ທະນາຄານອາເມຣິກາປ່ອຍເງິນກູ້ຢືມຫຼາຍສ້າງໜີ້ຄົວເຮືອນພຸ່ງສູງ

129

ເຟດຊີ້ໜີ້ຄົວເຮືອນອາເມຣິກາເພີ່ມຂຶ້ນຈຸລະດັບ14ພັນຕື້ໂລດານໍາໂດຍສິນເຊື່ອເພື່ອທີ່ຢູ່ອາໄສ,ສິນເຊື່ອເພື່ອຊື້ລົດ ແລະ ສິນເຊື່ອເພື່ອການສຶກສາ.

ທະນາຄານກາງອາເມຣິກາຫຼືເຟດລາຍງານວ່າ:ໜີ້ຄົວເຮືອນຂອງປະຊາຊົນອາເມຣິກາເພີ່ມຫຼາຍຂຶ້ນເປັນປະຫວັດການໃກ້ຈຸລະດັບ14ພັນຕື້ໂດລາ.

ທັງນີ້ໜີ້ທີ່ເກີດຈາກການຈໍານໍາເຮືອນປັບຂຶ້ນປະມານ31.000ລ້ານໂດລາເຖິງ9,44ພັນຕື້ໂດລາເຊັ່ນດຽວກັບໜີ້ທີ່ເກີດຈາກການຊື້ລົດ,ບັດເຄຣດິດ ແລະ ເງິນກູ້ເພື່ອການສຶກສາລ້ວນປັບຕົວຂຶ້ນ.

ເຟດໃຫ້ຮູ້ວ່າ:ໜີ້ຄົວເຮືອນອາເມຣິກາເພີ່ມຂຶ້ນ92.000ລ້ານໂດລາໃນໄຕມາດ3ຂອງປີນີ້ໂດຍຕົວເລກໜີ້ຄົວເຮືອນອາໃນໄຕມາດ3ຂອງປີ2019ເພີ່ມຂຶ້ນຫຼາຍໂດຍການປ່ອຍສິນເຊື່ອເພື່ອຊື້ລົດເພີ່ມຂຶ້ນສູງເປັນປະຫວັດການ.

ນອກຈາກນີ້,ສິນເຊື່ອເພື່ອການປ່ອຍເງິນກູ້ຢືມເພື່ອທີ່ຢູ່ອາໄສກໍປັບຕົວເພີ່ມຂຶ້ນທຸກປີ,ສ່ວນໜຶ່ງເປັນເພາະອານິສົງຈາກໄລຍະຂາລົງຂອງອັດຕາດອກເບ້ຍ.