ເມືອງປາກແຊງ ເປີດໃຫ້ພະນັກງານເສັງເອົາໃບຂັບຂີ່ ເພື່ອນຳໃຊ້ລົດໃຊ້ຖະໜົນຖືກຕ້ອງຕາມລະບຽບ

121

ອາທິດຜ່ານມານີ້, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອປາກແຊງ, ໄດ້ຈັດພິທີ ສອບເສັງໃບຂັບຂີ່ລົດຈັກ-ລົດເບົາ, ຂື້ນທີ່ສະໂມສອນໃຫຍ່ຂອງເມືອງ ເພື່ອໃຫ້ພະນັກງານພາຍໃນເມືອງຜູ້ທີ່ບໍ່ທັນມີໃບຂັບຂີ່ໄດ້ສອບເສັງເອົາໃບຂັບຂີ່ ແລະສາມາດໃຊ້ລົດໃຊ້ຖະໜົນໄດ້ຢ່າງປອດໄພ ທັງຖືກຕ້ອງຕາມລະບຽບການ.

May be an image of 16 people, people standing and outdoors

ຂ່າວໃຫ້ຮູ້ວ່າ: ປັດຈຸບັນສະຖິຕິພາຫະນະໃນທົ່ວເມືອງປາກແຊງ ມີການເພີ້ມຂື້ນຫຼາຍ ແຕ່ການຂັບຂີ່-ສັນຈອນຂາດຄວາມເປັນລະບຽບຮຽບຮ້ອຍ ແລະຈຳນວນອຸບັດຕິເຫດ ກໍ່ເພີ້ມໃນແຕ່ລະປີ, ສ້າງຄວາມເສຍຫາຍທາງດ້ານຊິວິດ ແລະຊັບສິນຢ່າງຫຼວງຫຼາຍ, ຍ້ອນຜູ້ຂັບຂີ່ໄດ້ຮຽນຮູ້, ບໍ່ໄດ້ຜ່ານການຝຶກອົບຮົມລະບຽບການຂັບຂີ່ປອດໄພຕາມທ້ອງຖະໜົນ, ເຮັດໃຫ້ຈຳນວນໜຶ່ງຂັບຂີ່ດ້ວຍຄວາມປະໝາດ, ຂາດຄຸນສົມບັດ ແລະຂາດມາລະຍາດໃນການຂັບຂີ່.

May be an image of car and road

ເຊິ່ງວຽກງານການຝຶກອົບຮົມ ແລະສອບເສັງໃບຂັບຂີ່ ເປັນວຽກໜຶ່ງທີ່ມີຄວາມສຳຄັນ ຈຳເປັນ ຈິ່ງໄດ້ຈັດຕັ້ງການສອບເສັງເອົາໃບຂັບຂີ່ຄັ້ງນີ້ ໂດຍໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ ລວມມີ ການບັນຍາຍຄວາມຮູ້ທົ່ວໄປກ່ຽວກັບການຂັບຂີ່, ຄວາມຮູ້ກ່ຽວກັບລະບຽບຈະລາຈອນ ປ້າຍສັນຍານ ແລະເຄື່ອງໝາຍຈະລາຈອນ, ເຕັກນິກການຂັບຂີ່, ສິດໃນການເດີນລົດ, ມາດຕະການຕໍ່ຜູ່ກະທໍາຜິດ.

May be an image of 6 people, people sitting and indoor

ພາກຕົວຈິງ ສຳລັບ ລົດຈັກ ແລ່ນ ໄຕ່ລະນາດ ແລະແປ້ນໜ້າ 25 ແຜ່ນດຽວ, ລົດໃຫຍ່ ແລ່ນເຂົ້າຫ້ອງ C ແລະຫ້ອງ T, ເຊິ່ງມີຜູ່ເຂົ້າຮ່ວມສອບເສັງປະເພດລົດຈັກ 14 ຄັນ ແລະລົດໃຫ່ຍ 55 ຄັນ, ໂດຍກໍານົດການສອບເສັງ 2 ວັນ ຈື່ງສໍາເລັດ.
ພາບ-ຂ່າວ: ແກ່ນຄຳ ສົມໃຈປອງ