ງານ ສະຫວັນ ສຸກສັນຫັນສາ ຈະຊ່ວຍຍູ້ການທ່ອງທ່ຽວ

136

ເທດສະການ ສະຫວັນ ສຸກສັນຫັນສາ ( SAVAN FUN FEST ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 22 ພະຈິກ 2019 ທີ່ບໍລິເວນຕະຫຼາດສະຫວັນກາງຄືນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

ໃນພິທີ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ກໍໄດ້ກ່າວລາຍງານການກະກຽມງານຄັ້ງນີ້ວ່າ: ເທດສະການ ສະຫວັນ ສຸກສັນຫັນສາ ຈັດຂຶ້ນໃນລະຫວ່າງວັນທີ 22 – 24 ພະຈິກ 2019 ເຊິ່ງມີການໂຄສະນາປະຊາສໍາພັນຈຸດປະສົງ ແລະ ກິດຈະກໍາຂອງງານ. ງານຂອງພວກເຮົາມີການອອກຫ້າງຮ້ານຈຳໜ່າຍຜະລິດຕະພັນໂອດ໊ອບຂອງຊາວບ້ານ, ພ້ອມທັງສິນຄ້າຈາກພາຍໃນ ແລະ ຕ່າງປະເທດ, ມີກິດຈະກຳຈຳລອງຄືນວິຖີຊີວິດ, ວັດທະນະທໍາ, ຮີດຄອງປະເພນີຂອງຄົນລາວຢູ່ຕົວເມືອງເກົ່າ, ມີການພົບປະແລກປ່ຽນສິລະປະການສະແດງ ຟ້ອນ, ຮ້ອງ, ລຳ, ສະແດງ,ດົນຕີຂອງສິລະປິນພາຍໃນ ແລະ ຕ່າງປະເທດ, ການຖ່າຍພາບທີ່ລະນຶກ, ການຊົມພາບແຕ້ມ, ພາບຖ່າຍຕົວເມືອງເກົ່າ, ຮູບເງົາສະໄໝເກົ່າ, ສະໄໝໃໝ່, ຮູບເງົາປະຫຼັດຕື້, ການສະແດງແບບການນຸ່ງຖືຂອງເຜົ່າຕ່າງໆທີ່ເປັນເອກະລັກຂອງແຂວງຈາກກຸ່ມບ້ານຕ່າງໆ ແລະ ຜູ້ເຂົ້າຮ່ວມງານ ແລະ ກິດຈະກຳອື່ນໆ.

ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ ປະທານຈັດງານກໍໄດ້ຍົກໃຫ້ເຫັນກ່ຽວກັບການຈັດງານຄັ້ງນີ້ ວ່າ: ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວໃນໂອກາດທີ່ລັດຖະບານເປີດປີທ່ອງທ່ຽວ ລາວ – ຈີນ 2019 ແລະ ການທ່ອງທ່ຽວເຂດຕົວເມືອງເກົ່າໃຫ້ມີຄວາມຫຼາກຫຼາຍສີສັນ ທັງເປັນການກະຕຸກຊຸກຍູ້ການທ່ອງທ່ຽວພາຍໃນໃຫ້ຫຼາຍຂຶ້ນ.

[ ຂ່າວ: ຕຸກຕາ ]