ຫັດຖະກໍາຕໍ່າຫູກສ້າງລາຍຮັບເຂົ້າຄອບຄົວ ກວ່າ 1 ຕື້ກີບຕໍ່ປີ

279

ນາງ ມາລາວັນ ໄຊຍະວົງ ປະຊາຊົນບ້ານສະຖານ ເມືອງຄອບ ແຂວງໄຊຍະບູລີ ປະກອບອາຊີບຫັດຖະກໍາຕໍ່າຫູກ ມາແຕ່ປີ 2007 ເລີ່ມຕົ້ນມີພຽງ 10 ກີ່ເທົ່ານັ້ນ ຮອດປັດຈຸບັນ ເພີ່ມຂຶ້ນ 150 ກີ່ ສາມາດສ້າງລາຍຮັບໄດ້ກວ່າ 1 ຕື້ກີບຕໍ່ປີ.

ນາງ ມາລາວັນ ໄຊຍະວົງ ອາຍຸ 31 ປີ ໃຫ້ຮູ້ວ່າ: ໄດ້ປະກອບອາຊີບດ້ານຫັດຖະກຳຕໍ່າຫູກ ແລະ ແສ່ວຜ້າ ແຕ່ປີ 2007 ເປັນຕົ້ນມາ, ໃນຄອບຄົວມີສະມາຊິກທັງໝົດ 7 ຄົນ ຍິງ 4 ຄົນ ໂດຍໄດ້ສືບຕໍ່ຈາກຜູ້ເປັນແມ່ ພ້ອມທັງໄດ້ປຸກລະດົມເອື້ອຍນ້ອງແມ່ຍິງພາຍໃນບ້ານສະຖານ ເຂົ້າຮ່ວມ, ທຳອິດໄດ້ພຽງແຕ່ 10 ກີ່ເທົ່ານັ້ນ ແລະ ໄດ້ເອົາຜ້າແສ່ວລົງໃຫ້ແມ່ຍິງຢູ່ບ້ານປາງໄຮ, ບ້ານຫ້ວຍເລົາ, ບ້ານປ່າຄາ ແລະ ບ້ານນ້ຳພ້າວ, ໃນເບື້ອງຕົ້ນແມ່ນມີຄວາມຫຍຸ້ງຍາກ ເປັນຕົ້ນແມ່ນທຶນຮອນ, ຄວາມຊໍານິຊຳນານດ້ານສີມື ແລະ ບໍ່ມີຕະຫຼາດຮັບຮອງທີ່ແນ່ນອນ.

ຜ່ານພຶດຕິກຳ ແລະ ປະສົບການຕົວຈິງບວກກັບການຊຸກຍູ້ສົ່ງເສີມຈາກພັກ – ລັດ ກໍຄືຫ້ອງການອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ສຸມທຸກສະຕິປັນຍາ ແລະ ຫົວຄິດປະດິດສ້າງເຂົ້າໃນການສົ່ງເສີມກິດຈະການຂອງຕົນເພື່ອພັດທະນາສີໄມ້ລາຍມືໃຫ້ມີຫຼາຍຮູບແບບ, ຫຼາກຫຼາຍສີສັນ ແລະ ຂະຫຍາຍກີ່ຕ່ຳຫູກໄປສູ່ບ້ານຕ່າງໆ ເຊັ່ນ: ບ້ານຖໍ້າ, ບ້ານດອນຕັນ, ບ້ານຫົວເມືອງ ແລະ ບ້ານອື່ນໆ.

ມາຮອດປັດຈຸບັນ ມີ 150 ກີ່, ການແສ່ວຜ້າກໍຂະຫຍາຍໄປເກືອບໝົດທຸກບ້ານ, ສ່ວນຜະລິດຕະພັນທີ່ຜະລິດອອກເພື່ອຈໍາໜ່າຍແມ່ນ: ຜ້າແພສິ້ນ, ແພເສື້ອ, ຜ້າປູໂຕະ, ຜ້າບ່ຽງ, ຜ້າຂາວມ້າ, ຜ້າພັນຄໍ, ຜ້າເຊັດມື ແລະ ອື່ນໆ. ນອກນັ້ນ, ຍັງໄດ້ແປຮູບ ເຊັ່ນ: ເສື້ອ, ສິ້ນຊົນເຜົ່າ, ກະເປົ໋າ, ຖົງພາຍ ເພື່ອຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ ອັນເຮັດໃຫ້ສັງຄົມຮັບຮູ້ຢ່າງກວ້າງ ຂວາງ, ນອກຈາກຈໍາໜ່າຍແລ້ວຍັງໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຢູ່ບຸນຊ້າງ, ບຸນຊ່ວງເຮືອທີ່ແຂວງໄຊຍະບູລີ, ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ ແລະ ປະເທດໄທ ທີ່ຈັດຂຶ້ນຢູ່ອຳເພີພູຊາງ ແລະ ອຳເພີຊຽງຄຳ.

ຈົນເຮັດໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ສັ່ງຈອງຜະລິດຕະພັນເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ເອື້ອຍນ້ອງແມ່ຍິງ ໂດຍສະເພາະຜູ້ຕໍ່າຫູກ, ມີຄວາມຊໍານິຊຳນານຫຼາຍຂຶ້ນ ແລະ ມີລາຍໄດ້ເປັນຫຼັກແຫຼ່ງໃຫ້ຄອບຄົວ, ແຕ່ລະປີບໍ່ຫຼຸດ 13 – 15 ລ້ານກີບຕໍ່ຄົນຕໍ່ກີ້ຕໍ່ປີ ສະເລ່ຍເອື້ອຍນ້ອງແມ່ຍິງລູກກີ່ສາມາດສ້າງລາຍຮັບໃຫ້ຄອບຄົວຂ້າພະເຈົ້າບໍ່ຕໍ່າກວ່າ 1,9 – 2 ຕື້ກີບຕໍ່ປີ ຈຶ່ງເຮັດໃຫ້ຄອບຄົວໄດ້ຮັບການພັດທະນາຫຼຸດພົ້ນຈາກຄອບຄົວທຸກຍາກ, ມີຊີວິດການເປັນຢູ່ດີຂຶ້ນເປັນລຳດັບ.

[ ໂດຍ: ອຸ່ນເຮືອນ ໂພທິລັກ ]