ຍທຂ ເມືອງທ່າແຕງ ລົງຕິດຕາມກວດກາໂຄງການສ້ອມແປງເສັ້ນທາງທີ່ໄດ້ຮັບຜົນກະທົບໄພພິບັດ

89

ທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງທ່າແຕງ ແຂວງເຊກອງ ພ້ອມດ້ວຍພະແນກ, ຫ້ອງການກ່ຽວຂ້ອງຂັ້ນແຂວງ – ເມືອງ ແລະ ຜູ້ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ ໄດ້ລົງຕິດຕາມກວດກາຄວາມຄືບໜ້າໂຄງການສ້ອມແປງເສັ້ນທາງໄພພິບັດຢູ່ 2 ເຂດຈຸດສຸມພັດທະນາ ຄື: ບ້ານຕຸມຍໍ ຫາ ເຂດການຜະລິດກະສິກຳຂອງປະຊາຊົນ, ໜ້າ ບໍລິສັດ ຄູນມີໄຊ ຫາ ແຫຼ່ງທ່ອງຕາດໄຟໄໝ້ ແລະ ເສັ້ນທາງບ້ານຈຸລາ ( ຄຸ້ມປາຍ ) ເຂດການຜະລິດກະສິກໍາຂອງປະຊາຊົນ ເມື່ອວັນທີ 18 ທັນວາຜ່ານມາ.

ທ່ານ ໂພຊະນະ ໄຊເສນາ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ( ວິຊາການປະຈຳສະໜາມເຈົ້າຂອງໂຄງການ ) ກ່າວວ່າ: ໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງແຍກ 1H ໜ້າບໍລິສັດ ຄູນມີໄຊ ຫາ ແຫຼ່ງທ່ອງທ່ຽວຕາດໄຟໄໝ້ ລວງຍາວ 7 ກິໂລແມັດ, ກວ້າງ 6 ແມັດ, ມູນຄ່າ 7 ຮ້ອຍລ້ານ ກວ່າກີບ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 12 ກັນຍາ ຫາ ວັນທີ 11 ຕຸລາ 2019 ເຊິ່ງແມ່ນ ບໍລິສັດ ຄູນມີໄຊ ກໍ່ສ້າງສ້ອມແປງຂົວ – ທາງ ເປັນຜູ້ຮັບເໝົາ ໂດຍມີໜ້າວຽກຖົມຂຸມຈຸດທາງຂາດທີ່ນ້ຳກັດເຊາະໜ້າທາງ, ຕັດດິນ ແລະ ຖົມໜ້າທາງ, ຈົກຮ່ອງລະບາຍນ້ຳຂ້າງທາງ, ກໍ່ສ້າງທໍ່ລະບາຍນໍ້າພ້ອມຝາປິດ.

ສ່ວນເສັ້ນທາງເຂົ້າບ້ານຕຸ້ມຍໍ ຫາ ຈຸດເຊື່ອມຕໍ່ເຂົ້າເຂດການຜະລິດກະສິກໍາຂອງປະຊາຊົນ ມີຄວາມຍາວ 5,6 ກິໂລແມັດ, ກວ້າງ 6 ແມັດ, ມູນຄ່າ 3 ຮ້ອຍກວ່າລ້ານກີບ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 12 ກັນຍາ ຫາ ວັນທີ 10 ຕຸລາ 2019 ໂດຍແມ່ນ ບໍລິສັດ ສອນກໍ່ສ້າງສ້ອມແປງຂົວ – ທາງ ເປັນຜູ້ຮັບເໝົາປະກອບມີໜ້າວຽກຍົກຍ້າຍດິນເຈື່ອນອອກຈາກທາງ, ຖົມຂຸມທາງໜ້າ, ຈົກດິນບວມອອກຈາກໜ້າທາງພ້ອມຖົມຄືນ, ຈົກຮ່ອງລະບາຍນ້ຳ.

ສ່ວນເສັ້ນທາງບ້ານຈຸນລາ ( ຄຸ້ມບ້ານປາຍ ) ເຂດການຜະລິດກະສິກຳຂອງປະຊາຊົນ ມີ ຄວາມຍາວ 2,3 ກິໂລແມັດ, ກວ້າງ 6 ແມັດ, ມູນຄ່າ 3 ຮ້ອຍກວ່າລ້ານກີບ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 12 ກັນຍາ ຫາ ວັນທີ 21 ຕຸລາ 2019 ໂດຍແມ່ນ ບໍລິສັດ ສຸກປະສົງ ກໍ່ສ້າງສ້ອມແປງຂົວ – ທາງ ເປັນຜູ້ຮັບເໝົາ ປະກອບມີ: ໜ້າວຽກບຸກເບີກແລວທາງພ້ອມຂະຫຍາຍໜ້າທາງ, ຈົກດິນບວມອອກຈາກໜ້າທາງພ້ອມຖົມຄືນບາງຈຸດ, ຕັດສັນພູ ແລະ ຕັດພື້ນທາງ. ມາຮອດປັດຈຸບັນການກໍ່ສ້າງສ້ອມແປງເສັ້ນທາງດັ່ງກ່າວແມ່ນສຳເລັດ 100 ສ່ວນຮ້ອຍ ເຊິ່ງເຮັດໃຫ້ການສັນຈອນໄປ – ມາຫາສູ່ກັນລະຫວ່າງບ້ານຕໍ່ບ້ານ, ບ້ານຫາເຂດການຜະລິດຂອງປະຊາຊົນໄດ້ມີຄວາມສະດວກສະບາຍຂຶ້ນ.

ໂດຍ: ລັດຕະນາ ຄຳສົມພູ