ທະນາຄານເອັສທີ ມີປະລິມານເງິນຝາກ 2 ພັນກວ່າຕື້ກີບ

255

ທະນາຄານເອັສທີ ຈໍາກັດ ເຊິ່ງເປັນທະນາຄານທຸລະກິດເອກະຊົນລາວ 100% ທີ່ນອນໃນເຄືອຂອງ ເອັສທີກຣຸບ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ໂດຍພາຍໃຕ້ການນໍາພາ ແລະ ກໍ່ຕັ້ງໂດຍ ທ່ານ ສີທັດ ໄຊສຸລິວົງ ເປັນປະທານສະພາ ບໍລິຫານ ທະນາຄານ ເອັສທີ ຈໍາກັດ.

ປັດຈຸບັນຄົບຮອບ 10 ປີພໍດີ ແລະ ຈະຈັດງານສະຫຼອງໃນວັນທີ 22 ພະຈິກ 2019. ດ້ານຮອງປະທານສະພາບໍລິຫານເປີດເຜີຍ ມາຮອດໄຕມາດ 3 ປີ 2019 ມີຊັບສິນທັງໝົດ 3 ພັນກວ່າຕື້ກີບ ແລະ ປະລິມານເງິນຝາກລວມ 2 ພັນກວ່າຕື້ກີບ.

ທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະພາບໍລິຫານ ທະນາຄານເອັສທີ ຈໍາກັດ ໃຫ້ສໍາພາດວ່າ: ທະນາຄານຂອງພວກເຮົາສ້າງຕັ້ງຂຶ້ນໃນວັນທີ 3 ກໍລະກົດ 2009 ປັດຈຸບັນມີທັງໝົດ 7 ສາຂາ, 36 ໜ່ວຍບໍລິການ ແລະ ພະນັກງານ 517 ຄົນທົ່ວປະເທດ. ຫາກເວົ້າເຖິງການດໍາເນີນທຸລະກິດທະນາຄານນັບແຕ່ທ້າຍປີ 2010 ເປັນຕົ້ນມາ ສະຫຼຸບໄດ້ດັ່ງນີ້: ດ້ານຊັບສິນໄດ້ເພີ່ມຈາກ 628 ຕື້ ໃນປີ 2010 ມາເປັນ 3 ພັນ 170 ຕື້ກີບ ໃນໄຕມາດ 3 ຂອງປີ 2019; ສ່ວນເງິນກູ້ກໍເພີ່ມຈາກ 366 ຕື້ກີບ ໃນປີ 2010 ມາເປັນ 1 ພັນ 738 ຕື້ກີບ ໃນໄຕມາດ 3 ປີ 2019; ດ້ານທຶນຈົດທະບຽນ 141 ຕື້ກີບ ໃນປີ 2010 ເພີ່ມເປັນ 468 ຕື້ກີບ ໃນໄຕມາດ 3 ຂອງປີ 2019 ແລະ ປະລິມານເງິນຝາກລວມກໍເພີ່ມຂຶ້ນເຊັ່ນກັນຈາກ 481 ຕື້ກີບ ມາເປັນ 2 ພັນ 632 ຕື້ກີບ.

ສໍາລັບງານສະຫຼອງຄົບຮອບ 10 ປີ ຂອງທະນາຄານເອັສທີ ຈໍາກັດ ຈະຈັດຂຶ້ນທີ່ສໍານັກງານໃຫຍ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍຈະມີການສະແດງຈາກນັກສະແດງ – ນັກຮ້ອງພາຍໃນ ແລະ ປະເທດເພື່ອນບ້ານ ລວມທັງຮ່ວມຮັບລຸ້ນເອົາສາຍຄໍຄຳ 20 ບາດ ແລະ ບັນຊີເງິນຝາກ 10 ລ້ານກີບ. ນອກນັ້ນ, ຍັງມີໂປຣໂມຊັນພາຍໃຕ້ໂຄງການ “ ເປີດປຸບ ຮັບປັບ ” ເພື່ອຕອບແທນລູກຄ້າທີ່ຢູ່ຄຽງຂ້າງທະນາຄານເອັສທີ ຕະຫຼອດ 10 ປີຜ່ານມາ ພຽງແຕ່ເປີດບັນຊີຝາກປະຈໍາຕາມວົງເງິນທີ່ກຳນົດຈະໄດ້ຮັບຂອງລາງວັນໄປເລີຍ ໂດຍບໍ່ຕ້ອງລຸ້ນໂຊກ. “ ທ່ານ ໄຊຍາ ກ່າວ ”.

ທ່ານ ຈິຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ໄດ້ອະທິບາຍວ່າ: ປັດຈຸບັນທະນາຄານຂອງພວກເຮົາມີຫຼາຍຜະລິດຕະພັນເປັນຕົ້ນແມ່ນ: ການໃຫ້ບໍລິການເງິນຝາກ, ບໍລິການສິນເຊື່ອ, ໂອນເງິນພາຍໃນ ແລະ ຕ່າງປະເທດ, ບໍລິການແລກປ່ຽນເງິນຕາ, ບໍລິການຊໍາລະໃບບິນຜ່ານເຄົາເຕີ, ໂອນເງິນເດືອນ, ບໍລິການເອເລັກໂຕຣ ນິກ ແລະ ອື່ນໆ ເຊິ່ງພວກເຮົາມີຄວາມມຸ່ງໝັ້ນທີ່ຈະເປັນຜູ້ນໍາທາງດ້ານການທະນາຄານອັນດັບຕົ້ນໆໃນລາວ ໂດຍຈະຂະຫຍາຍ ຄວາມສຳພັນກັບຕ່າງປະເທດໃນຫຼາຍຂົງເຂດ, ການນໍາໃຊ້ນະວັດຕະກຳໃໝ່, ສະໜອງການບໍລິການທີ່ຫຼາກຫຼາຍ ເພື່ອໃຫ້ເປັນທາງເລືອກແກ່ຜູ້ໃຊ້ບໍລິການ.

ສໍາລັບກຸ່ມລູກຄ້າເປົ້າໝາຍແມ່ນເນັ້ນໄປທີ່ກຸ່ມທຸລະກິດ SME ແລະ ສະຕາດອັບ ເຊິ່ງໃນປີ 2015 ພວກເຮົາໄດ້ເປັນໜຶ່ງໃນ 3 ທະນາຄານທີ່ຖືກຄັດເລືອກເຂົ້າຮ່ວມໂຄງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານໂລກ ໂດຍໄດ້ຮັບທຶນ 32 ຕື້ກີບ ເພື່ອສະໜອງທຶນໃຫ້ແກ່ພາກທຸລະກິດ. “ ທ່ານກ່າວຢໍ້າ ”.

[ ຂ່າວ – ຮູບ: ສົມສະຫວິນ ]