ສະຫວັນນະເຂດ ກວດພົບພະນັກງານຍັກຍອກຊັບສິນລັດ

242

1 ປີຜ່ານມາ ແຂວງສະຫວັນນະເຂດ ກວດພົບການເຮັດບັດແຮງງານນອກລະບົບ 200 ກວ່າບັດ ຜົນເສຍຫາຍ 200 ກວ່າລ້ານກີບ. ພ້ອມນັ້ນ, ຍັງກວດພົບພະນັກງານຍັກຍອກຊັບສິນຂອງລັດ 800 ກວ່າລ້ານກີບ.

ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງ, ປະທານກວດກາພັກ – ລັດແຂວງ ໃຫ້ຮູ້ໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 16 ປີ ( 9/12/2003 – 9/12/2019 ) ວັນທີ 20 ທັນວາ 2019 ຜ່ານມາວ່າ: ລັດຖະບານຂອງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ກັບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງໄດ້ຖືເອົາບັນຫານີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັັກ – ລັດ ແລະ ການຈັດຕັ້ງທຸກຂັ້ນ, ເວົ້າສະເພາະແຂວງສະຫວັນນະເຂດ ຄະນະພັກ – ອຳນາດການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນໄດ້ເປັນເຈົ້າການປະຕິບັດພາລະບົດບາດ, ໜ້າທີ່ ໂດຍໄດ້ນຳພາສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈເຖິງໄພອັນຕະລາຍຂອງການສໍ້ລາດບັງຫຼວງ ດ້ວຍຮູບການເຜີຍແຜ່ເຊື່ອມຊຶມຍຸດທະສາດຕ້ານການສໍ້ລາດບັງຫຼວງ, ໄດ້ຕິດຕາມ, ກວດກາ, ແກ້ໄຂຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງດ້ວຍຫຼາຍວິທີ, ຫຼາຍລະດັບຕາມລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ, ປະຕິບັດວິໄນດ້ານບໍລິຫານ, ດຳເນີນການການສືບສວນ – ສອບສວນລົງໂທດຕາມກົດໝາຍ.

ບັນຫາພົ້ນເດັ່ນໃນໜຶ່ງປີຜ່ານມາ ໄດ້ກວດກາປາກົດການຫຍໍ້ທໍ້ ແລະ ປາກົດການສໍ້ລາດບັງຫຼວງ ເຊິ່ງກວດກາຕາມຄຳສັ່ງມີ: ການກວດກາອອກບັດແຮງງານໃຫ້ຄົນຕ່າງປະເທດ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຜ່ານການກວດກາພົບເຫັນການເຮັດບັດແຮງງານນອກລະບົບ 247 ບັດ, ຜົນເສຍຫາຍ 213 ລ້ານກວ່າກີບ, ເກັບກູ້ຄືນໄດ້ 103 ລ້ານກວ່າກີບ, ພົວພັນເຖິງພະນັກງານນຳພາ 10 ຄົນ ເຊິ່ງປັດຈຸບັນຢູ່ໃນຂັ້ນຕອນການພິຈາລະນາແກ້ໄຂຕາມລະບຽບກົດໝາຍ.

ນອກນີ້, ຍັງໄດ້ຕິດຕາມ – ກວດກາປາກົດການຫຍໍ້ທໍ້ທີ່ເປັນພຶດຕິກຳສໍ້ລາດບັງຫຼວງ ທີ່ເກີດຂຶ້ນ 2 ເມືອງ ຄື: ການຍັກຍອກຊັບສິນລັດຂອງພະນັກງານການເງິນເມືອງພະລານໄຊຈຳນວນ 2 ຄົນ, ມີຜົນເສຍຫາຍ 297 ລ້ານກວ່າກີບ, ເກັບຄືນໄດ້ 185 ລ້ານກີບ, ຖືກລົງວິໄນຕາມກົດໝາຍວ່າດ້ວຍພະນັກງານ – ລັດຖະກອນຂັ້ນ 3 ມີ 1 ຄົນ ແລະ ຂັ້ນ 4 ມີ 1 ຄົນ; ເມືອງສອງຄອນ ກ່ຽວກັບການເອົາເງິນລວມຫ້ອງການໄປນຳໃຊ້ສ່ວນຕົວຈຳນວນ 2 ຄົນ. ໃນນີ້, ມີພະນັກງານອາສາສະໝັກ 1 ຄົນ, ຜົນເສຍຫາຍ 567 ລ້ານກວ່າກີບ ປັດຈຸບັນຍັງຢູ່ໃນຂັ້ນຕອນການພິຈາລະນາປະຕິບັດຕາມລະບຽບກົດໝາຍ; ໄດ້ດຳເນີນການສືບສວນ – ສອບສວນພະນັກງານອາກອນເມືອງໄຊບູລີ 5 ຄົນ ທີ່ຍັກຍອກເງິນຂອງລັດໄປນຳໃຊ້ສ່ວນຕົວ ເປັນເງິນ 3,3 ຕື້ກວ່າກີບ, ຍັງຄ້າງ 410 ລ້ານກີບ ແລະອື່ນໆ.