ວຽກງານສາທາລະນະສຸກ ແຂວງອັດຕະປື ມີຫຼາຍຕົວຊີ້ວັດທີ່ບໍ່ສາມາດບັນລຸໄດ້

276

ພະແນກສາທາລະນະສຸກ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານ 9 ເດືອນ ແລະ ວາງທິດທາງແຜນການສູ້ຊົນ 3 ເດືອນທ້າຍປີ 2019  ຂຶ້ນໃນວັນທີ 13 ພະຈິກ ເຊິ່ງໃນບົດລາຍງານລະບຸວ່າຍັງມີຫຼາຍຕົວຊີ້ວັດມີທ່າອ່ຽງທີ່ຈະບໍ່ສາມາດບັນລຸໄດ້ ເຊັ່ນ: ອັດຕາເດັກນ້ອຍ ລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 5 ປີ ແລະ ອັດຕາສ່ວນການຕາຍຂອງແມ່.

ທ່ານ ນາງ ດຣ. ອ່ອນຜີວ ໂພທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ຍົກໃຫ້ເຫັນວ່າ: ໃນ 9 ເດືອນຜ່ານມາ ພະແນກສາທາລະນະສຸກ ໄດ້ສຸມໃສ່ການປັບປຸງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ ແຕ່ລະຂັ້ນຢ່າງເປັນລະບົບ, ປະຊາຊົນສ່ວນໃຫຍ່ຕື່ນຕົວຕໍ່ການຮັກສາສຸຂະພາບ ແລະ ຮູ້ວິທີປ້ອງກັນການຮັກສາສຸຂະພາບ, ໃນສະຖານທີ່ບໍລິການໃກ້ບ້ານ ແລະ ຕາມເງື່ອນໄຂຕ່າງໆນັ້ນໃນລະດັບເໝາະສົມດີຂຶ້ນກວ່າເກົ່າ ແຕ່ຂອດການຈັດຕັ້ງປະຕິບັດຕົວຈິງຍັງເປັນອຸປະສັກ.

ທ່ານ ໂພສີ ທອງດີ ຫົວໜ້າຂະແໜງແຜນການ ແລະ ການຮ່ວມມືສາກົນ ໄດ້ຕີລາຄາຜົນການຈັດຕັ້ງວຽກງານ 9 ເດືອນຜ່ານມາ ວ່າ: ພະແນກສາທາລະນະສຸກໄດ້ຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນວຽກງານສໍາຄັນ ແລະ ຖືເອົາການບໍລິການປິ່ນປົວທີ່ມີຄຸນນະພາບທົ່ວເຖິງ ແລະ ເປັນທໍາສູ້ຊົນປະຕິບັດ 10 ຕົວຊີ້ວັດ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແຕ່ຄາດວ່າໃນ 3 ເດືອນທ້າຍປີທີ່ກໍາລັງສືບຕໍ່ຢູ່ນັ້ນໃຫ້ໄດ້ຕາມເປົ້າໝາຍ ເຊັ່ນ: ອັດຕາການຕາຍຂອງແມ່ປະຕິບັດໄດ້ 114 ຕໍ່ 100.000, ຄາດໝາຍໝົດປີ ແມ່ນ 120 ຕໍ່ 100.000; ອັດຕາການຕາຍຂອງເດັກ ລຸ່ມ 1 ປີ ປະຕິບັດໄດ້ 12 ຕໍ່ 1.000, ຄາດໝາຍ 25 ຕໍ່ 1.000; ອັດຕາການຕາຍຂອງເດັກ ລຸ່ມ 5 ປີ ປະຕິບັດໄດ້ 9 ຕໍ່ 1.000, ຄາດໝາຍແມ່ນ 35 ຕໍ່ 1.000 ; ອັດຕາເດັກ ລຸ່ມ 5 ປີ ມີນ້ຳໜັກຫຼຸດມາດຕະຖານ ປະຕິບັດໄດ້ 13%, ຄາດໝາຍແມ່ນ 20%; ອັດຕາເດັກ ລຸ່ມ 5 ປີ ສູງຕ່ຳບໍ່ໄດ້ມາດຕະຖານ ( ເຕ້ຍ ) ປະຕິບັດໄດ້ 11%, ຄາດໝາຍແມ່ນ 32%.

ນອກນັ້ນ, ອັດຕາການເກີດລູກມີແພດຊ່ວຍປະຕິບັດ ໄດ້ 35%, ຄາດໝາຍແມ່ນ 55,1%; ອັດຕາການສັກຢາກັນພະຍາດ ( PenTa3 ຄໍຕີບ, ໄອໄກ່, ບາດທະຍັກ, ອັກເສບຕັບບີ ) ປະຕິບັດໄດ້ 66%, ຄາດໝາຍແມ່ນ 90%; ອັດຕາການຊົມໃຊ້ນ້ຳສະອາດ 58,17%, ຄາດໝາຍແມ່ນ 80%; ອັດຕາການຊົມໃຊ້ວິດຖ່າຍ ປະຕິບັດໄດ້ 62,4%, ຄາດໝາຍແມ່ນ 75%; ອັດຕາການປົກຄຸມປະກັນສຸຂະພາບ ປະຕິບັດໄດ້ 100%; ຄາດໝາຍແມ່ນ 100%. ພ້ອມດຽວກັນນີ້, ກໍມີຫຼາຍວຽກງານໃນແຕ່ລະຂະແໜງການທີ່ຈະບໍ່ສາມາດບັນລຸໄດ້.