ກະຊວງການເງິນ ແຈ້ງໂຈະຊົ່ວຄາວ 5 ບໍລິສັດ ວິສາຫະກິດບັນຊີ ແລະ ກວດສອບ

380

ໂດຍອີງຕາມກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ ສະບັບເລກທີ 51/ສພຊ ລົງວັນທີ 22 ກໍລະກົດ 2014; ອີງຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ ສະບັບເລກທີ 2929/ກງ ລົງວັນທີ 31 ສິງຫາ 2017; ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ວ່າດ້ວຍການແຕ່ງຕັ້ງຄະນະວິຊາການ ລົງຕິດຕາມກວດກາ ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ສະບັບເລກທີ 3766/ກງ ລົງວັນທີ 19 ກັນຍາ 2019 ແລະ ອີງຕາມ ໜັງສືສະເໜີຂອງກົມບັນຊີ ສະບັບເລກທີ 1210/ກບຊ ລົງວັນທີ 11 ທັນວາ 2019

ຫ້ອງການກະຊວງການເງິນ ອອກແຈ້ງການ ສະບັບເລກທີ 3077/ຫກງ ລົງວັນທີ 12 ທັນວາ 2019 ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເລື່ອງ: ໂຈະການເຄື່ອນໄຫວຂອງວິສາຫະກິດບັນຊີ ແລະ ກວດສອບ.

ເປັນພຽງພາບປະກອບຂ່າວ

ເຊິ່ງໃນແຈ້ງການລະບຸວ່າ: ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຊາບກ່ຽວກັບ ການໂຈະການເຄື່ອນໄຫວຂອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ເຊິ່ງມີລາຍຊື່ດັ່ງລຸ່ມນີ້:

ເປັນພຽງພາບປະກອບຂ່າວ

ສາຫະກິດສ່ວນບຸກຄົນ ແສງສະເດັດທີ່ປຶກສາບັນຊີ; ບໍລິສັດ ສະຫວັນ ທີ່ປຶກສາບັນຊີກວດສອບ ຝຶກດ້ານການບັນຊີ ຈຳກັດຜູ້ດຽວ; ບໍລິສັດ ຍອດດາວ ທີ່ປຶກສາບັນຊີ ແລະ ກວດສອບ ຈຳກັດຜູ້ດຽວ;ບໍລິສັດ ພີເອສພີ ຈຳກັດ ແລະ ບໍລິສັດ ເອສແອນພີເອັນຈີ ທີ່ປຶກສາບັນຊີ ຈຳກັດ.

ເປັນພຽງພາບປະກອບຂ່າວ

ເຊິ່ງໃນໄລຍະ ໂຈະການເຄື່ອນໄຫວດຳເນີນທຸລະກິດ 3 ເດືອນ ຫ້າມວິສາຫະກິດທີ່ມີລາຍຊື່ຂ້າງເທິງນີ້ເຄື່ອນໄຫວດຳເນີນທຸລະກິດ ຈົນກວ່າຈະມີການປັບປຸງແກ້ໄຂຂໍ້ຄົງຄ້າງ ຫຼື ເງື່ອນໄຂການດໍາເນີນທຸລະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ຖ້າພົບເຫັນການກະທໍາຜິດຕໍ່ແຈ້ງການສະບັບນີ້ ຈະຖືກດຳເນີນມາດຕະການ ຕາມແຕ່ລະກໍລະນີໜັກ ຫຼື ເບົາ ຂອງກົດໝາຍວ່າດ້ວຍການກວດສອບອິດສະຫຼະ ສະບັບເລກທີ 51/ສພຊ ລົງວັນທີ 22 ກໍລະກົດ 2014.