ທລຍ ດໍາເນີນ 284 ໂຄງການ ແກ້ທຸກຍາກເຊກອງ

120

ອາທິດຜ່ານມາ ຫ້ອງການປະສານງານ ທລຍ ປະຈໍາແຂວງເຊກອງ ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍຈຸດສຸມພັດທະນາທີ່ເປັນບຸລິມະສິດ, ຮ່າງແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະ 2020 – 2030 ຂຶ້ນ ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ທ່ານ ສົມຫວັງ ຂໍາມະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ; ມີທ່ານຮອງເຈົ້າເມືອງ, ຫົວໜ້າ – ຮອງພະແນກ, ຫ້ອງການ ພ້ອມດ້ວຍວິຊາການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ພົມມາ ວໍລະສິງ ຫົວໜ້າຫ້ອງການປະສານງານກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາແຂວງເຊກອງ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະທີ 1 ຫາ ໄລຍະທີ 3 ແມ່ນຈັດຕັ້ງປະຕິບັດ ແຕ່ປີ 2010 – 2019 ມີທັງໝົດ 284 ໂຄງການ ມູນຄ່າ 61,7 ຕື້ກວ່າກີບ, ທຶນຊຸມຊົນສົມທົບ 6,6 ຕື້ກວ່າກີບ ໄດ້ຈັດສັນເຂົ້າໃສ່ການສ້າງພື້ນຖານໂຄງລ່າງທີ່ຈໍາເປັນ ເພື່ອແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ທຸກຍາກ ໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານ.

ໂດຍການປະຕິບັດໂຄງການຍ່ອຍແມ່ນນອນໃນ 4 ຂະແໜງການ ຄື: ຂະແໜງສຶກສາທິການ ແລະ ກີລາ 118 ໂຄງການ ມູນຄ່າ 26,8 ຕື້ກວ່າກີບ, ທຶນ ທລຍ 24,9 ຕື້ກວ່າກີບ, ຊຸມຊົນປະກອບສ່ວນ 1,8 ຕື້ກວ່າກີບ; ຂະແໜງສາທາລະນະສຸກ 112 ໂຄງການ ມູນຄ່າ 26 ຕື້ກວ່າກີບ, ທຶນ ທລຍ 23,19 ຕື້ກວ່າກີບ, ຊຸມຊົນປະກອບສ່ວນ 2,8 ຕື້ກວ່າກີບ; ຂະແໜງກະສິກໍາ ແລະ ປ່າໄມ້ 29 ໂຄງການ ມູນຄ່າ 9,12 ຕື້ ກວ່າກີບ, ທຶນ ທລຍ 8,31 ຕື້ ກວ່າກີບ, ຊຸມຊົນປະກອບສ່ວນ 812 ລ້ານກວ່າກີບ; ຂະແໜງໂຍທາທິການ ແລະ ຂົນສົ່ງ 25 ໂຄງການ ມູນຄ່າ 6,46 ຕື້ກວ່າກີບ, ທຶນ ທລຍ 5,29 ຕື້ກວ່າກີບ, ຊຸມຊົນປະກອບສ່ວນ 1,16 ຕື້ກີບ.

ສໍາລັບທິດທາງແຜນການໃນປີ 2020, ທ່ານ ພົມມາ ວໍລະສິງ ກ່າວວ່າ: ຫ້ອງການປະສານງານກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາແຂວງເຊກອງ ໄດ້ປະກອບເອກະສານບົດສະເໜີໂຄງການຍ່ອຍ ( ບ້ວງທຶນລັດຖະບານ ) ມີທັງໝົດ 19 ໂຄງການ ມູນຄ່າ 3,2 ຕື້ກີບ ໂດຍຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 3 ເມືອງ ຄື: ເມືອງລະມາມ 4 ໂຄງການ, ເມືອງກະລຶມ 7 ໂຄງການ ແລະເມືອງດາກຈຶງ 8 ໂຄງການ.