ອຳນາດການປົກຄອງແຂວງຫຼວງນ້ຳທາ ເລັ່ງແກ້ໄຂບັນຫາເຈາະອຸມົງມິດຕະພາບ ຖືກບໍ່ເກືອໄຫຼລົງສາຍນໍ້າ

68

ໂຄງການກໍ່ສ້າງລົດທາງໄຟ ລາວ – ຈີນ ເຈາະອຸມົງມິດຕະພາບ ຢູ່ເຂດບໍ່ເຕັນ ແຂວງ ຫຼວງນໍ້າທາ ເບື້ອງລາວມີ ຄວາມຍາວ 2.400 ກວ່າແມັດ, ຫຼັງຈາກເຈາະມາໄດ້ 1.000 ກວ່າແມັດ ໄດ້ຂຸດພົບສາຍນໍ້າເກືອ ແລ້ວໄຫຼລົງໃສ່ແມ່ນໍ້າຮ່ອງຫ້ວຍປ່ອງໃສ່ນໍ້າໃຫຍ່ສາຍນໍ້າທຸງ ເຮັດໃຫ້ສົ່ງຜົນກະທົບຕໍ່ກັບການດໍາລົງຊີວິດຂອງປະຊາຊົນບ້ານຕ່າງໆທີ່ຢູ່ເຂດລຸ່ມລຽບຕາມແຄມແມ່ນໍ້າລົງມາຮອດເຂດທົ່ງພຽງເມືອງຫຼວງນໍ້າທາ ເປັນຕົ້ນແມ່ນລະບົບນໍ້າປະປາທີ່ປະຊາຊົນບໍລິໂພກ, ຊົມໃຊ້ຈາກນໍ້າຈືດເມື່ອກ່ອນກາຍມາເປັນນໍ້າເຄັມ ຍ້ອນມີນໍ້າເກືອເຈືອປົນຢູ່ໃນນໍ້າເກີນຄ່າມາດຕະຖານ ແລະ ສົ່ງຜົນກະທົບເຖິງການຜະລິດ, ປູກຝັງ, ລະບົບນິເວດສິ່ງແວດລ້ອມ.

ຕໍ່ສະພາບການດັ່ງກ່າວ ມາໃນວັນທີ 9 ພະຈິກ 2019 ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າ ແຂວງຫຼວງນໍ້າທາ ແລະ ທ່ານ ສາຍສະໝອນ ວົງສໍາພັນ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງຫຼວງນໍ້າທາ ພ້ອມດ້ວຍ ທ່ານ ທອງແດງ ສິດທິສົນ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າຄະນະກໍາມະການແກ້ໄຂຜົນກະທົບເສັ້ນທາງລົດໄຟ ລາວ – ຈີນ ໄລຍະຜ່ານຫຼວງນໍ້າທາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ລົງກວດກາຕົວຈິງ ເຊິ່ງໄດ້ທໍາການວັດແທກປະລິມານນໍ້າເກືອທີ່ເຈືອປົນຢູ່ໃນນໍ້າ ຕັ້ງແຕ່ຫົວງານນໍ້າປະປາເມືອງຫຼວງນໍ້າທາ ວັດແທກນໍ້າມີປະລິມານນໍ້າເກືອເຈືອປົນ 0,54, ນໍ້າທຸງ 0,41, ໂຮງງານນໍ້າປະປານາເຕີຍ 3,87 ເຊິ່ງຜົນການກວດແຫ່ງຕ່າງໆປາກົດວ່າມີປະລິມານນໍ້າເກືອເຈືອປົນຢູ່ໃນນໍ້າເກີນຄ່າມາດຕະຖານ    ( ຄ່າມາດຕະຖານ 0,5 ມິນ  ລີກຣາມຕໍ່ລິດລົງມາ ).

ທ່ານຮອງເຈົ້າແຂວງຫຼວງນ້ຳທາ ຍັງໄດ້ຊີ້ແຈງບັນຫາດັ່ງກ່າວວ່າ: ອີງໃສ່ຄຳສະເໜີຂອງພໍ່ແມ່ປະຊາຊົນໃນກາງເດືອນຕຸລາຜ່ານມາ ທີ່ທ່ານໄດ້ລົງມາເຮັດວຽກນຳປະຊາຊົນບ້ານນາເຕີຍ ແລະ ໄດ້ຮັບຄຳສະເໜີຂອງປະຊາຊົນບ້ານນາເຕີຍ ວ່າປັດຈຸບັນນີ້ນ້ຳມີຄວາມເຄັມ. ຈາກນັ້ນ, ທາງຄະນະຊີ້ນຳໂຄງການລົດໄຟຂັ້ນແຂວງ ກັບ ບໍລິສັດທາງລົດໄຟເລກ 2 ໄດ້ມາສົມທົບກັບນ້ຳປະປາປະຈຳຢູ່ນາເຕີຍ ໄດ້ກວດກາເບິ່ງຄວາມເຂັ້ມຂຸ້ນຂອງນ້ຳເກືອທີ່ເຈືອປົນຢູ່ໃນນ້ຳຕາມສາຍນ້ຳທຸງ ຜົນການວິເຄາະນໍ້າມີຄວາມເຄັມເຂັ້ມຂຸ້ນແທ້ ແລະ ເກີນມາດຕະຖານຂອງອົງການອະນາໄມໂລກກຳນົດ ຄື 0,5% ຂອງຫົວໜ່ວຍວັດແທກລົງມາຈຶ່ງສາມາດນຳໃຊ້ ແລະ ບໍລິໂພກໄດ້.

ດັ່ງນັ້ນ, ທາງຄະນະໄດ້ລົງສົມທົບກັບບໍລິສັດທາງລົດໄຟເລກ 2 ເປັນບໍລິສັດຮັບເໝົາເຈາະອຸມົງເພື່ອຫາວິທີແກ້ໄຂ ເຊິ່ງທາງບໍລິສັດໄດ້ສ້າງອ່າງເພື່ອໃຫ້ນ້ຳເກືອຕົກຕະກອນ ເຊິ່ງຈະສາມາດຫຼຸດປະລິມານຄວາມເຄັມຂອງນ້ຳເກືອລົງກ່ອນຈະໄຫຼລົງສູ່ແຫຼ່ງນ້ຳໃນໄລຍະເບື້ອງຕົ້ນ, ສ່ວນໃນໄລຍະຍາວທາງບໍລິສັດແມ່ນໄດ້ເຊີນເອົາວິຊາການຂອງຈີນ ທີ່ມີປະສົບການດ້ານນີ້ເພື່ອມາແກ້ໄຂ, ສ່ວນຝ່າຍລາວແມ່ນຈະໄດ້ຊອກຫາແຫຼ່ງນ້ຳແຫ່ງໃໝ່ເພື່ອມາຜະລິດເປັນນ້ຳປະປາໃຫ້ກັບປະຊາຊົນທີ່ຖືກຜົນກະທົບ ແລະ ໄດ້ລົງກວດກາບ່ອນຜະລິດນໍ້າປະປາແຫ່ງໃໝ່ ເພື່ອແກ້ໄຂໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າປະປາທີ່ສະອາດໄດ້ມາດຕະຖານ ໂດຍໄດ້ກວດເຂດແມ່ນໍ້າທຸງ ແລະ ເຂດບ້ານຕີນສານ ທີ່ຢູ່ຈຸດເທິງຈາກຫ້ວຍນໍ້າ ໂດຍທາງໂຄງການລົດໄຟ ຈະໄດ້ຕໍ່ທໍ່ລົງໃສ່ຫົວງານຈຸດເກົ່າມີຄວາມຍາວ 3 ກິໂລແມັດ ຄາດວ່າການປັບປຸງໃຫ້ສໍາເລັດພາຍໃນ 1 ເດືອນ.

( ຂ່າວ: ມຸນຕີ )