ໃຜມັກກິນເຂົ້າຫນົມມັນຕົ້ນ ເຮັດກິນເອງໄດ້ເລີຍງ່າຍໆ

390

ປ່ຽນຈາກການຊຶ້ ມາເປັນການລອງເຮັດເອງ ແລະສາມາດສ້າງເປັນທຸລະກິດໄດ້ອີກ ກັບເຂົ້າຫນົມນີ້ ແຖມຍັງຂາຍໄດ້ສຳລັບໃຜທີ່ມັກຂະຫນົມຫວານ ໂດຍສະເພາະເຂົ້າຫນົມມັນຕົ້ນ ເປັນເຂົ້າຫນົມທີ່ມີລົດຊາດຫວານ ຫນຽວ ກິນເຂົ້າໄປແລ້ວແຊບ ຫອມ ມຶ້ນີ້ເຮົາມາຮຽນເຮັດເຂົ້າຫນົມມັນຕົ້ນໄປກັນເລີຍ

ກຽມມັນຕົ້ນ 500 ກາມ, ນໍ້າຕານ 200 ກາມ, ແປ້ງມັນຕົ້ນ 2 ບ່ວງແກງ, ໝາກພ້າວຂູດ, ນໍ້າລ້າ 100 ກາມ, ນໍ້າມັນ…

ເລີ່ມຈາກການນໍາເອົາມັນຕົ້ນມາແລ້ວປອກເປືອກອອກ ລ້າງໃຫ້ສະອາດໆ ແລ້ວກໍນໍາໄປຂູດໃຫ້ລະອຽດທີ່ສຸດ ຈະເຮັດໃຫ້ເຮົາໃນເນື້ອເຂົ້າໜົມທີ່ອ່ອນ ກິນງ່າຍ (ຖ້າໃຜທີ່ມັກກິນ ແລ້ວກິນຄົນລະຮ້ານຈະຮູ້ດີວ່າມັນຕ່າງກັນ),

ນໍາມັນທີ່ຂູດແລ້ວໄປຄົນກັບນໍ້າຕານ ແລະ ແປ້ງມັນ ນວດໃຫ້ນໍ້າຕານລະລາຍ ແລ້ວເທນໍ້າລ້າໃສ່ ແລ້ວກໍນວດຕໍ່ໃຫ້ເນື້ອມັນເຂົ້າກັນ,
ຕັດໃສ່ຖາດ ຫຼື ພາຊະນະທີ່ກຽມໄວ້ ແນະນໍາວ່າທາດ ຫຼື ພາຊະນະທີ່ເຮົາໃຊ້ວາງນັ້ນຕ້ອງທານໍ້າມັນກ່ອນເດີ້ ທາບາງໆກ່ອນ ເພື່ອບໍ່ໃຫ້ເຂົ້າໜົມຕິດຖາດ.

ຈາກນັ້ນເຮົາກໍນໍາໄປໜຶ້ງປະມານ 25-30 ນາທີ ລະຫວ່າງຖ້າເຮົາກໍຂູດໝາກພ້າວໄວ້ເພື່ອໂຮຍໜ້າ ຫຼັງຈາກທີ່ໜຶ້ງເຂົ້າໜົມແລ້ວໆ ກໍຕັກອອກມາປະໄວ້ໃຫ້ເຢັນຄ່ອຍຕັດເປັນຕ່ອນຕາມໃຈເຮົາໄດ້ເລີຍ

ພໍເຢັນແລ້ວເຮົາກໍເອົາໝາກພ້າວທີ່ຂູດໄວ້ໂຮຍໜ້າ ອາດຈະໃສ່ເກືອລົງໝາກພ້າວເລັກໜ້ອຍເພື່ອເພີ່ມລົດຊາດ ແລະ ກໍຂໍແນະນໍາຖ້າບໍ່ຢາກໃຫ້ເຂົ້າໜົມບູດໄວໂດຍສະເພາະຄົນທີ່ຈະເຮັດໄວ້ກິນດົນໆ ຫຼື ຂາຍ ໝາກພ້າວທີ່ເຮົາຂູດແນະນໍາໃຫ້ໜຶ້ງໝາກພ້າວກ່ອນ.

ເປັນແນວໃດບໍ່ຍາກເລີຍແມ່ນບໍ່ ລອງນຳສູດນີ້ໄປໃຊ້ເບິ່ງ ເຮັດເອງ ກິນເອງ ຂາຍເອງ ແບບບໍ່ຈຳເປັນຕ້ອງຊື້!