ເຂື່ອນໄຟຟ້າ 70 ກວ່າໂຄງການໃນລາວ ກວດຜ່ານຄວາມປອດໄພແລ້ວ

709

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢັ້ງຢືນຈະເພີ່ມທະວີການກວດກາ ແລະ ຄຸ້ມຄອງບັນດາເຂື່ອນພາຍໃນປະເທດ ໃຫ້ຮັບປະກັນດ້ານຄຸນນະພາບ, ຄວາມປອດໄພ ແລະ ມີປະສິດທິຜົນສູງສຸດ ມາຮອດປັດຈຸບັນມີເຂື່ອນ 70 ກວ່າແຫ່ງ ທີ່ໄດ້ດຳເນີນກວດກາຄວາມແໜ້ນໜາ ແລະ ຄວາມປອດໄພຮຽບຮ້ອຍແລ້ວ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຜີຍໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 2 ໃນວັນທີ 19-20 ທັນວານີ້ ຢູ່ທີ່ຫໍປະຊຸມແຫ່ງຊາດວ່າ: ປັດຈຸບັນ ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງຄວາມປອດໄພຂອງເຂື່ອນ ປະກອບມີຫຼາຍຂະແໜງການຮ່ວມກັນຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາການກໍ່ສ້າງເຂື່ອນ ໂດຍເລີ່ມຕົ້ນຈາກການສຶກສາ, ການອອກແບບລະອຽດ, ຮ່ວມມືກັບສາກົນ ແລະ ຜູ້ພັດທະນາໂຄງການໃນການກວດກາອອກແບບ, ກວດກາບັນດາເອກະສານໂຄງການ ລວມເຖິງຜູ້ພັດທະນາໂຄງການໃນການກວດກາພາກສະໜາມຢ່າງເປັນລະບົບຄົບຊຸດ.

ນອກນັ້ນ, ຍັງສະເໝີວິທີແກ້ໄຂບັນຫາໃນກໍລະນີທີ່ພົບເຫັນເພື່ອແກ້ໄຂບັນຫາ ໃຫ້ທັນກັບສະພາບການ ແລະ ປັບປຸງກົນໄກການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ ໃຫ້ມີຄວາມໜາແໜ້ນ ແລະຮັບປະກັນຄຸນນະພາບ ແນໃສ່ສ້າງມາດຕະຖານດ້ານຄວາມປອດໄພໃຫ້ຕິດພັນກັບຄວາມຍືນຍົງໃນການພັດທະນາຂະແໜງພະລັງງານໄຟຟ້າຢູ່ລາວ.

ປັດຈຸບັນທົ່ວປະເທດມີເຂື່ອນ 73 ແຫ່ງ ມີກຳລັງຕິດຕັ້ງເຖິງ 9.531 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ຫລາຍກວ່າ 50 ຕື້ກິໂລວັດໂມງຕໍ່ປີ. ໃນນີ້: ສົ່ງຂາຍໃຫ້ຕ່າງປະເທດເກືອບ 6.000 ເມກາວັດ. ສະເພາະປີນີ້ມີ 12 ເຂື່ອນໄດ້ຮັບການກໍ່ສ້າງສຳເລັດ ແລະ ສາມາດຜະລິດກະແສໄຟຟ້າໄດ້ແລ້ວ ເປັນຕົ້ນເຂື່ອນໄຟຟ້ານໍ້າຂອງແຂວງໄຊຍະບູລີ, ນໍ້າງຽບ 1 , ເຊປຽນ-ເຊນໍ້ານ້ອຍ, ດອນສະໂຮງ ແລະ ແຫຼ່ງອື່ນໆ. ນອກຈາກນີ້ຍັງມີ 27 ໂຄງການພວມດຳເນີນການກໍ່ສ້າງ ຄາດວ່າຈະໃຫ້ສໍາເລັດໃນປີ 2020 ຫາ 2021ນີ້.

ທີ່ມາ: lao national radio