ບົດອະທິບາຍເພີ່ມຕື່ມ ການນໍາໃຊ້ພາບປະກອບຂ່າວໃນຫົວຂໍ້ “ບໍ່ເກີນ 29 ພະຈິກ ! ການຄ້າແຈ້ງບໍລິສັດນຳເຂົ້າ-ຈຳໜ່າຍພາຫະນະເຂົ້າພົບ ເພື່ອກວດກາຄືນເງື່ອນໄຂ”

242

ເວັບໄຊໜັງສືພິມເສດຖະກິດ-ການຄ້າ ໄດ້ນຳສະເໜີຂ່າວ ໃນຫົວຂໍ້ “ບໍ່ເກີນ 29 ພະຈິກ ! ການຄ້າແຈ້ງບໍລິສັດນຳເຂົ້າ-ຈຳໜ່າຍພາຫະນະເຂົ້າພົບ ເພື່ອກວດກາຄືນເງື່ອນໄຂ” ເຜີຍແຜ່ໃນວັນທີ 11 ພະຈິກ 2019 ເຊິ່ງໄດ້ນຳເອົາຮູບພາບລົດຍີ່ຫໍ້ບ໋ອກເວີກ (Borgward) ຂອງບໍລິສັດນຳເຂົ້າລົດ ມາປະກອບລົງໃນບົດຂ່າວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງທຸລະກິດ.

ຕໍ່ກໍລະນີດັ່ງກ່າວ ອາດເຮັດໃຫ້ສັງຄົມ ແລະ ຜູ້ຊົມໃຊ້ ເຂົ້າໃຈຜິດວ່າຮູບພາບທີ່ປະກອບຂ່າວນັ້ນ ບົງຊີ້ວ່າເປັນບໍລິສັດທີ່ຖືກຮຽກເຂົ້າພົບກວດກາຄືນເງື່ອນໄຂ.

ໃນເນື້ອໃນພວກເຮົາກໍໄດ້ມີຄຳອະທິບາຍກ້ອງຮູບຊັດເຈນວ່າ “ເປັນພຽງພາບປະກອບຂ່າວເທົ່ານັ້ນ”. ດັ້ງນັ້ນກໍໝາຍຄວາມວ່າ ຮູບພາບຄ້າຍລົງທີ່ເອົາມາປະກອບຂ່າວນັ້ນ ບໍ່ໄດ້ກ່ຽວກັບເນື້ອໃນຂ່າວໂດຍກົງ ເປັນພຽງພາບປະກອບຂ່າວອົງລວມ ຕາມຫຼັກວິຊາການສື່ມວນຊົນເທົ່ານັ້ນ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ການນຳສະເໜີຂ່າວຂອງເສດຖະກິດການຄ້າ ແມ່ນປະຕິບັດຕາມພາລະບົດບາດຂອງສື່ມວນຊົນລາວຢ່າງເຄັ່ງຄັດ ບໍ່ໄດ້ມີເຈດຕະນານຳເອົາຮູບພາບຈາກບໍລິສັດຂາຍລົດໃດໜຶ່ງມາລົງ ເພື່ອຈຸດປະສົງອື່ນ,ນອກຈາກເປັນພາບປະກອບຂ່າວ. ດັ່ງນັ້ນ ຈິ່ງແຈ້ງມາຍັງສັງຄົມທີ່ບໍລິໂພກຂໍ້ມູນຂ່າວສານ ແລະ ຊົມໃຊ້ລົດຍີ່ຫໍ້ດັ່ງກ່າວ ຂໍໃຫ້ໝັ້ນໃຈເຖິງຄຸນນະພາບ ແລະ ການບໍລິການໄດ້ ເພາະເປັນບໍລິສັດໃຫຍ່ ມີຊື່ສຽງແລະ ສັງຄົມໃຫ້ການຍອມຮັບທັງພາຍໃນ ແລະ ຕ່າງປະເທດມາດົນນານ.

ເນື້ອໃນຂ່າວຫົວຂໍ້ “ບໍ່ເກີນ 29 ພະຈິກ ! ການຄ້າແຈ້ງບໍລິສັດນຳເຂົ້າ-ຈຳໜ່າຍພາຫະນະເຂົ້າພົບ ເພື່ອກວດກາຄືນເງື່ອນໄຂ” ເຜີຍແຜ່ໃນວັນທີ 11 ພະຈິກ 2019 ມີດັ່ງນີ້:
ໂດຍອີງຕາມຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍລົງວັນທີ 23 ສິງຫາ 2018 ແລະ ຂໍ້ຕົກລົງ ເລກທີ 0075/ອຄ.ກຂອ ວັນທີ 13 ມັງກອນ 2012 ວ່າດ້ວຍລະບຽບການນໍາເຂົ້າ ແລະ ຈໍາໜ່າຍລົດ ຢູ່ ສປປ ລາວ.
ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 2467/ຫອຄ.ກຂອ ວັນທີ 7 ພະຈິກ 2019 ເພື່ອເອີ້ນບັນດາບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະ ໃນການຈັດຕັ້ງປະຕິບັດ ຕາມຄໍາສັ່ງ ເລກທີ 12/ນຍ, ມາດຕະການທີ 1 ຂໍ້ ຂ(4) ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ກວດກາ ແລະ ເກັບກໍາສະຖິຕິຈໍານວນບໍລິສັດ ແລະ ຮ້ານຈໍາໜ່າຍພາຫະນະ ທີ່ບໍ່ໄດ້ມາດຕະຖານທາງດ້ານການບໍລິການຫຼັງການຂາຍ ແລະ ຄຸນນະພາບທາງເຕັກນິກ.

ໂດຍໃນແຈ້ງການໄດ້ລະບຸໄວ້ວ່າ: ໃຫ້ບັນດາບໍລິສັດນຳເຂົ້າພາຫະນະ ໃຫ້ເຂົ້າມາພົວພັນລາຍງານຄືນການເຄື່ອນໄຫວກິດຈະການນຳເຂົ້າ ແລະ ຈຳໜ່າຍພາຫະນະ ດັ່ງລາຍລະອຽດດັ່ງນີ້:
ໃຫ້ບໍລິສັດນຳເຂົ້າ ແລະ ຈຳໜ່າຍພາຫະນະ ສະໜອງຂໍ້ມູນດັ່ງລາຍລະອຽດລຸ່ມນີ້: ສໍາເນົາທະບຽນວິສາຫະກິດ ທີ່ຍັງນໍາໃຊ້ໄດ້; ສຳເນົາໃບດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ (ສຳລັບບໍລິສັດ ທີ່ມີການດັດແກ້ໃບທະບຽນວິສາຫະກິດ ພາຍຫຼັງວັນທີ 1 ກຸມພາ 2019); ໃບສໍາເນົາການຢັ້ງຢືນການມອບພັນທະອາກອນປະຈຳປີ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ເອກະສານແຈ້ງທີ່ຕັ້ງ ຂອງບໍລິສັດ, ຫ້ອງວາງຈຳໜ່າຍ ແລະ ສູນບໍລິການຫຼັງການຂາຍ. (ໃນກໍລະນີເຊົ່າສະຖານທີ່ ແມ່ນໃຫ້ຕິດຄັດສັນຍາເຊົ່າມາພ້ອມ); ໜັງສືການຢັ້ງຢືນເປັນຕົວແທນ ຈໍາໜ່າຍພ້ອມຂໍ້ມູນຕິດຕໍ່ປະສານງານ ຂອງບໍລິສັດແມ່ທີ່ມອບສິດໃຫ້.
ສະຫຼຸບບຕົວເລກ ການນຳເຂົ້າພາຫະນະຕົວຈິງ ທີ່ກົມນຳເຂົ້າ ແລະ ສົ່ງອອກໄດ້ອະນຸຍາດໃຫ້ ແລະ ຕົວເລກການນຳເຂົ້າຕົວຈິງ ທີ່ໄດ້ແຈ້ງເສຍພາສີຜ່ານລະບົບ (ASYCUDA) ຈາກຂະແໜງການເງິນມມາພ້ອມ.

ບໍລິສັດ ນຳເຂົ້າພາຫະນະ ທີ່ຢາກຢຸດຕິການເຄື່ອນໄຫວ ໃນກິດຈະການໝວດນໍາເຂົ້າຍານພາຫະນະ ແມ່ນໃຫ້ເຮັດໜັງສືແຈ້ງເຈດຈຳນົງເປັນລາຍລັກອັກສອນ ເຖິງກົມນຳເຂົ້າ ແລະ ສົ່ງອອກ. ການກຳນົດເຂົ້າມາພົວພັນນຳກົມການນຳເຂົ້າ ແລະ ສົ່ງອອກ ນັບແຕ່ວັນອອກແຈ້ງການ ຈົນຮອດວັນທີ 29 ພະຈິກ 2019. ຫຼັງຈາກຮອດກໍານົດເວລາ, ຖ້າບໍລິສັດໃດຫາກບໍ່ມາພົວພັນ ກົມການນໍາເຂົ້າ ແລະ ສົ່ງອອກ ຈະໄດ້ຢຸດຕິການອອກອະນຸຍາດນຳເຂົ້າຍານພາຫະນະ ແລະ ຕັດລາຍຊື່ອອກຈາກບັນຊີບໍລິສັດ ທີ່ມີເງື່ອນໄຂນຳເຂົ້າຍານພາຫະນະ.

ແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 2467/ຫອຄ.ກຂອ ວັນທີ 7 ພະຈິກ 2019