ສົມກັບເບີ 1 ຂອງອາຊຽນ! ຫວຽດນາມ ຊະນະ ລາວ ສະບາຍຂຶ້ນນໍາກຸ່ມ ບານເຕະຊີເກມ 2019

159

ພາຍຫຼັງທີ່ ການແຂ່ງຂັນບານເຕະຊາຍ ໃນງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນນະຄອນຫລວງມານິລາ ນັດທໍາອິດ ທີມຊາດລາວ  ສາມາດສະເໝີກັບ ສິງກະໂປ 0-0 ແບ່ງທິມລະຄະແນນ

ຫຼ້າສຸດໃນຕອນແລງຂອງວັນທີ  28 ພະຈິກ 2019 ທີມຊາດລາວ ລົງສະໜາມນັດທີ 2 ພົບກັບ ຕົວເຕັງຢ່າງ ທີມຊາດຫວຽດນາມ ຜ່ານການແຂ່ງຂັນປາກົດວ່າ ທີມຊາດລາວ ຕ້ານຄວາມແຂງແກ່ນບໍ່ໄຫວເສຍໃຫ້ກັບ ຫວຽດນາມ ໄປ 1-6 ໂດຍຫວຽດນາມ ໄດ້ປະຕູຈາກ ຫງຽນ ລິນ 3 ປະຕູ, Dung Do 1 ປະຕູ, ຫງຽນ ຮອງ 1 ປະຕູ ແລະ ຫງຽນ ກວາງ ໄຮ 1 ປະຕູ, ສ່ວນ ທີມຊາດລາວ ໄດ້ຈາກ ກ້າຫານ ເພັດສີວິໄລ

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ລຸ້ນເຂົ້າຮອບລໍາບາກ ເພາະລົງສະໜາມ 2 ນັດມີພຽງ 1 ຄະແນນ ຕາມຫຼັງທີມນໍາກຸ່ມ B ຫວຽດນາມ ເຖິງ 5 ຄະແນນ, ນອກນັ້ນຍັງມີ ອິນໂດເນເຊຍ ມີ 3 ຄະແນນລົງແຂ່ງ 1 ນັດ, ໄທ ລົງ 2 ນັດມີ 3 ຄະແນນ, ອິນໂດເນເຊຍ ມີ 1 ຄະແນນຈາກ 2 ນັດ ແລະ ບຣູໄນ ບໍ່ມີຈັກຄະແນນຈາກ 2 ນັດ ທີ່ຕ້ອງລຸ້ນເຂົ້າຮອບອີກ 3 ນັດສຸດທ້າຍ

ສ່ວນນັດຕໍ່ໄປຂອງ ທີມຊາດລາວ ຈະລົງແຂ່ງຂັນໃນ ວັນທີ 1 ທັນວາ 2019 ເວລາ 16:00 ໂມງ ພົບ ທີມຊາດບຣູໄນ
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ