ກອງປະຊຸມລັດຖະບານເປີດກວ້າງ ເນັ້ນໃຫ້ເອົາໃຈໃສ່ຕໍ່ການສົ່ງເສີມການຜະລິດເປັນສິນຄ້າ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ

193

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019 ໄດ້ໄຂຂຶ້ນໃນວັນທີ 19 ແລະ ປິດລົງໃນວັນທີ 20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື ແລະ ພິຈາລະນາ 7 ເອກະສານສໍາຄັນ. ສະເພາະເອກະສານທີ 3 ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການສົ່ງເສີມການຜະລິດເປັນສິນຄ້າ, ການຄໍ້າປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄຸ້ມຄອງນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ ເຊິ່ງໄດ້ມີການທົດລອງຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ.

ກອງປະຊຸມເຫັນດີມອບໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບນະຄອນຫຼວງວຽງຈັນ ສືບຕໍ່ຈັດຕັ້ງປະຕິບັດໂຄງການທົດລອງດັ່ງກ່າວ ລວມທັງບັນດາກະຊວງກ່ຽວຂ້ອງໃຫ້ການຮ່ວມມື ແລະ ປະຕິບັດຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມແຜນທີ່ວາງໄວ້.

ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນຳໃຫ້ບັນດາແຂວງແຕ່ງຕັ້ງຄະນະສະເພາະກິດຂອງແຂວງຕົນ ເພື່ອດຳເນີນການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນໃຫ້ໄດ້ຮັບຜົນດີ ເພື່ອກ້າວໄປສູ່ການຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ.

ຄຽງຄູ່ກັນນັ້ນ, ມອບໃຫ້ຄະນະສະເພາະກິດຂັ້ນສູນກາງ ຊີ້ນຳການຈັດຕັ້ງປະຕິບັດຢູ່ແຕ່ລະແຂວງ ໂດຍອີງໃສ່ບົດຮຽນທີ່ຖອດຖອນໄດ້ຈາກໂຄງການທົດລອງ.