ຈັດສໍາມະນາກ່ຽວກັບອາກອນມູນຄ່າເພີ່ມໃຫ້ແກ່ບັນດາເຈົ້າໜ້າທີ່ສ່ວຍສາອາກອນ ກະຊວງການເງິນ

165

ກົມສ່ວຍສາອາກອນກະຊວງການເງິນ ຮ່ວມກັບອົງການສ່ວຍສາອາກອນແຫ່ງຊາດ ປະເທດຍີ່ປຸ່ນ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບອາກອນມູນຄ່າເພີ່ມ ຄັ້ງທີ 6 ຂຶ້ນໃນວັນທີ 16 ຫາ 18 ທັນວາຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຕາງເປັນການແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຕິດພັນກັບອາກອນມູນຄ່າເພີ່ມ ໃຫ້ແກ່ບັນດາເຈົ້າໜ້າທີ່ສ່ວຍສາອາກອນ.

ກອງປະຊຸມດັ່ງກ່າວຈັດຂຶ້ນເພື່ອເຮັດໃຫ້ບັນດາເຈົ້າໜ້າທີ່ສ່ວຍສາອາກອນມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງອາກອນ ໂດຍສະເພາະແມ່ນໄດ້ເນັ້ນໃສ່ຂັ້ນຕອນການສົ່ງຄືນອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍອາກອນມູນຄ່າເພີ່ມສະບັບປັບປຸງ ເຊິ່ງໄດ້ຮັບຮອງຢ່າງເປັນທາງການໂດຍກອງປະຊຸມຂອງສະພາແຫ່ງຊາດໃນປີ 2018.

ກອງປະຊຸມດັ່ງກ່າວໄດ້ຮັບກຽດຈາກຜູ້ຊ່ຽວຊານຍີ່ປຸ່ນ, ທ່ານ ຮິໂຣະຢູກິ ກາໂຕະ ຈາກອົງການສ່ວຍສາອາກອນແຫ່ງຊາດປະເທດຍີ່ປຸ່ນ ໃນການປະກອບສ່ວນສ້າງຄໍາແນະນໍາຕ່າງໆທີ່ຕິດພັນກັບກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ເຊິ່ງໃນປັດຈຸບັນນີ້ກົມສ່ວຍສາອາກອນກໍກໍາລັງຂຸ້ນຂ້ຽວໃນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດ.

ການຮ່ວມມືລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ກ່ຽວກັບວຽກງານອາກອນມູນຄ່າເພີ່ມນີ້ ໄດ້ລິເລີ່ມຂຶ້ນໂດຍພາຍໃຕ້ການສະໜັບສະໜູນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອຕອບຮັບການສະເໜີຂອງພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງ ສປປ ລາວ ຕໍ່ພະນະ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີປະເທດຍີ່ປຸ່ນ ກ່ຽວກັບການສ້າງຄວາມສະຖຽນລະພາບທາງດ້ານການເງິນໃນ ສປປ ລາວ ໃນປີ 2016.

ກອງປະຊຸມສໍາມະນາກ່ຽວກັບວຽກງານດັ່ງກ່າວນີ້ ໄດ້ດໍາເນີນມາແລ້ວ 5 ເທື່ອ ຄື: ໃນເດືອນເມສາ ແລະ ກໍລະກົດ ປີ 2017; ເດືອນມັງກອນ ແລະ ມິຖຸນາ ປີ 2018; ເດືອນມັງກອນ ປີ 2019 ແລະ ຄັ້ງນີ້ເປັນຄັ້ງທີ 6 ແລ້ວ.