ແນວໃດ! ດາວຕິກຕັອກ ແອບອ້າງເປັນທະຫານ ຍົດພັນຕີ ຕອນນີ້ຖືກດຳເນີນຄະດີຫຼາຍຂໍ້

132

ຖືວ່າເປັນຂ່າວດັງເລີຍ ສຳລັບດາວຕິດຕັອກຄົນດັງ ຄຳແພງ ເຊິ່ງກ່ອນໜ້ານີ້ແມ່ນຖືວ່າກາຍເປັນຄົນດັງໃນສື່ສັງຄົມອອນລາຍ ຈົນໄດ້ສາຍາວ່າດາວ ຕິດຕັອກ, ແຕ່ກໍ່ຊັອກມາຕາມກັນ ເມື່ອເດືອນກ່ອນທີ່ມີຂ່າວອອກມາວ່າ ຜູ້ກ່ຽວເປັນຜູ້ຕ້ອງຫາຕົວະຍົວະຫຼອກລວງ.

ວັນທີ 26 ມັງກອນ 2022 ປກສ ນະຄອນຫລວງວຽງຈັນ ຖະແຫລງການຈັບຕົວ ທ້າວ ຄຳແພງ ຫຼື ດາວຕິກຕັອກ ທີ່ແອບອ້າງເປັນທະຫານ ຍົດພັນຕີ ຕົ້ມເງິນ ປະຊາຊົນ ເສຍຫາຍຫລາຍຮ້ອຍລ້ານກີບ.
ເຈົ້າຫນ້າທີ່ ປກສ ນວ ເປີດເຜີຍວ່າ: ພະແນກສືບສວນ-ສອບສວນ ຄະດີອາຍາ ປກສ ນວ ສົມທົບກັບກົມສຶບຂ່າວ ກະຊວງປ້ອງກັນປະເທດ ສືບຄົ້ນຫາ ບຸກຄົນແອບອ້າງເປັນທະຫານ ແລະ ສືບຮູ້ວ່າຜູ້ແອບອ້າງໄປຫລົບລີ້ ຢູ່ບ້ານຄູນແກ້ວ ເມືອງຄູນຄຳ ແຂວງຄຳມ່ວນ.

ຕົກມາໃນວັນທີ 31 ທັນວາ 2021, ສາມາດຈັບຕົວ ທ້າວ ຄຳແພງ ຄົງຄະນິດ ໃນຂະນະເຂົ້າຈັບຕົວຜູ້ກ່ຽວໄປລີ້ຊ້ອນຢູ່ເພດານເຮືອນ, ເຊິ່ງຂອງກາງ ມີຊຸດເຄື່ອງແບບນາຍທະຫານ ແລະ ປືນສັ້ນ CZ 1 ກະບອກ ພ້ອມລູກປືນ 125 ລູກ ຈາກນັ້ນ, ຈື່ງໄດ້ນໍາຕົວຂຶ້ນມາດໍາເນີນຄະດີຢູ່ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນ ທ້າວ ຄຳແພງ ຄົງຄະນິດ ປັດຈຸບັນພັກເຊົາ ຢູ່ບ້ານດອນແດງ ເມືອງຈັນທະບູລີ ນວ ແລະ ສາລະພາບໄດ້ແອບອ້າງເປັນເຈົ້າໜ້າທີ່ທະຫານ ດ້ວຍວິທີການນຸ່ງຊຸດເຄື່ອງແບບນາຍທະຫານ ແຕ່ຕົ້ນປີ 2021 ເປັນຕົ້ນມາ, ໂດຍຕິດຊັ້ນພັນຕີ ແລະ ຍັງໄດ້ປ່ຽນນາມສະກຸນ ເພື່ອໃຊ້ແອບອ້າງໃຫ້ຄົນຫຼົງເຊື່ອ ຫາຜົນປະໂຫຍດໃຫ້ຕົນເອງ ໂດຍໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ວ່າຕົນເອງເປັນທະຫານທີ່ມີຄວາມສາມາດແລ່ນເອົາຄົນເຂົ້າເປັນທະຫານໄດ້ ເຮັດໃຫ້ມີຜູ້ຫຼົງເຊື່ອຈຳນວນ 3 ຄົນ. ມູນຄ່າຄວາມເສຍຫາຍໃນເບື້ອງຕົ້ນ 300.000.000 ກວ່າລ້ານກີບ.

ປັດຈຸບັນຄະດີດັ່ງກ່າວກໍາລັງເລັ່ງສຶບສວນ-ສອບສວນ ຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມລະບຽບກົດໝາຍ. ສະນັ້ນ, ກອງບັນຊາການ ປກສ ນວ ຂໍແຈ້ງມາຍັງພໍ່ແມ່, ປະຊາຊົນທຸກຊັ້ນຄົນໃນສັງຄົມ ຖ້າເຄີຍຖືກ ທ້າວ ຄຳແພງ ຄົງຄະນິດ ຕົວະຍົວະຫຼອກລວງ ແມ່ນໃຫ້ເຂົ້າມາແຈ້ງຄວາມເພີ່ມຕື່ມໄດ້ທີ່ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນວ ຕາມໂມງລັດຖະການ.

ຈາກ: ຄວາມສະຫງົບ