ໄຟຟ້າຫົງສາ! ແຈ້ງຢຸດເດີນເຄື່ອງຊົ່ວຄາວ ຫຼັງເກີດເຫດແຜ່ນດິນໄຫວ

207

ຈາກກໍລະນີ ໄດ້ເກີດເຫດການແຜ່ນດິນໄຫວໃນມື້ເຊົ້ານີ້ 21 ພະຈິກ 2019ທີ່ມີຈຸດສູນກາງຢູ່ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຫ່າງຈາກໂຮງໄຟຟ້າຫົງສາ ໄປທາງທິດໃຕ້ປະມານ 21 ກິໂລແມັດ.

ໂດຍຕາມລາຍງານຂອງບໍລິສັດໄຟຟ້າຫົງສາ ໃນເວລາ 9:00 ຂອງມື້ນີ້ແຈ້ງວ່າ: ແຜ່ນດິນໄຫວທີ່ເກີດຂຶ້ນຄັ້ງທຳອິດໃນເວລາ 4:03 ໂມງ ຫຼັງຈາກນັ້ນ ໄດ້ເກີດອັບເຕີຊ໊ອກຕາມມາເລື້ອຍ ແລະຄະນະໜ່ວຍງານຂອງບໍລິສັດໄຟຟ້າຫົງສາແມ່ນໄດ້ຕິດຕາມສະຖານະການຢ່າງໃກ້ຊິດ!!!

ຕາມລາຍງານຂອງບໍລິສັດໄຟຟ້າຫົງສາ ໃນເວລາ 11:30 ນາທີ ຂອງມື້ນີ້ໃຫ້ຮູ້ວ່າ: ລະບົບປ້ອງກັນຄວາມເສຍຫາຍຈາກແຮງສັ່ນສະເທືອນຂອງອຸປະກອນຫຼັກໃນໂຮງໄຟຟ້າໄດ້ເຮັດວຽກຕາມຂັ້ນຕອນປົກກະຕິ ເພື່ອຢຸດການເດີນເຄື່ອງຂອງໂຮງງານໄຟຟ້າ, ເຊິ່ງຂະນະນີ້ ບໍລິສັດໄຟຟ້າຫົງສາຈຳກັດ ແມ່ນໄດ້ຢຸດຕິການເດີນເຄື່ອງໂຮງງານເປັນຊົ່ວຄາວ.

ພ້ອມດຽວກັນນີ້, ກໍ່ໄດ້ເລີ່ມເຂົ້າໄປກວດສອບຄວາມເສຍຫາຍຂອງໂຮງໄຟຟ້າ, ລະບົບສາຍສົ່ງ, ບໍ່ແຮ່ຖ່ານຫີນ, ບໍ່ແຮ່ຫີນປູນ, ເຂື່ອນນ້ຳເລືອກ ແລະເຂື່ອນນ້ຳແກ່ນ ໃນເບື້ອງຕົ້ນບໍ່ທັນພົບຄວາມເສຍຫາຍຂອງໂຄງສ້າງຫຼັກຂອງສິ່ງປຸກສ້າງທີ່ຈຳເປັນໃນການດຳເນີນງານ ແລະ ບໍມີຜູ້ໄດ້ຮັບບາດເຈັບ, ພົບແຕ່ຄວາມເສຍຫາຍບາງສ່ວນຂອງພື້ນຜີວຂອງສິ່ງປຸກສ້າງເທົ່ານັ້ນ.

ບໍລິສັດໄຟຟ້າຫົງສາຄາດວ່າຈະໃຊ້ເວລາ 24 ຊົ່ວໂມງໃນການກວດສອບເບື້ອງຕົ້ນ ແລະ ຈະແຈ້ງຄວາມຄືບໜ້າ ແລະ ຄວາມເສຍຫາຍຈາກເຫດການດັ່ງກ່າວໃຫ້ຊາບໃນຕໍ່ໄປ.