ໂຮງຮຽນນີຣະດາ ຈອມເພັດ ເປີດການແຂ່ງຂັນກີລາ – ສິລະປະ

211

ເມື່ອວັນທີ 27 ພະຈິກຜ່ານມາ ໂຮງຮຽນນີຣະດາ ຈອມເພັດ ໄດ້ຈັດພິທີເປີດລະດູການກີລາແຂ່ງຂັນ ປະຈຳສົກຮຽນ 2019 – 2020 ຂຶ້ນທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພົນ ໄຊຍະເພັດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ມີນາຍບ້ານຈອມເພັດເໜືອ, ບັນດາຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ພ້ອມດ້ວຍຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ນາງ ນີລາວັນ ວີຣະຖາວອນ ຜູ້ອຳນວຍການໂຮງຮຽນນີຣະດາ ຈອມເພັດ ກ່າວວ່າ: ການແຂ່ງຂັນປະກອບມີ 2 ລະດັບ ຄື: ລະດັບຊັ້ນປະຖົມ ແລະ ລະດັບຊັ້ນມັດທະຍົມ. ໃນນັ້ນ, ປະກອບດ້ວຍ 10 ທີມ ເຊິ່ງແຕ່ລະທີມຈະມີສີປະຈຳຂອງທີມໃຜລາວ ເຊັ່ນ: ຊັ້ນປະຖົມມີ 4 ທີມ ຄື: ທີມສີແດງ, ທີມສີເຫຼືອງ, ທີມສີຂຽວ ແລະ ທີມສີຟ້າ ເຊິ່ງໃນແຕ່ລະທີມປະກອບມີນັກຮຽນແຕ່ຊັ້ນ ປ 1 ຫາ ປ 5 ແລະ ມີຈຳນວນເທົ່າກັນ; ສ່ວນຊັ້ນມັດທະຍົມ ມີ 6 ທີມ ຄື: ທີມສີແດງ, ສີເຫຼືອງ, ສີຂຽວ, ສີຟ້າ, ສີມ່ວງ ແລະ ສີບົວ, ຊັ້ນມັດທະຍົມແມ່ນຊັ້ນໜຶ່ງສີໜຶ່ງ ມີທັງໝົດ 6 ຊັ້ນ ປະກອບມີ 6 ສີ, ສ່ວນຊັ້ນ ມ 7 ແມ່ນເປັນຜູ້ບໍລິຫານຈັດການ ແລະ ເປັນຜູ້ຊີ້ນຳໃນແຕ່ລະທີມ.

ໃນການແຂ່ງຂັນແບ່ງອອກເປັນປະເພດຕ່າງໆ ອີງຕາມຊັ້ນຮຽນ ແລະ ໄວອາຍຸ ເຊິ່ງປະກອບມີຫຼາກຫຼາຍກວ່າ 30 ປະເພດໃນການແຂ່ງຂັນ ເຊັ່ນ: ແລ່ນສົ່ງປ່ຽນໄມ້, ຂີ່ມ້າ, ຕັກນ້ຳໃສ່ອົ້ງມື, ເປົ່າຈອກຕາມເຊືອກ, ເຕະບານ, ເປົ່າປິ່ງປ່ອງ, ເກມງູຂັ້ນໄດ, ປັກທໍ່, ຕີດອກປີກໄກ່, ໝາກພ້າວໂບລິ້ງ, ເກມກິ້ງຕີນລົດ, ແລ່ນໄຖ່, ດຶງເຊືອກ, ບານບ້ວງ, ບານສົ່ງ, ຕີປິ່ງປ່ອງ, ກະຕໍ້, ແລ່ນ, ຕໍ່ຄຳສັບພາສາອັງກິດ ແລະ ກິດຈະກຳອື່ນໆ.

ນອກຈາກນີ້, ຍັງມີການປະກວດຖ່າຍຮູບ, ບົດເລື່ອງທຸກກິດຈະກຳແມ່ນມີຄວາມໝາຍສຳຄັນໃຫ້ແກ່ແຕ່ລະທີມ ຈະຕ້ອງເຮັດວຽກເປັນທີມ, ຄວາມສະໜິດສະໜົມກັນ ເຫັນເຖິງ ຄວາມສຳຄັນຂອງການຫຼິ້ນແບບເປັນທຳ ແລະ ຄວາມສຳຄັນຂອງຄວາມເປັນນັກກີລາ ເຊິ່ງໂຮງຮຽນເຊື່ອວ່າເປັນການຮຽນຮູ້ມີປະໂຫຍດສຳລັບນັກຮຽນໃນການຮັບມືກັບສະພາບການທີ່ມີທັງການເສຍ ແລະ ການຊະນະ.

ຍິ່ງໄປກວ່ານັ້ນ, ທາງໂຮງຮຽນເອງກໍໄດ້ພິຈາລະນາວ່າ ນັກຮຽນສ່ວນຫຼາຍຕ້ອງໄດ້ຮັບຫຼຽນ ເພື່ອໃຫ້ເປັນທີ່ຮັບຮູ້ໂດຍທາງໂຮງຮຽນໄດ້ມອບຫຼຽນທອງໃຫ້ແກ່ທີມຊະນະເລີດອັນດັບທີ 3, ມອບຫຼຽນເງິນແກ່ທີມຊະນະເລີດອັນດັບທີ 2 ແລະ ມອບຫຼຽນຄຳໃຫ້ແກ່ທີມຊະນະເລີດອັນດັບທີ 1.

[ ຮູບ – ຂ່າວ: ແກ້ວ ]