ພະນັກງານປະຕິວັດຢູ່ຫຼວງພະບາງ ໄດ້ຮັບເງິນອຸດໜູນ

80

ເພື່ອຍ້ອງຍໍ ແລະ ຊົມເຊີຍຄຸນງາມຄວາມດີອະດີດ ພະນັກງານນັກຮົບປະຕິວັດ ທີ່ໄດ້ອຸທິດຕົນຮັບໃຊ້ພາລະກິດປົດປ່ອຍຊາດ ຍາດເອົາປະຊາທິປະໄຕຄືນສູ່ປິຕິພູມອັນແສນເຄົາລົບຮັກຂອງປວງຊົນລາວທັງຊາດ  ນັບແຕປີ 1954 ຄືນຫຼັງ, ພະນັກງານນັກຮົບປະຕິວັດ ຈຳນວນ 89 ຄົນ ຢູ່ແຂວງ ຫຼວງພະບາງໄດ້ຮັບເງິນນະໂຍບາຍ ຈາກລັດຖະບານ.

ເຊິ່ງພິທີມອບໄດ້ຈັດຂຶ້ນ ເມື່ອອາທິດທີ່ຜ່ານມາ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ມີທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າ ຈາກພະແນກການກ່ຽວຂ້ອງຂອງແຂວງ, ເມືອງ ພ້ອມດ້ວຍຜູ້ໄດ້ຮັບເງິນນະໂຍບາຍເຂົ້າຮ່ວມ.


ໃນພິທີຕາງໜ້າຂະແໜງນະໂຍບາຍ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂໍ້ຕົກລົງຂອງຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ວ່າດ້ວຍການປະຕິບັດນະໂຍບາຍເງິນອຸດໜູນເສຍສະຫຼະຊີວິດ ປະຈຳປີ 2019 ໃນທົ່ວແຂວງຫຼວງພະບາງ ຈຳນວນ 89 ຄົນ ເປັນເງິນທັງໜົດ 1.752.860.700ກີບ ໃຫ້ແກ່ຜູ້ທີມີຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບສ່ວນເຂົ້າໃນພາລະກິດ ຮັບໃຊ້ການປະຕິວັດ ປະຊາທິປະໄຕ ປີ 1954 ຄືນຫຼັງ.

ໃຫ້ກຽດກ່າວມອບເງິນນະໂຍບາຍ ຄັ້ງນີ້ ໂດຍແມ່ນທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ການມອບເງິນນະໂຍບາຍ ເງິນອຸດໜູນໃຫ້ແກ່ຜູ້ທີ່ເສັຍສະຫຼະຊີວິດ ໃນຄັ້ງນີ້ ເພື່ອກໍ່ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີມີຜົນງານຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດປະຊາທິປະໄຕ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ.

ທີ່ມາ: ຂ່າວສານ ຫຼວງພະບາງ