ທ່ຽວຜົ້ງສາລີ ດິນແດນເໜືອສຸດຂອງປະເທດ ສຳຜັດວິຖີຊີວິດ ຊີມຊາ ຊົມທະເລໝອກ

308
DCIM100MEDIADJI_0119.JPG

ແຂວງຜົ້ງສາລີ ຕັ້ງຢູ່ພາກເໜືອສຸດຂອງປະເທດເຮົາ, ມີເນື້ອ 16.270 ກິໂລຕາແມັດ, ທິດຕາເວັນອອກມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ທິດຕາເວັນອອກສ່ຽງເໜືອຕິດກັບ ສປ ຈີນ, ປະກອບມີ 7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງບຸນໃຕ້ ແລະ ເມືອງຍອດອູ; ເປັນແຂວງ ທີ່ປະກອບດ້ວຍຫຼາກຫຼາຍຊົນເຜົ່າກາຍເປັນມົນສະເໜ່ດຶງດູດຂອງນັກທ່ອງທ່ຽວ.

ເມືອງຜົ້ງສາລີ ເປັນອີກດິນແດນທີ່ຄວນໄປທ່ອງທ່ຽວ ເພາະຈະແຕກຕ່າງຈາກບັນດາແຂວງອື່ນເພາະຕັ້ງຢູ່ເທິງພູສູງ ເຮັດໃຫ້ເປັນຄວາມງົດງາມທີ່ໜ້າຫຼົງໄຫຼ ເຊິ່ງຂໍສັງລວມຈຸດເດັ່ນ ດັ່ງນີ້:

1 ຕົວເມືອງ: ຕົວເມືອງຜົ້ງສາລີ ຖືເປັນຈຸດເດັ່ນທີ່ສາມາດດຶງດູດຜູ້ມາຢາມນັບແຕ່ພົບເຫັນ ເພາະມັນມີຄວາມພິເສດ ແລະ ງົດງາມ ເມື່ອແນມເບິ່ງບ້ານເຮືອນທີ່ຕັ້ງຢູ່ລຽບຕາມເປີ້ນພູ ແລະ ຍິ່ງເມື່ອຂຶ້ນໄປທີ່ພູຟ້າແນມລົງມາຍິ່ງງົດງາມ.

2 ວິຖີຊີວິດ: ຜົ້ງສາລີ ມີຫຼາຍຊົນເຜົ່າທີ່ຍັງຮັກສາໄດ້ວິຖີຊີວິດດັ້ງເດີມ ເຮົາຈະເຫັນຊາວເມືອງນຸ່ງຊຸດຊົນເຜົ່າມາເລາະຕະຫຼາດ ແລະ ຂາຍເຄື່ອງ, ປະຊາຊົນຢູ່ຕາມບ້ານເຮືອນກໍຍັງນຸ່ງຖືຊຸດທີ່ເປັນເອກະລັກຂອງຊົນເຜົ່າຕົນ, ຫາກມີການຈັດສັນພັດທະນາທີ່ດີມັນຈະເປັນຈຸດເດັ່ນ ແລະ ຈຸດຂາຍທີ່ສຳຄັນ ເໝືອນດັ່ງກັບເມືອງທ່ອງທ່ຽວຊາປາ ຂອງຫວຽດນາມ ທີ່ເຮົາໄປໃສກໍຈະເຫັນຊາວເມືອງນຸ່ງຊຸດຊົນເຜົ່າເຕັມໄປໝົດ ແລະ ນັ້ນຄືມົນສະເໜ່ທີ່ມັດໃຈຜູ້ມາຢາມ.

3 ຈຸດຊົມວິວພູຟ້າ: ພູຟ້າແມ່ນມິ່ງຂວັນຂອງຊາວເມືອງ ຕັ້ງຢູ່ຕາເວັນອອກສ່ຽງເໜືອຂອງຕົວເມືອງຜົ້ງສາລີ, ພູຟ້າມີຄວາມສູງ 1.625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ເມື່ອຂຶ້ນພູຟ້າຈະສາມາດແນມເບິ່ງ ຄວາມງົດງາມຂອງຕົວເມືອງຜົ້ງສາລີ ໄດ້ຢ່າງງົດງາມທັງໃນຍາມເຊົ້າເບິ່ງທະເລໝອກ ແລະ ຍາມແລງຕາເວັນລັບຂອບຟ້າ.

4 ຊີມຊາ 400 ປີ: ສວນຊາ 400 ປີ ຕັ້ງຢູ່ທີ່ບ້ານກໍແມນ ໄລຍະທາງປະມານ 15 ກິໂລແມັດ ຈາກເມືອງຜົ້ງສາລີໄປທາງທິດຕາເວັນຕົກເປັນບ້ານນ້ອຍໆ ແຕ່ມີຄວາມງົດງາມຂອງທຳມະຊາດ ແລະ ສວນຊາ ຫາກໄປຍາມເຊົ້າໃນລະດູໜາວກໍຈະມີທະເລໝອກໃຫ້ໄດ້ເບິ່ງ, ຫາກມີການຈັດສັນ ແລະ ປັບປຸງພັດທະນາສິ່ງອຳນວຍຄວາມສະດວກ ກໍຈະເຮັດໃຫ້ເປັນອີກຈຸດທ່ອງທ່ຽວໜຶ່ງທີ່ໜ້າສົນໃຈ.

ນອກຈາກນີ້, ກໍຍັງມີອີກຫຼາຍຢ່າງທີ່ເປັນຈຸດເດັ່ນຂອງຜົ້ງສາລີ ດັ່ງຄຳຂວັນ “ ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ ເຊີນຊີມຊາພູຟ້າ ດື່ມເຫຼົ້າຂຽວ ເອ່ວສະຖານທີ່ ເບິ່ງຮີດຄອງປະເພນີເອກະລັກຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ ”.