ລາວຂາດດຸນການຄ້າເກືອບ 200 ລ້ານໂດລາ

80

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາ ປີ 2019 ບັນລຸໄດ້ປະມານ 873 ລ້ານໂດລາ, ຂາດດຸນການຄ້າປະມານ 196 ລ້ານໂດລາ.

ອີງຕາມການລາຍງານຂອງສູນຂໍ້ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາ 2019 ບັນລຸໄດ້ປະມານ 873 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 338 ລ້ານໂດລາ ແລະ ການນໍາເຂົ້າ ປະມານ 534 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 196 ລ້ານໂດລາ. ສ່ວນມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນກັນຍາ ປີ 2019 ບັນລຸໄດ້ປະມານ 792 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 327 ລ້ານໂດລາ ແລະ ການນໍາເຂົ້າປະມານ 464 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 137 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກ ປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ ( ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ ), ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຢາງພາລາ ແລະ ງົວ, ຄວາຍ.

ໝວດສິນຄ້ານໍາເຂົ້າຫຼັກ ປະກອບມີ: ພາຫະນະທາງບົກນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ເຄື່ອງດື່ມຊູກໍາລັງ ), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນໍ້າຕານ ແລະ ສັດທີ່ມີຊີວິດ.

ສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 338 ລ້ານໂດລາ ເຊັ່ນ: ແຮ່ທອງ 49 ລ້ານໂດລາ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 29 ລ້ານໂດລາ, ໝາກກ້ວຍ 17 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 28 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 25 ລ້ານໂດລາ, ເຄື່ອງດື່ມ ( ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ ) 17 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 11 ລ້ານໂດລາ, ຢາງພາລາ 23 ລ້ານໂດລາ ແລະ ງົວ, ຄວາຍ 16 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 534 ລ້ານໂດລາ ເຊັ່ນ: ພາຫະນະທາງບົກນອກຈາກລົດໄຖນາ ແລະ ລົດຈັກ 41 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 26 ລ້ານໂດລາ, ນ້ຳມັນກາຊວນ 41 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 45 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 41 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ) 21 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 16 ລ້ານໂດລາ, ພລາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 14 ລ້ານໂດລາ, ນໍ້າຕານ 13 ລ້ານໂດລາ ແລະ ສັດທີ່ມີຊີວິດ 27 ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ປະກອບມີ: ສປ ຈີນ 128 ລ້ານໂດລາ, ໄທ 89 ລ້ານໂດລາ, ຫວຽດນາມ 76 ລ້ານໂດລາ, ເຢຍລະມັນ 8 ລ້ານໂດລາ ແລະ ສະວິດ 8 ລ້ານໂດລາ.

ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ປະກອບມີ: ໄທ 290 ລ້ານໂດລາ, ສປ ຈີນ 132 ລ້ານໂດລາ, ຫວຽດນາມ 67 ລ້ານໂດລາ, ຍີ່ປຸ່ນ 10 ລ້ານໂດລາ ແລະ ສ.ເກົາຫຼີ ເກືອບບັນລຸໄດ້ 5 ລ້ານໂດລາ ( ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາ ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ ).

ໂດຍ: ສົມລົດ

ຂໍ້ມູນ: ສູນຂໍ້ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ