ຜົ້ງສາລີ ຈະສຸມໃສ່ 6 ບູລິມະສິດແກ້ໄຂຄວາມທຸກຍາກຂອງປະຊາຊົນ

362

ຜົ້ງສາລີ ເປັນແຂວງທີ່ມີພື້ນທີ່ຮາບພຽງບໍ່ຫຼາຍ ແຕ່ຍັງມີທີ່ດິນອຸດົມສົມບູນ, ປະຊາຊົນມີມູນເຊື້ອໃນການເຮັດກະສິກຳ ແລະ ມີຕະຫຼາດຮອງຮັບຜົນຜະລິດແລ້ວບາງສ່ວນ. ສະນັ້ນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ຜົ້ງສາລີໄດ້ກຳນົດເອົາ 6 ບູລິມະສິດໃຫ້ປະຊາຊົນຫັນສູ່ການຜະລິດກະສິກຳເນີນສູງເປັນສິນຄ້າ ໂດຍສະເພາະ ການປູກຊາ ເພື່ອຂະຫຍາຍຕະຫຼາດອອກສູ່ຕ່າງປະເທດ, ປູກຢາງພາລາ, ໝາກແໜ່ງ, ກາເຟ, ກ້ວຍ ແລະ ອ້ອຍ ພ້ອມທັງການບໍລິການເຮືອນພັກໂຮມແຮມ, ການທ່ອງທ່ຽວ ລວມເຖິງຫັນສູ່ການຄ້າຊາຍແດນທີ່ມີທ່າແຮງ.

ທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ ໃຫ້ຮູ້ວ່າ: ຜົ້ງສາລີເປັນແຂວງທີ່ມີເງື່ອນໄຂໃນການຫັນສູ່ການຜະລິດກະສິກຳເນີນສູງ ໂດຍສະເພາະການປູກ, ການລ້ຽງເນັ້ນໜັກໃສ່ບັນດາໂຄງການຜະລິດເປັນສິນຄ້າສ້າງລາຍຮັບໃຫ້ປະຊາຊົນ ເປັນຕົ້ນການປູກຊາ ເພື່ອຂະຫຍາຍຕະຫລາດອອກສູ່ຕ່າງປະເທດເຊັ່ນ: ຈີນ ແລະ ເຢຍລະມັນ, ການປູກຢາງພາລາ, ໝາກແໜ່ງ, ກາເຟ, ກ້ວຍ ແລະ ອ້ອຍ ບັນລຸຫຼາຍກວ່າ 3.000 ຫາ 4.000 ເຮັກຕາ ສ້າງລາຍຮັບໃຫ້ປະຊາຊົນໄດ້ 30-35 ຕື້ຕໍ່ປີ.

ນອກນີ້ ການບໍລິການເຮືອນພັກໂຮມແຮມ, ການທ່ອງທ່ຽວ ລວມເຖິງຫັນສູ່ການຄ້າຊາຍແດນກໍ່ເປັນຂະແໜງການໜຶ່ງທີ່ແຂວງມີທ່າແຮງ ແລະສາມາດປະກອບສ່ວນແກ່ແຜນການຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

ທ່ານ ຄຳຜອຍ ວັນນະສານ ໃຫ້ຮູ້ຕື່ມວ່າ: ເຖິງວ່າຈະມີທ່າແຮງສຳຄັນຫຼາຍດ້ານ ແຕ່ຜົ້ງສາລີຍັງມີສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກທີ່ກົດໜ່ວງເຮັດໃຫ້ການພັດທະນາແຂວງບໍ່ຕໍ່ເນື່ອງເທົ່າທີ່ຄວນ ເປັນຕົ້ນທີ່ຕັ້ງພູມສັນ ຖານເປັນເຂດພູດອຍ, ຄ້ອຍຊັນເຫວເລິກ ເປັນອຸປະສັກຕໍ່ການພັດທະນາພື້ນຖານໂຄງລ່າງເຮັດໃຫ້ຈຳນວນບ້ານທຸກຍາກກວມຫຼາຍກວ່າ 70 ສ່ວນຮ້ອຍ, ຄອບຄົວທຸກຍາກກວມເອົາ 60 ສ່ວນຮ້ອຍໃນທົ່ວແຂວງ.

ອັນສຳຄັນອີກຢ່າງໜຶ່ງແມ່ນ ທຶນຮອນໃນການພັດທະນາມີຈຳກັດ ເຊິ່ງທັງໝົດເຫຼົ່ານີ້ຍັງຮຽກຮ້ອງໃຫ້ອົງການປົກຄອງແຂວງທຸກຂັ້ນຕ້ອງສືບຕໍ່ປັບປຸງແກ້ໄຂ ເພື່ອຊອກທາງອອກທີ່ຊັດເຈນໃຫ້ປະຊາຊົນສາມາດນຳມາປູພື້ນຖານໃຫ້ແຕ່ລະຄອບຄົວໄດ້ກ້າວຂ້າມຈາກຄວາມຍາກຈົນທີ່ເປັນຢູ່ໃນປັດຈຸບັນ.

ທີ່ມາ: lao national radio