ຊົມເຊີຍ! ເປຕັງລາວ ຄວ້າ 3 ຫຼຽນເງິນ ລາຍການຊີງແຊັມໂລກ ທີ່ກໍາປູເຈຍ

125

ທັບນັກກີລາເປຕັງທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນເຂົ້າຊີງເຖິງ 3 ລາຍການ ກ່ອນຈະຈົບດ້ວຍການຄວ້າຮອງແຊັມທັງໝົດ ໃນການແຂ່ງຂັນເປຕັງຊີງແຊັມໂລກ ຮຸ່ນເຍົາວະຊົນ ແລະ ຊີງແຊັມໂລກຍິງ ຄັ້ງທີ 17 ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ລະຫວ່າງວັນທີ 18-23 ພະຈິກ 2019.

ເຊິ່ງທັບນັກກີລາເປຕັງທີມຊາດລາວ ໄດ້ເດີນທາງໄປປະເທດກໍາປູເຈຍ ໃນຕອນບ່າຍຂອງວັນທີ 18 ພະຈິກ 2019 ນໍາໂດຍ ທ່ານ ວິລະວັດ ເທບພິທັກ ຫົວໜ້າຄະນະ, ທ່ານ ວຽງທາ ເຂັມວົງສາ ຄູຝຶກ ແລະ ທ່ານ ໂຊກໄຊ ວິນໄລທອງ ຄູຝຶກ.

ສ່ວນ ນັກກີລາເປຕັງທີມຊາດລາວ ປະກອບມີ 8 ຄົນຄື: ນາງ ມະນີວັນ ສຸລິຍາ, ນາງ ຈັນສະໝອນ ວົງສະຫວັດ, ນາງ ຄູນ ສຸກສະຫວັດ, ນາງ ໄບວິລັກ ເທບພະກັນ, ທ້າວ ພິມພອນ ວັນນະຈອນ, ທ້າວ ປີໂນ່ ພັນທະລີ, ທ່ານ ສີສົມພອນ ວັນນະຈອນ ແລະ ທ່ານ ສຸທາພອນ ຫອມສົມບັດ.

ຜ່ານການແຂ່ງຂັນປາກົດວ່າ: ສາມາດຍາໄດ້ຫຼຽນເງິນ ປະກອບດ້ວຍ
– ຮອງແຊ້ມໂລກ(ອັນດັບ 2) ປະເພດ ຊຸດຕິງຍິງ ຈາກນາງ ໂບວິລັກ ເທບພະກັນ ເສຍໃຫ້ແຊັມເກົ່າຈາກ ກໍາປູເຈຍ ໃນຮອບຊີງ 26-36
– ຮອງແຊ້ມໂລກ(ອັນດັບ 2) ປະເພດ ທີມຊຸດເຍົາວະຊົນ ເສຍໃຫ້ ຝຣັ່ງ 1-13
– ແລະ ຮອງແຊ້ມໂລກ(ອັນດັບ 2) ປະເພດທີມຊຸດຍິງ ເສຍໃຫ້ ໄທ