ງານວາງສະແດງສິນຄ້າກະສິກໍາອິນຊີ ມີ 58 ຫົວໜ່ວຍເຂົ້າຮ່ວມ

68

ງານວາງສະແດງສິນຄ້າກະສິກໍາອິນຊີ ຈັດຂຶ້ນໃນລະຫວ່າງວັນທີ 28 – 29 ພະຈິກ 2019 ຢູ່ເດີ່ນອະນຸສາວະລີເຈົ້າຟ້າງຸ່ມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຜູ້ປະກອບການເຂົ້າຮ່ວມທັງໝົດ 58 ຫົວໜ່ວຍ ໂດຍການເປັນປະທານເປີດງານຂອງ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ແລະ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ), ມີບັນດາກົມ, ຂະແໜງການກ່ຽວຂ້ອງພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.

ທ່ານ ບຸນຂວາງ ຄໍາບຸນເຮືອງ ກ່າວວ່າ: ເປົ້າໝາຍການຈັດງານຄັ້ງນີ້ແມ່ນເພື່ອໂຄສະນາຜົນສໍາເລັດອັນໃຫຍ່ຫຼວງຂອງການພັດທະນາກະສິກໍາອິນຊີໃນໄລຍະຜ່ານມາ ຕັ້ງແຕ່ປີ 2004 ເຖິງ 2019. ພ້ອມດຽວກັນນັ້ນ, ກໍເປັນການສົ່ງເສີມການຜະລິດກະສິກຳອິນຊີຕາມມາດຕະຖານກະສິກຳອິນຊີ ໃຫ້ກ້າວໄປເຖິງການຜະລິດຕາມມາດຕະຖານຂອງພາກພື້ນ ແລະ ສາກົນເພື່ອເປັນສິນຄ້າ ພ້ອມເປັນການປົກປ້ອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ນອກຈາກນີ້ ພາຍໃນງານດັ່ງກ່າວ ຜູ້ເຂົ້າຮ່ວມງານຈະໄດ້ຮັບຊົມບັນດາຜົນຜະລິດ ແລະ ຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນຄຸນນະພາບຕາມມາດຕະຖານກະສິກໍາອິນຊີ ທີ່ໄດ້ຮັບການຄັດສັນເອົາມາໃນຂອບເຂດທົ່ວປະເທດ ເຊິ່ງຈະມີກຸ່ມຜູ້ຜະລິດ, ສະມາຄົມ, ສະຫະກອນ, ຜູ້ປະກອບການທີ່ມີສິນຄ້າເປັນປະເພດພືດຜັກ, ໝາກໄມ້, ເຂົ້າ, ຊາ, ກາເຟ ແລະ ຜະລິດຕະພັນປຸງແຕ່ງຈໍານວນໜຶ່ງ ເຊິ່ງມີທັງໝົດ 58 ຫົວໜ່ວຍ.

ຂະນະດຽວກັນ ທ່ານ ສົມຈິດ ອິນທະມິດ ໃຫ້ຮູ້ວ່າ: ໃນງານວາງສະແດງຄັ້ງນີ້ເຊື່ອວ່າຈະເປັນໂອກາດອັນດີໃຫ້ຜູ້ປະກອບການນຳເອົາຜົນງານມານຳສະເໜີ ເພື່ອໃຫ້ຜູ້ບໍລິໂພກເລືອກຊື້ພືດຜັກ ແລະ ຜະລິດຕະພັນກະສິກຳປອດສານພິດ, ເປັນການສ້າງຄ່ານິຍົມໃຫ້ປະຊາຊົນລາວເຮົາໄດ້ຫັນມານິຍົມຊົມຊອບບໍລິໂພກພືດຜັກປອດສານພິດຂອງປະເທດເຮົາເອງ. ເຖິງຢ່າງໃດກໍຕາມ, ສະເພາະພາກລັດເອງຍາມໃດກໍຊຸກຍູ້ສົ່ງເສີມສິນຄ້າທີ່ຄົນລາວຜະລິດພາຍໃນ ພ້ອມຊອກຫາສະຖານທີ່ວາງຂາຍ ຫຼື ຈັບຄູ່ທຸລະກິດໃຫ້ຜູ້ປູກມາພົບກັບຮ້ານຄ້າ ເພື່ອໃຫ້ມີບ່ອນຈຳໜ່າຍທີ່ຖາວອນເວົ້າລວມ, ເວົ້າສະເພາະກໍເພື່ອສົ່ງເສີມການຜະລິດພາຍໃນເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຄຶກຄື້ນ ຫຼື ຫຼຸດຜ່ອນການນຳເຂົ້າສິນຄ້າກະສິກຳຈາກປະເທດເພື່ອນບ້ານ.

ນອກຈາກນີ້ ທ່ານ ນາງ ວຽງສະຫວັນ ເຈົ້າຂອງປາຫວານຟາມ ຜູ້ນໍາສິນຄ້າເຂົ້າຮ່ວມວາງສະແດງໃນຄັ້ງນີ້ ກ່າວວ່າ: ການທີ່ໄດ້ນໍາສິນຄ້າເຂົ້າມາເປັນສ່ວນໜຶ່ງໃນງານວາງສະແດງຄັ້ງນີ້ ຖືໄດ້ວ່າເປັນອີກໂອກາດໜຶ່ງໃນການຊ່ວຍໂຄສະນາສິນຄ້າຂອງຕົນເອງໃຫ້ເປັນທີ່ຮັບຮູ້ກວ້າງຂວາງອອກ ແລະ ເຮັດໃຫ້ລູກຄ້າໄວ້ໃຈໄດ້ໃນຄຸນນະພາບຂອງສິນຄ້າເຮົາ ເນື່ອງຈາກວ່າງານດັ່ງກ່າວເປັນການນໍາເອົາສິນຄ້າກະສິກໍາອິນຊີທີ່ຖືກຄັດສັນມາແລ້ວຈາກທົ່ວປະເທດມາວາງສະແດງ.