ຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນເພື່ອເປັນການສົ່ງເສີມການສຶກສາ ແລະ ໃຫ້ນ້ອງນັກຮຽນໄດ້ມີສິ່ງແວດລ້ອມທີ່ດີໃນການສຶກສາຮ່ຳຮຽນເຕີບໂຕເປັນພົນລະເມືອງລາວທີ່ມີຄວາມຮູ້ – ຄວາມສາມາດໃນອະນາຄົດ.

ພິທີມອບ – ຮັບທຶນດັ່ງກ່າວ ຈັດຂຶ້ນໃນວັນທີ 20 ທັນວາຜ່ານມາ ທີ່ໂຮງຮຽນປະຖົມສົມບູນສະຫວ່າງ ເປັນກຽດມອບໂດຍ ທ່ານ ອະພິຊາດ ລີ້ອິດສະຫຼະນຸກູນ ປະທານທີ່ປຶກສາ ບໍລິສັດ ລາວສະແຕນເລ ຈໍາກັດ ກັບ ທ່ານ ວິຣະຈິຕ ພິລາພັນເດຊ ປະທານ ບໍລິສັດ ລາວສະແຕນເລ ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ມະນີຈັນ ອູລົດ ຜູ້ອຳນວຍການໂຮງຮຽນປະຖົມສົມບູນສະຫວ່າງ, ມີທ່ານຮອງເຈົ້າເມືອງຈັນທະບູລີ, ຫົວໜ້າຫ້ອງການເມືອງຈັນທະບູລີ, ມີບັນດາຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິຣະຈິຕ ພິລາພັນເດຊ ກ່າວວ່າ: ບໍລິສັດ ລາວສະແຕນເລ ຈໍາກັດ ເປັນບໍລິສັດລົງທຶນລະຫວ່າງ ລາວ ແລະ ຕ່າງປະເທດ ເຊິ່ງໃນແຕ່ລະປີພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາທຸລະກິດ, ເສດຖະກິດຂອງລາວ ໂດຍປະກອບສ່ວນຢ່າງຕັ້ງໜ້າໃນການມອບພັນທະຕ່າງໆຕາມລະບຽບກົດໝາຍຢ່າງຄົບຖ້ວນດ້ວຍດີຕະຫຼອດມາ, ພວກເຮົາໄດ້ເອົາໃຈໃສ່ສ້າງຜົນປະໂຫຍດໃຫ້ແກ່ສັງຄົມໃນແຕ່ລະໄລຍະ ເພື່ອເປັນການແບ່ງເບົາຊ່ວຍເຫຼືອພາກລັດ ແລະ ສັງຄົມ ເຊັ່ນ: ໃນປີ 2016 ໄດ້ອຸປະຖໍາຕິດຕັ້ງໄຟແສງສະຫວ່າງທີ່ສວນປະຕູໄຊ ຈໍານວນ 44 ຊຸດ ລວມມູນຄ່າ 224 ລ້ານກວ່າກີບ, ປີ 2017 ແລະ 2018 ກໍໄດ້ຕິດຕັ້ງໄຟແສງສະຫວ່າງໃຫ້ແກ່ອົງພະທາດຫຼວງ ເພື່ອເຮັດໃຫ້ສະຫວ່າງສະໄຫວໃນຍາມລາຕີການ ຈຳນວນ 76 ຊຸດ ລວມມູນຄ່າ 319 ລ້ານກວ່າກີບ.

ນອກຈາກນັ້ນ, ຍັງຊ່ວຍເຫຼືອດ້ານທຶນການສຶກສາ ເປັນຕົ້ນແມ່ນອຸປະກອນການຮຽນ – ການສອນ ແລະ ອຸປະກອນເຄື່ອງກີລາຈໍານວນໜຶ່ງໃຫ້ແກ່ໂຮງຮຽນພາຍໃນເຂດເມືອງສີໂຄດຕະບອງ ແລະ ໃນໄລຍະເດືອນຕຸລາທີ່ຜ່ານມາ ບໍລິສັດ ລາວສະແຕນເລ ຈໍາກັດ ໄດ້ຮ່ວມກັບມູນນິທິສະແຕນເລ ປະເທດໄທ ອຸປະຖຳໂຕະນັກຮຽນໃຫ້ແກ່ໂຮງຮຽນປະຖົມບ້ານໜອງບຶກ ຈຳນວນ 45 ຊຸດ ມູນຄ່າ 29.670.000 ກີບ.
ເພື່ອເປັນການປົກປັກຮັກສາສະຖານທີ່ການສຶກສາ ໂດຍອີງໃສ່ນະໂຍບາຍໃນການຊ່ວຍເຫຼືອສັງຄົມ. ດັ່ງນັ້ນ, ຄະນະກຳມະການບໍລິຫານງານບໍລິສັດ ຈຶ່ງໄດ້ຕົກລົງອຸປະຖໍາການສ້ອມແປງໂຮງຮຽນປະຖົມສົມບູນສະຫວ່າງ ມູນຄ່າ 129.488.425 ກີບ ແລະ ຕູ້ໃສ່ປຶ້ມຮຽນ ຈໍານວນ 7 ຕູ້ ມູນຄ່າ 8.693.300 ກີບ ລວມມູນຄ່າທັງໝົດ 138.181.725 ກີບ.

ທ່ານ ນາງ ມະນີຈັນ ອູລົດ ກ່າວວ່າ: ຂ້າພະເຈົ້າຂໍຕາງໜ້າໃຫ້ບັນດາຄູ – ອາຈານ ແລະ ນ້ອງນັກຮຽນທັງໝົດຮູ້ສຶກພາກພູມໃຈຫຼາຍ ແລະ ຂໍຂອບໃຈມາຍັງ ບໍລິສັດ ລາວສະແຕນເລ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອບູລະນະສ້ອມແປງໂຮງຮຽນ ແລະ ຕູ້ໃສ່ເອກະສານໃນຄັ້ງນີ້. ພວກຂ້າພະເຈົ້າຂໍສັນຍາວ່າຈະປົກປັກຮັກສາໃຫ້ດີ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດໃຫ້ສົມກັບທາງບໍລິສັດໄດ້ເສຍສະຫຼະວັດຖຸທຶນຮອນມາຊ່ວຍເຫຼືອໂຮງຮຽນແຫ່ງນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານອີກໃນຄັ້ງຕໍ່ໄປ.