ຢູທູບ ອອກກົດໃໝ່ຕ້ອງແຈ້ງວິດີໂອສ້າງເພື່ອເດັກ ຫຼື ບໍ່?

382

ຢູທູບ ( Youtube ) ອອກກົດໃໝ່ຕ້ອງແຈ້ງວິດີໂອສ້າງເພື່ອເດັກ ຫຼື ບໍ່? ເຊິ່ງມີຜົນບັງຄັບໃຊ້ແລ້ວ ໂດຍຜູ້ໃຊ້ຢູທູບທີ່ນຳເອົາວິດີໂອລົງປະຈຳຈະໄດ້ຮັບຈົດໝາຍຈາກຢູທູບ. ທັງນີ້, ເພື່ອບໍ່ໃຫ້ຢູທູບ ແລະ ຜູ້ໃຊ້ຢູທູບຖືກຟ້ອງຈາກກົດໝາຍ ວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນທາງອິນເຕີເນັດຂອງເດັກ ( Children’s Online Privacy Protection Act ຫຼື COPPA ) ຫຼື ກົດໝາຍອື່ນໆທີ່ກ່ຽວຂ້ອງ.

ຜູ້ໃຊ້ຕ້ອງຕັ້ງສະຖານະເນື້ອໃນຢູ່ Youtube Studio ສ້າງເພື່ອເດັກ ຫຼື ບໍ່? ເຊິ່ງນັບແຕ່ເດືອນມັງກອນ 2020 ເປັນຕົ້ນໄປຢູທູບ ຈະຈຳກັດຂໍ້ມູນທີ່ລວບລວມໄວ້ກ່ຽວກັບເນື້ອໃນທີ່ສ້າງມາເພື່ອເດັກເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນທາງອິນເຕີເນັດຂອງເດັກ ( Children’s Online Privacy Protection Act ຫຼື COPPA ) ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ໝາຍຄວາມວ່າຢູທູບຈະປິດໃຊ້ໂຄສະນາທີ່ປັບຕາມໂປຣຟາຍຂອງຜູ້ໃຊ້ເນື້ອໃນນີ້ ( ເຊິ່ງມີຜົນຕໍ່ລາຍໄດ້ຂອງຜູ້ສ້າງເນື້ອໃນສຳລັບເດັກ ) ລວມທັງຟີເຈີບາງສ່ວນ ເຊັ່ນ: ການສະແດງ ຄວາມຄິດເຫັນ, ການແຈ້ງເຕືອນ ແລະ ອື່ນໆ.

ຢູທູບ ໄດ້ແຈ້ງເຫດຜົນວ່າ: ເປັນສ່ວນໜຶ່ງຂອງຂໍ້ຕົກລົງກັບຄະນະກຳມາທິການການຄ້າ ( FTC ) ຂອງສະຫະລັດອາເມຣິກາ ແລະ ໄອຍະການສູງສຸດຂອງນິວຢອກ ແລະ ເພື່ອເຮັດໃຫ້ຜູ້ໃຊ້ປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນທາງອິນເຕີເນັດຂອງເດັກ ( Children’s Online Privacy Protection Act ຫຼື COPPA ) ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ, ຜູ້ໃຊ້ ( ຜູ້ສ້າງຊ່ອງຢູທູບ ) ຕ້ອງຕັ້ງສະຖານະວິດີໂອວ່າວິດີໂອສ້າງມາເພື່ອເດັກ ຫຼື ບໍ່?.

ນອກຈາກນີ້, ຖ້າຜູ້ໃຊ້ບໍ່ໄດ້ຕັ້ງຄ່າໃດໆວ່າວິດີໂອນີ້ສ້າງມາເພື່ອເດັກ ຫຼື ບໍ່? ຢູທູບ ຈະໃຊ້ Machine Learning ຫຼື AI ໃນການຄົ້ນຫາເນື້ອໃນທີ່ສ້າງມາເພື່ອເດັກຢ່າງຊັດເຈນ ແລະ ປັບໂດຍອັດຕະໂນມັດ. ເຖິງຢ່າງໃດກໍຕາມ, ຜູ້ໃຊ້ບໍ່ຄວນເພິ່ງພາລະບົບ AI ໃນການຕັ້ງຄ່າສາຖານະເນື້ອໃນແທນ ເນື່ອງຈາກບໍ່ມີລະບົບອັດຕະໂນມັດໃດທີ່ເຮັດວຽກໄດ້ຢ່າງສົມບູນແບບ ແລະ ຜູ້ໃຊ້ເທົ່ານັ້ນທີ່ສາມາດຕັດສິນໃຈໃນວິດີໂອແຕ່ລະຄລິບ. ທັງນີ້, ຖ້າຕັ້ງສະຖານະເນື້ອໃນບໍ່ຖືກຕ້ອງຜູ້ໃຊ້ອາດໄດ້ຮັບໂທດຈາກການບໍ່ປະຕິບັດຕາມຂໍ້ກຳນົດຂອງ FTC ແລະ ໜ່ວຍງານອື່ນໆ ແລະ ອາດດຳເນີນການກັບບັນຊີຜູ້ໃຊ້ຢູທູບ.

ຖ້າຊ່ອງຢູທູບຂອງຜູ້ໃຊ້ມີທັງວິດີໂອທຳມະດາ ແລະ ວິດີໂອກ່ຽວກັບເດັກ ກໍບໍ່ຈຳເປັນທີ່ຈະສ້າງຊ່ອງໃໝ່ແຍກ ຫຼື ລົບວິດີໂອທີ່ມີເດັກອອກ ເພາະເຂົາຈະກວດສອບສະເພາະວິດີໂອ, ສ່ວນວິດີໂອທີ່ບໍ່ກ່ຽວຂ້ອງກໍສາມາດເປີດສ້າງລາຍຮັບໄດ້ຕາມປົກກະຕິ, ຖ້າວິດີໂອທີ່ກ່ຽວຂ້ອງກັບເດັກກໍຈະເຮັດໃຫ້ການສ້າງລາຍໄດ້ຫຼຸດລົງ.

ສິ່ງທີ່ຄວນຮູ້ຖ້າຜູ້ໃຊ້ກຳນົດວ່າເປັນວິດີໂອສ້າງມາເພື່ອເດັກແລ້ວມັນຈະເກີດຫຍັງຂຶ້ນ?

1 ຈະບໍ່ມີການສົ່ງ Personal-lised ads ເຮັດໃຫ້ລາຍໄດ້ຈາກຢູທູບຫຼຸດລົງ ແລະ ຊ່ອງສຳລັບເດັກທີ່ເປີດໃໝ່ ຫຼື ທີ່ຍັງມີຄົນຕິດຕາມບໍ່ຫຼາຍຈະເສຍປຽບ ເພາະຈະໄດ້ລາຍຮັບໃນການສ້າງຊ່ອງເດັກໜ້ອຍຫຼາຍ.

2 ບໍ່ສາມາດຄອມເມັ້ນໃນວິດີໂອນັ້ນໄດ້.

3 ບໍ່ສາມາດຕັ້ງຄ່າໃສ່ໂລໂກ້.

4 ໃສ່ Youtube card ຫຼື End screen ບໍ່ໄດ້ລວມທັງບັນທຶກວິດີໂອໃນ playlist ບໍ່ໄດ້.

5 ຖ້າຖືກກຳນົດເປັນຊ່ອງເດັກເລີຍຈະບໍ່ມີເຄື່ອງໝາຍກະດິງແຈ້ງເຕືອນ.

ທັງນີ້, ຄວນສຶກສາບັນດາຂໍ້ປະຕິບັດໃນຢູທູບ ກ່ຽວກັບວິດີໂອລັກສະນະໃດທີ່ເຂົ້າຂ່າຍເປັນວິດີໂອສ້າງເພື່ອເດັກ ແລະ ຂໍ້ຄວນປະຕິບັດ.