ຄັກແທ້! ເທັກນິກ ປູກຜັກບົ້ງປອດສານພິດໄວ້ກິນເອງແບບງ່າຍໆ

183

ສະໄໝນີ້ ຄົນຫຼາຍມັກບໍລິໂພກຜັກປອດສານພິດກັນຫຼາຍ. ສະນັ້ນ, ມື້ນີ້ ແອັດມິນ ຈະມາແນະນຳເທັກນິກງ່າຍໆ ສຳລັບການປູກຜັກບົ້ງປອດສານພິດແບບງ່າຍໆ ບໍ່ວ່າຈະປູກໄວ້ກິນເອງ ຫຼື ປູກໄວ້ເພື່ອຈຳໜ່າຍກໍ່ໄດ້ເຊັ່ນດຽວກັນ.  ເຊິ່ງການປູກແບບງ່າຍໆນີ້ ປູກແບບ “ລອຍນໍ້າ” ເຊິ່ງອຸປະກອນ ແລະ ຂັ້ນຕອນມີປູກຈະເປັນແນວໃດໄປເບິ່ງນຳກັນເລີຍ!!

ອຸປະກອນປະກອບມີ:  ຕະກ້າ (ກະຕ່າ); ຄຸ ຫຼື ຖັງນໍ້າ ຂະໜາດພໍດີກັບຕະກ້າ; ນໍ້າສະອາດ ແລະ ແກ່ນຜັກບົ້ງຈີນ.

ວິທີການປູກ: ຂັ້ນຕອນທຳອິດ ຫາກະຕ່າ ທີ່ມີຮູຕາຖີ່ໆ ພໍໃຫ້ນໍ້າໄຫຼເຂົ້າມາ ແລະ ຮາກຜັກບົ້ງລອດຜ່ານຮູໄປໄດ້, ຫາກໃຊ້ຕະກ້າຮູຫ່າງ ຄວນນຳສຳລີ ຫຼື ເຈ້ຍທິດຊູກໍ່ໄດ້ ແລ້ວແຕ່ສະດວກ. ຈາກນັ້ນ, ນໍາໄປຊຸບກັບນໍ້າໃຫ້ຊຸ່ມວາງຮອງພື້ນຕະກ້າ ເພື່ອບໍ່ໃຫ້ແກ່ນຜັກບົ້ງຫຼຸດລອດຕະກ້າອອກໄປໄດ້.

ຈາກນັ້ນ, ເອົາແກ່ນຜັກບົ້ງໃສ່ຕະກ້າ ແລ້ວເອົາໄປໄວ້ໃນຄຸ ຫຼື ຖັງນໍ້າທີ່່ກຽມໄວ້ ໃສ່ນໍ້າພໍໃຫ້ຖ້ວມແກ່ນເລັກນ້ອຍ ແລ້ວແຊ່ໄວ້ 1 ຄືນ. ຈາກນັ້ນ, ເອົາແກ່ນທີ່ແຊ່ນໍ້າໄວ້ມາໂຮຍໃສ່ຕະກ້າ ທີ່ກຽມໄວ້. ຫຼັງໂຮຍແລ້ວບໍລິບວນແລ້ວ ໃຫ້ເອົາຕະກ້າລອຍໃນພາຊະນເກັບນໍ້າ ໃຫ້ຕະກ້າພໍພຽງແຕ່ແຕະນໍ້າ (ບໍ່ໃຫ້ຖືກນໍ້າຫຼາຍ) ແລ້ວໃສ່ປຸ໋ຍອິນຊີສູດນໍ້າ.

ແລ້ວລໍຖ້າເວລາຜ່ານໄປປະມານ 2-3 ວັນ ແກ່ນຜັກບົ້ງ ກໍ່ຈະເລີ່ມງອກອອກມາ. ຈາກນັ້ນ, ນໍາໄປໄວ້ໃນທີ່ໆມີແສງ ລໍຖ້າເວລາໃຫເຜັກບົ້ງຈະເລີນເຕີບໂຕ ກໍ່ສາມາດເກັບມາບໍລິໂພກໄດ້ເລີຍ. ຖ້າປະມານ 10-20 ກໍ່ສາມາດເກັບຜັກບົ້ງໄປບໍລິໂພກໄດ້ ຫຼື ນໍາໄປຂາຍໄດ້.

ຖ້າຢາກໃຫ້ຜັກບົ້ງໃຫຍ່ໄວ ແນະນຳໃສ່ປຸ໋ຍລົງໄປກໍ່ໄດ້ ຕາມແຕ່ຄວາມເໝາະສົມ ເຊິ່ງປຸ໋ຍທີ່ໃສ່ຕ້ອງເປັນປູ໋ຍຈາກທຳມະຊາດ ເພາະເຮົາປູກກິນເອງ ຈະໄດ້ປອດສານພິດ, ໃຊ້ເວລາປູກພຽງບໍ່ເທົ່າໃດວັນ ເຮົາກຈະໄດ້ຜັກບົ້ງສົດໆ, ກອບໆ ແຖມໃຫ້ປະໂຫຍດຄົບຖ້ວນ.

ການປູກຜັກບົ້ງແບບນີ້ ເນັ້ນການປະຢັດ ເພາະບໄດ້ໃຊ້ດິນ, ໃຊ້ແຕ່ນໍ້າຢ່າງດຽວ. ພຽງແຕ່ເລີ່ມປູກຄັ້ງທຳອິດ, ເບິ່ງແຍງຄັ້ງດຽວບໍ່ໄດ້ຫົດນໍ້າອີກເລີຍ ລໍຖ້າເກັບກ່ຽວຢ່າງດຽວ.

ສຳລັບທ່ານໃດ ທີ່ສົນໃຈ ລອງນຳໄປປູກລອງເບິ່ງ ເພາະສະດວກ ແລະ ປອດໄພ ໄຮ້ສານເຄມີ ຈຶ່່ງເໝາະສົມສຳລັບຜູ້ມັກບໍລິໂພກຜັກສົດ, ແຖມຍັງຊ່ວຍປະຢັດເງິນໃນກະເປົາອີກຕ່າງຫາກ. ສຳລັບໃຜໆມີພື້ນທີ່ວ່າງ ກໍ່ລອງປູກຜັກບົ້ງລອຍນໍ້າໄວ້ຮັບປະທານເອງລອງເບິ່ງເດີ້!!