ໄຊຍະບູລີ ຕັ້ງເປົ້າຜະລິດພືດລະດູແລ້ງ ໃຫ້ໄດ້ 16 ພັນກວ່າເຮັກຕາ

205

ປັດຈຸບັນຊາວກະສິກອນແຂວງໄຊຍະບູລີ ກຳລັງຂຸ້ນຂ້ຽວໃນການເກັບກ່ຽວເຂົ້ານາປີ ສຳເລັດແລ້ວກວ່າ 50%. ພາຍຫຼັງເກັບກູ້ສຳເລັດທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ຕັ້ງເປົ້າຈະສົ່ງເສີມຊາວກະສິກອນປູກເຂົ້ານາແຊງໃຫ້ໄດ້ 2 ພັນກວ່າເຮັກຕາ ສ່ວນພືດທົ່ວໄປຈະໃຫ້ໄດ້ 14 ພັນກວ່າເຮັກຕາ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ທີມງານຂ່າວແຂວງໄຊຍະບູລີ ວ່າ: ການເກັບກູ້ຜົນຜະລິດພືດລະດູຝົນຂອງຊາວກະສິກອນ  ແຂວງໄຊຍະບູລີ ແມ່ນໄດ້ເລີ່ມລົງມືເກັບກູ້ຜົນຜະລິດຂອງຕົນມາແຕ່ຕົ້ນເດືອນຕຸລາ 2019 ມາຮອດປັດຈຸບັນແມ່ນສໍາເລັດເກືອບ 50% ຄາດວ່າຈະໃຫ້ສໍາເລັດໃນກາງເດືອນທັນວານີ້. ໃນນີ້, ເນື້ອທີ່ປູກເຂົ້ານາປີຕາມແຜນການໃນທົ່ວແຂວງມີເນື້ອທີ່ 34.287 ເຮັກຕາ ແຕ່ປັກດໍາຕົວຈິງໄດ້ພຽງແຕ່ 32.707,49 ເຮັກຕາ. ມາຮອດປັດຈຸບັນແມ່ນເກັບກູ້ແລ້ວໃນເນື້ອທີ່ 10.607,37 ເຮັກຕາ ເທົ່າກັບ 32,43%. ເຂົ້າເນີນສູງເນື້ອທີ່ແຜນການ 10.480 ເຮັກຕາ ປູກເຂົ້າຕົວຈິງ 11.185,11 ເຮັກຕາ. ປັດຈຸບັນເກັບກູ້ແລ້ວ 5.762,66 ເຮັກຕາ ເທົ່າກັບ 58,17%.

ສ່ວນການເກັບກູ້ຜົນຜະລິດພືດສະບຽງອາຫານ ແລະ ພືດຜົນກະສິກໍາເປັນສິນຄ້າ ເປັນຕົ້ນສາລີແຂງ, ໝາກເດືອຍ, ໝາກງາ, ສາລີຫວານ, ມັນຕົ້ນ, ຖົ່ວດິນ, ຖົ່ວຂຽວ, ຢາສູບ, ປໍສາ ແລະ ພືດອື່ນໆອີກ ມີເນື້ອທີ່ທັງໝົດ 110.371,76 ເຮັກຕາ ປັດຈຸບັນເກັບກູ້ແລ້ວ 50.251,82 ເຮັກຕາ ເທົ່າກັບ 45,53%.

ທ່ານຍັງກ່າວຕື່ມວ່າ: ໂດຍລວມແລ້ວການຜະລິດລະດູຝົນປີນີ້ທົ່ວແຂວງໄຊຍະບູລີ ແມ່ນບໍ່ບັນລຸຕາມແຜນການທີ່ຕັ້ງໄວ້ຍ້ອນໄພແລ້ງແກ່ຍາວ ແລະ ສັດຕູພືດທຳລາຍ. ຢ່າງໃດກໍຕາມ, ການຜະລິດລະດູແລ້ງປີນີ້ທາງຂະແໜງປູກຝັງຈະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນທົ່ວແຂວງໄຊຍະບູລີ ບໍ່ວ່າທັງດ້ານແນວພັນ, ຢາປາບສັດຕູພືດ ແລະ ດ້ານວິຊາການໃຫ້ໄດ້ເລີ່ມລົງມືປະຕິບັດແຕ່ຫົວທີບ່ອນທີ່ມີເງື່ອນໄຂ ຄາດວ່າການປູກເຂົ້ານາແຊງໃຫ້ໄດ້ 2.300 ເຮັກຕາ ສະມັດຖະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດໄດ້ທັງໝົດ 10.929 ໂຕນ. ໃນນີ້, ເຮັດນາແຊງແບບທົ່ວໄປມີເນື້ອທີ່ 1.428 ເຮັກຕາ ສະມັດຖະພາບສະເລ່ຍ 4,58 ໂຕນຕໍ່ເຮັກຕາ, ປູກແບບກະເສດສຸມມີເນື້ອທີ່ 872 ເຮັກຕາ ສະມັດຖະພາບສະເລ່ຍ 5,03 ໂຕນຕໍ່ເຮັກຕາ, ການປູກພືດຜັກ ແລະ ທາດແປ້ງຊະນິດຕ່າງໆທັງໝົດທົ່ວແຂວງມີ 14.591 ເຮັກຕາ ສະມັດຖະພາບສະເລ່ຍ 6,66 ໂຕນຕໍ່ເຮັກຕາ ຄາດຜົນຜະລິດທັງໝົດ 97.217 ໂຕນ.

( ຂ່າວ: ບຸນທີ )