ແຕ່ລະພາກ ອາກາດຍັງຈະເຢັນໃນຕອນກາງຄືນ-ຕອນເຊົ້າ

134

ສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງ ຂອງວັນທີ 25 ພະຈິກ 2019: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ມີກໍາລັງແຮງຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຍັງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ຕື່ມອີກໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນເຂດພູສູງ, ຮ່ອມພູ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.


ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານສະພາບອາກາດໜາວກວ່າໝູ່ໃນມື້ແມ່ນ ປາກຊ່ອງ ບໍລິເວນ ອຸນຫະພູມຢູ່ທີ່ 8 ອົງສາ; ຮອງລົງມາແມ່ນ ນິຄົມ34 ວັດແທກໄດ້ທີ່ 10 ອົງສາ; ຮອງລົງມາແມ່ນ ໄຊສົມບູນ ອຸນຫະພູມ ວັດແທກໄດ້ທີ່ 11 ອົງສາ; ຊຽງຂວາງ, ອຸດົມໄຊ, ວຽງທອງ ອຸນຫະພູມຢູ່ທີ່ 14 ອົງສາ; ຜົ້ງສາລີ ວຽງໄຊ, ຊຳເໜືອ ອຸນຫະພູມຢູ່ທີ່ 15 ອົງສາ. ສ່ວນນະຄອນຫຼວງວຽງຈັນ ວັດແທກໄດ້ 20 ອົງສາ ແລະ ອັດຕະປືຢູ່ທີ່ 24 ອົງສາ.


ດັ່ງນັ້ນ, ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ຈົ່ງພ້ອມກັນຮັກສາສຸຂະພາບ ໂດຍສະເພາະເດັກນ້ອຍ, ຜູ້ເຖົ້າ ເພາະອາດຈະມີຄວາມສ່ຽງຕການເຈັບເປັນໄດ້ງ່າຍ.