ນາຍົກ ເນັ້ນໃຫ້ ສທໜຊ ເອົາໃຈໃສ່ 4 ບັນຫາ

117

ວັນທີ 11 ທັນວາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າພົບປະສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ( ສທໜຊ ) ທີ່ໂຮງແຮມດອນຈັນພາເລດ ພ້ອມທັງໃຫ້ຄຳໂອ້ລົມ ໂດຍເນັ້ນ 4 ບັນຫາທີ່ຕ້ອງໄດ້ເອົາໃຈໃສ່.

ທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກ່າວວ່າ: ຕະຫຼອດໄລຍະ 16 ປີຜ່ານມາ ( 2003 – 2019 ) ສທໜຊ ໄດ້ປະຕິບັດຢ່າງຕັ້ງໜ້າປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ເຊິ່ງມາຮອດປັດຈຸບັນ ສທໜຊ ມີສະມາຊິກທັງໝົດ 625 ບໍລິສັດ, ມີມູນຄ່າຊັບສິນທັງໝົດ 500 ລ້ານໂດລາສະຫະລັດ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມເກືອບ 22 ພັນຄົນ, ໄດ້ປະກອບສ່ວນໃນການຜະລິດສິນຄ້າ ແລະ ບໍລິການ ເພື່ອການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດເຊັ່ນ: ກໍ່ສ້າງພື້ນຖານໂຄງລ່າງ, ສິນຄ້າກະສິກຳ, ການດຶງດູດນັກທ່ອງທ່ຽວ, ການໃຫ້ບໍລິການດ້ານການສຶກສາ ແລະ ສາທາ.

ນອກນັ້ນ, ຍັງໄດ້ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ເປັນຕົ້ນແມ່ນ: ຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມໃນບັນດາປະເທດອາຊຽນ ແລະ ອາຊຽນບວກສາມ ພິເສດແມ່ນ ສປ ຈີນ ໂດຍໄດ້ມີການເຊັນບົດບັນທຶກຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມແຂວງກວາງຊີ, ໜານໜິງ, ແຂວງນິງເຊຍ ແລະ ໄດ້ມີຫ້ອງການ ແລະ ຫ້ອງວາງສະແດງຂໍ້ມູນທຸລະກິດຂອງ ສທໜຊ ປະຈໍາຢູ່ເມືອງປູເອີ ແຂວງຢູນນານ.

ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍຕໍ່ ສຊປລ ທີ່ໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາ ສທໜຊ ຕະຫຼອດໄລຍະຜ່ານມາ ແລະ ເພື່ອໃຫ້ ສປປ ລາວ ສາມາດບັນລຸວິໄສທັດຂອງປະເທດ ແຕ່ນີ້ຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ – ສັງຄົມ ໄລຍະ 10 ປີ ( 2016 – 2025 ) ຈະນໍາພາປະເທດຊາດບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະພາວະຄວາມດ້ອຍພັດທະນາໃນປີ 2020, ສ້າງບາດກ້າວຂ້າມຜ່ານຈາກປະເທດດ້ອຍພັດທະນາໃຫ້ສົມບູນໃນປີ 2025, ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງຫາສູງ ໃນປີ 2030, ໃຫ້ ລາຍຮັບແຫ່ງຊາດສະເລ່ຍຕໍ່ຄົນ ປະມານ 4 ເທົ່າ ຂອງປີ 2015 ( 7.315 ໂດລາສະຫະລັດ ).

ພ້ອມນັ້ນ, ທ່ານນາຍົກ ໄດ້ເນັ້ນ 4 ບັນຫາຕົ້ນຕໍທີ່ ສທໜຊ ແລະ ຜູ້ປະກອບການທຸລະກິດໜຸ່ມຕ້ອງເອົາໃຈໃສ່ຕື່ມເພື່ອຊ່ວຍຕົນເອງ, ຊ່ວຍພະນັກງານ, ຊ່ວຍບໍລິສັດ ແລະ ຊ່ວຍສັງຄົມ ເຊັ່ນ:

1 ສູນກາງຊາວໜຸ່ມຕ້ອງໄດ້ສືບຕໍ່ຊີ້ນໍາ – ນໍາພາຊ່ວຍເຫຼືອຢ່າງໃກ້ຊິດ, ສືບຕໍ່ເຜີຍແຜ່ພາລະບົດບາດຂອງ ສທໜ, ຍົກໃຫ້ສັງຄົມເຫັນຜົນງານຄວາມສໍາຄັນຂອງຜູ້ປະກອບການຕໍ່ການພັດທະນາເສດຖະກິດ.

2 ສະມາຄົມນັກທຸລະກິດໜຸ່ມແຕ່ລະຂັ້ນຕ້ອງໄດ້ສຸມໃສ່ການພັດທະນາອົງກອນໃຫ້ມີ ຄວາມເຂັ້ມແຂງຮອບດ້ານ ໃຫ້ສົມກັບຄຳວ່າເປັນນັກທຸລະກິດປະຕິວັດ ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາປະເທດຊາດ.

3 ສືບຕໍ່ສົ່ງເສີມຫົວຄິດປະດິດສ້າງຂອງຊາວໜຸ່ມໃຫ້ເກີດມີຜະລິດຕະພັນໃໝ່ໆ, ການບໍລິການໃໝ່ໆສາມາດສົ່ງອອກຕ່າງປະເທດໄດ້.

4 ສືບຕໍ່ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີຂອງຜູ້ປະກອບການໃນຂອບເຂດທົ່ວປະເທດ ໃຫ້ກາຍເປັນຄູ່ຮ່ວມມື, ສ້າງຄວາມເຂັ້ມແຂງໃນການແຂ່ງຂັນໃນເວທີສາກົນໄດ້.

ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ