ຮອງນາຍົກ ເນັ້ນໃຫ້ຂະແໜງການເງິນຮີບຮ້ອນແກ້ໄຂການຂາດດຸນງົບປະມານ

152

ໃນ 11 ເດືອນ ກະຊວງການເງິນເກັບລາຍຮັບເຂົ້າງົບປະມານໄດ້ 20 ພັນກວ່າຕື້ ກີບເທົ່າກັບ 78% ຂອງແຜນການປີ  ຄາດວ່າໝົດປີ 2019 ຈະປະຕິບັດໄດ້ 25 ພັນກວ່າຕື້ເທົ່ານັ້ນ; ຂະນະທີ່ທ່ານຮອງນາຍົກ ເນັ້ນໃຫ້ຂະແໜງການເງິນເອົາໃຈໃສ່ຢ່າງຕັ້ງໜ້າເພື່ອແກ້ໄຂການຂາດດຸນງົບປະມານໄລຍະຍາວ ໂດຍການຫັນເອົາທຸກຂົງເຂດວຽກງານການເງິນເປັນທັນສະໄໝ ແລະ ໄປຕາມແຜນບຸລິມະສິດງົບປະມານແຫ່ງລັດ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ກ່າວລາຍງານຕໍ່ກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ວ່າ: ການເກັບລາຍຮັບໃນ 11 ເດືອນຂອງປີ 2019 ສາມາດປະຕິບັດໄດ້ 20.641 ຕື້ກີບເທົ່າກັບ. ໃນນັ້ນ, ລາຍຮັບພາຍໃນ 20.061 ຕື້ກີບ ເທົ່າກັບ 82% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີ 2018 ເພີ່ມຂຶ້ນ 3% ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 580 ຕື້ກີບ ເທົ່າກັບ 28% ຂອງແຜນການປີ. ສະເພາະລາຍຮັບສູນກາງຄຸ້ມຄອງ 16 ພັນກວ່າຕື້ກີບ ແລະ ທ້ອງຖິ່ນ 4 ພັນກວ່າຕື້ກີບ ເຊິ່ງແຍກອອກເປັນແຕ່ລະຂະແໜງການລະອຽດ ດັ່ງນີ້: ສ່ວຍສາອາກອນ 9 ພັນກວ່າຕື້ກີບ, ພາສີ 6 ພັນກວ່າຕື້ກີບ, ຄຸ້ມຄອງການເງິນລັດວິສາຫະກິດ 2 ພັນກວ່າຕື້ກີບ, ຊັບສິນຂອງລັດ 1 ພັນກວ່າຕື້ກີບ ແລະ ລາຍຮັບອື່ນໆ 8,38 ຕື້ກີບ.

ສ່ວນການປະຕິບັດລາຍຈ່າຍໃນ 11 ເດືອນ ສາມາດປະຕິບັດໄດ້ 23.279 ຕື້ກີບ ເທົ່າກັບ 69% ຂອງແຜນການປີ. ໃນນີ້, ລາຍຈ່າຍບໍລິຫານປົກກະຕິ 16 ພັນກວ່າຕື້ກີບ, ລາຍຈ່າຍການລົງທຶນທັງໝົດ 7 ພັນກວ່າຕື້. ຂະນະທີ່ການຂາດດຸນໃນ 11 ເດືອນມີຈໍານວນ 2.636 ຕື້ກີບ ແລະ ແຫຼ່ງທຶນມາດຸ່ນດ່ຽງງົບປະມານທັງໝົດ 11 ພັນ 463 ຕື້ກີບ.

ຄາດຄະເນການເກັບລາຍ ຮັບໝົດປີ 2019 ຈະໄດ້ປະມານ  25.665 ຕື້ກີບ ເທົ່າກັບ 96,84% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນ 23.474 ຕື້ກີບ, ລາຍຮັບຈາກການຊ່ວຍເຫຼືອລ້າ 1.993 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນສັງຄົມ 197 ຕື້ກີບ.

ສ່ວນຄາດຄະເນລາຍຈ່າຍໝົດປີ 2019 ບໍ່ເກີນ 33. 082 ຕື້ກີບ ເທົ່າກັບ 98% ຂອງແຜນດັດແກ້ ແລະ ຫຼຸດຄາດໝາຍທີ່ໄດ້ລາຍງານຕໍ່ສະພາແຫ່ງຊາດ ປະມານ 216 ຕື້ກີບ; ແຕ່ກໍໄດ້ຮັບປະກັນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ຊ່ວຍໜູນຂອງພະນັກງານລັດຖະກອນໄດ້ສໍາເລັດ ແລະ ຮັບປະກັນການປະຕິບັດລາຍຈ່າຍບໍລິຫານກົງຈັກ ແລະ ລາຍຈ່າຍການລົງທຶນຂອງລັດບົນພື້ນຖານທີ່ສະພາແຫ່ງຊາດຮັບຮອງ.

ຮອງລັດຖະມົນຕີກະຊວງການເງິນ ຍັງອະທິບາຍຕື່ມວ່າ: ສໍາລັບແຜນປີ 2020 ຄາດວ່າຈະເກັບລາຍຮັບທັງໝົດໃຫ້ໄດ້ 28.997 ຕື້ກີບ ເທົ່າກັບ 16,31% ຂອງ ຈີດີພີ ເພີ່ມຂຶ້ນ 9,4% ຂອງແຜນປີ 2019. ໃນນັ້ນ, ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ 22.133 ຕື້ກີບ; ລາຍຮັບທີ່ບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 4.576 ຕື້ກີບ; ລາຍຮັບຈາກການຊ່ວຍເຫຼືອລ້າ 2.287 ຕື້ກີບ.

ສ່ວນລາຍຈ່າຍປີ 2020 ຈະຢູ່ໃນລະດັບ 35.693 ຕື້ກີບ ເທົ່າກັບ 20,08% ຂອງຈີດີພີ ເພີ່ມຂຶ້ນ 5,8% ທຽບໃສ່ແຜນການປີ. ໃນນີ້, ລາຍຈ່າຍບໍລິຫານປົກກະຕິ 22.818 ຕື້ກີບ; ລາຍຈ່າຍການລົງທຶນຂອງລັດ 12.875 ຕື້ກີບ; ຄາດຄະເນການຂາດດຸນງົບປະມານ 6.696 ຕື້ກີບ.

ໂອກາດນີ້, ທ່ານ ສົມດີ    ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກໍໄດ້ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງໃຫ້ສືບຕໍ່ປະຕິຮູບຂະແໜງການເງິນໃຫ້ເປັນໄປຕາມແຜນ ເພື່ອເຮັດແນວໃຫ້ມີການປັບປຸງ ແລະ ຈັດຕັ້ງປະຕິບັດໃຫ້ທັນເວລາ; ສືບຕໍ່ປະສານຮ່ວມມືກັບກະຊວງກ່ຽວຂ້ອງ ເພື່ອດຶງເອົາທຸລະກິດທີ່ບໍ່ເຂົ້າຢູ່ໃນລະບົບໃຫ້ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ການຫັນໄປສູ່ການຄຸ້ມຄອງເປັນທັນສະໄໝ, ການຕ້ານ ແລະ ປາບປາມຫຼົບລີກພາສີ – ອາກອນ ເພື່ອໃຫ້ມີປະສິດທິຜົນສາມາດສັງລວມໄດ້ຢ່າງຄົບຖ້ວນ – ຊັດເຈນໃນທົ່ວປະເທດ.

ຂະນະດຽວກັນ, ໃຫ້ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວພະນັກງານໃຫ້ຫຼຸດໜ້ອຍຖອຍລົງ ລວມທັງວິເຄາະ – ວິໄຈ ແລະ ປະກອບຄຳເຫັນຕໍ່ບັນຫາຕ່າງໆຢ່າງກົງໄປ – ກົງມາ ເຊິ່ງຈະເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ກົນໄກການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ໄປຕາມແຜນທີ່ສະພາແຫ່ງຊາດຮັບຮອງ ເພື່ອແກ້ໄຂການຂາດດຸນງົບປະມານໃນໄລຍະຍາວ ເຊິ່ງການຫັນເປັນທັນສະໄໝກໍຈະເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ເພີ່ມຂຶ້ນ, ຖືກຕ້ອງໂປ່ງໃສ ແລະ ສາມາດກວດສອບໄດ້.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຈັດຂຶ້ນໃນວັນທີ 16 ທັນວາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມີບັນດາລັດຖະມົນຕີຂອງແຕ່ລະກະຊວງ, ຕາງໜ້າພະແນກການເງິນໃນແຕ່ລະແຂວງເຂົ້າຮ່ວມ.

ຂ່າວ: ສົມສະຫວິນ,ຮູບ: ສອນໄຊ