ເຕັກນິກຂອງພໍ່ແມ່ ທີ່ຈະສົ່ງເສີມການຮຽນຮູ້ຮອບດ້ານໃຫ້ລູກຢ່າງໄດ້ຜົນ

143

ການສົ່ງເສີມໃຫ້ລູກສະຫຼາດຮອບດ້ານບໍ່ໄດ້ຂຶ້ນຢູ່ກັບສິ່ງທີ່ລູກຮຽນເທົ່ານັ້ນ ແຕ່ເລີ່ມຕົ້ນຈາກທັດສະນະຄະຕິ, ຄວາມເຂົ້າໃຈ ແລະ ການເບິ່ງເຫັນໂອກາດຂອງພໍ່ແມ່, ຖ້າລ້ຽງລູກແບບເຂັ້ມງວດລູກກໍຈະຖືກຈຳກັດຄວາມຄິດ ແລະ ການກະທຳ, ຖ້າລ້ຽງລູກໃຫ້ເກັ່ງແຕ່ໃນຕຳລາລູກອາດຈະບໍ່ຮູ້ການເຮັດຕົວຈິງ ຫຼື ແກ້ໄຂບັນຫາໃນຊີວິດແທ້  ເຊິ່ງພໍ່ແມ່ສ່ວນໃຫຍ່ມັກຈະພິຈາລະນາ ແລະ ເລືອກຫຼັກການທີ່ດີທີ່ສຸດເພື່ອລ້ຽງລູກໃຫ້ດີ ແລະ ເກັ່ງທີ່ສຸດ ແຕ່ວ່າວິທີລ້ຽງລູກທີ່ດີທີ່ສຸດຄືການສະຫຼັບສິ່ງຕ່າງໆເຂົ້າກັນ ເພື່ອໃຫ້ເຂົ້າກັບລັກສະນະນິດໄສ ແລະ ຄວາມຖະໜັດຂອງລູກທີ່ພໍ່ແມ່ຕ້ອງເອົາໃຈໃສ່ຄົ້ນຫາ ແລະ ສົ່ງເສີມໃຫ້ລູກໄດ້ຮຽນຮູ້ດ້ວຍຕົວເຂົາເອງ ແລະ ສະໜັບສະໜູນຢູ່ຫ່າງໆ.

ການປົດລັອກ ແລະ ສົ່ງເສີມທັກສະການຮຽນຮູ້ຂອງລູກໃຫ້ພັດທະນາໄປເປັນຄົນທີ່ມີ ຄວາມສາມາດພິເສດໄດ້ນັ້ນ ຈະຕ້ອງໄດ້ຮັບການສົ່ງເສີມຢ່າງຈິງຈັງ ແລະ ຖືກຕ້ອງ ດ້ວຍການເອົາພໍ່ແມ່ເປັນຫຼັກ ເຊັ່ນ: ອ່ານໜັງສືໄປກັບລູກ, ເວົ້າລົມກັບລູກຫຼາຍໆ ຫຼື ການວາງໂທລະສັບມືຖືໃຫ້ຫ່າງໄກຕົວທີ່ສຸດ ແຕ່ຫຼັກການເຫຼົ່ານີ້ມາປັບໃຊ້ກັບລູກເຮົາກໍບໍ່ແມ່ນເລື່ອງຍາກ ເພາະພໍ່ແມ່ສາມາດເປັນນັກສົ່ງເສີມຄວາມສາມາດພິເສດຂອງລູກໄດ້.

ມື້ນີ້ພວກເຮົາໄດ້ນຳເອົາວິທີຄິດ ແລະ ການປັບທັດສະນະຄະຕິຂອງພໍ່ແມ່ 5 ວິທີ ມາຝາກຜູ້ປົກຄອງເພື່ອນຳໄປສົ່ງເສີມລູກໃຫ້ດຳເນີນຊີວິດໄປໄດ້ຢ່າງຖືກທາງ.

ເປີດປະເດັນໃຫ້ຄິດ ແລະ ສະແດງອອກຕະຫຼອດເວລາ: ລອງປ່ຽນຈາກການອອກຄຳສັ່ງດ້ວຍການໃຫ້ຕົວເລືອກ ຫຼື ການຈຳກັດຄວາມຄິດເຫັນຂອງລູກ ມາເປັນການຖາມເພື່ອໃຫ້ເຂົາເຈົ້າໄດ້ສະແດງຄວາມຮູ້ສຶກ, ການໃຫ້ຕົວເອງເລືອກເພື່ອໃຫ້ເຂົາໄດ້ເລືອກສິ່ງທີ່ຄິດວ່າເໝາະສົມກັບຕົວເອງ ຫຼື ຕັ້ງຄຳຖາມກັບເລື່ອງທີ່ພົບພໍ້ ເພື່ອກະຕຸ້ນໃຫ້ເຂົາໄດ້ສະແດງ ຄວາມເຫັນ ແລະ ຄວາມຮູ້ສຶກການໃຫ້ຕົວເລືອກ ເພື່ອໃຫ້ເຂົາໄດ້ເລືອກສິ່ງທີ່ຄິດວ່າເໝາະສົມກັບຕົວເອງ ແລະ ເປັນວິທີທີ່ເຮັດໃຫ້ພໍ່ແມ່ເປີດໃຈຍອມຮັບຕົວຕົນຂອງລູກ ໄດ້ມີໂອກາດສັງເກດເຫັນບຸກຄະລິກ, ຄວາມຖະໜັດ ແລະ ທັກສະບາງຢ່າງຂອງລູກໄດ້ ເພື່ອຫາວິທີສົ່ງເສີມຕໍ່ໄປໄດ້ຢ່າງເໝາະສົມ.

ຮຽນຮູ້ໄປພ້ອມກັບລູກ: ຖ້າພໍ່ແມ່ຢາກໃຫ້ລູກຮຽນຮູ້ຢ່າງສະຫຼາດຮອບດ້ານ ແຕ່ຕົວເອງຍັງນັ່ງກົ້ມໜ້າຫຼິ້ນໂທລະສັບມືຖືຕະຫຼອດເວລາ ຫຼື ປ່ອຍໃຫ້ລູກນັ່ງເບິ່ງໂທລະພາບ, ຫຼິ້ນເກມຕາມລຳພັງແລ້ວລູກຈະເກີດການຮຽນຮູ້ໄດ້ແນວໃດ ໃນເມື່ອລູກບໍ່ໄດ້ຮູ້ສຶກວ່າຕົນເອງບໍ່ມີຄຸນຄ່າພໍທີ່ພໍ່ແມ່ຈະມາສົນໃຈ. ດັ່ງນັ້ນ, ພໍ່ແມ່ເອງຕ້ອງຫາເວລາຮຽນຮູ້ໄປພ້ອມກັບລູກ ບໍ່ປ່ອຍໃຫ້ລູກລົງມືເຮັດເອງໂດຍເດັດຂາດ, ຄວາມສົນໃຈ ແລະ ກຳລັງໃຈ ເຊັ່ນ: ຢາກໃຫ້ລູກເປັນຄົນມັກຂີ່ລົດຖີບພໍ່ແມ່ກໍຄວນຂີ່ລົດຖີບ ຫຼື ຍ່າງໄປພ້ອມກັບລູກ, ຖ້າລູກມັກແຕ້ມຮູບພໍ່ແມ່ກໍຄວນເປັນຝ່າຍຫາອຸປະກອນ, ໃຫ້ກຳລັງໃຈ ແລະ ຕິດຕາມຜົນງານຢູ່ໃກ້ໆ ເພື່ອໃຫ້ເຫັນເຖິງຄວາມພະຍາຍາມ, ຄວາມມຸ່ງໝັ້ນ ແລະ ຊ່ວຍແນະນຳໃນສ່ວນທີ່ລູກຖາມ.

ຫ້າມປຽບທຽບລູກຕົນເອງກັບລູກຄົນອື່ນ: ເດັກນ້ອຍແຕ່ລະຄົນມີພັດທະນາການໃນການຮຽນ ແລະ ຄວາມສາມາດທີ່ແຕກຕ່າງກັນ ເຊັ່ນ: ບາງຄົນເກັ່ງເລື່ອງການຄິດຄຳນວນ, ບາງຄົນເກັ່ງເລື່ອງພາສາ, ບາງຄົນເກັ່ງເລື່ອງການເຄື່ອນໄຫວ, ບາງຄົນເກັ່ງເລື່ອງຄວາມຄິດສ້າງສັນ ຫຼື ບາງຄົນເກັ່ງເລື່ອງການຢູ່ຮ່ວມກັບຄົນອື່ນ. ພໍ່ແມ່ຄວນສັງເກດເພື່ອໃຫ້ເຫັນເຖິງສັກກະຍະພາບນັ້ນ ແລະ ສົ່ງເສີມລູກໃຫ້ເຕັມທີ່ ພ້ອມກັບພັດທະນາທັກສະດ້ານອື່ນໄປພ້ອມກັນ. ດັ່ງນັ້ນ, ທັດສະນະຄະຕິຂອງພໍ່ແມ່ເປັນສິ່ງສຳຄັນ ລູກເຮົາອາດຈະບໍ່ຈຳເປັນຕ້ອງເກັ່ງເລື່ອງດຽວກັບລູກຂອງຄົນອື່ນໆ ແຕ່ເຂົາຈະເກັ່ງ ແລະ ພັດທະນາຄວາມສາມາດດ້ວຍຕົວເອງໃນແບບທີ່ເຂົາຖະໜັດ.

ບໍ່ຕ້ອງຢ້ານຖ້າລູກຜິດພາດ ແລະ ຜິດຫວັງ: ມີພໍ່ແມ່ຫຼາຍຄົນຢ້ານລູກຜິດຫວັງ, ເສຍໃຈ ຈຶ່ງລົງມືເຮັດແທນ ແລະ ປົກປ້ອງລູກຫຼາຍເກີນໄປ ເຊິ່ງທັດສະນະຄະຕິທີ່ມີຄວາມຫວັງດີແບບນີ້ມັກຈະເຮັດໃຫ້ລູກຂາດການຮຽນຮູ້ດ້ວຍຕົວເອງ. ສະນັ້ນ, ພໍ່ແມ່ລອງຫຼຸດ ຄວາມຢ້ານກົວ ແລະ ວິຕົກກັງວົນຂອງຕົວເອງລົງແລ້ວປ່ອຍໃຫ້ລູກລົງມືເຮັດເອງ ວິທີນີ້ຈະກະຕຸ້ນໃຫ້ລູກຄິດຫາທາງແກ້ໄຂບັນຫາເອງ ຫາກເກີດຄວາມຜິດພາດເຂົາກໍຈະຍອມຮັບໃນຄວາມຜິດຈາກການເລືອກຂອງຕົນເອງແລ້ວນຳໄປພັດທະນາຕົນເອງໃຫ້ດີຂຶ້ນ ແລະ ຮັບມືກັບອາລົມຂອງຕົວເອງໄດ້ເມື່ອຕ້ອງຜິດຫວັງ ເຊິ່ງຈະກາຍມາເປັນທັກສະໃນການເຮັດວຽກຮ່ວມກັບຄົນອື່ນ.

ຫ້າມເບິ່ງຂ້າມພະລັງຂອງສານອາຫານບຳລຸງຮ່າງກາຍ ແລະ ສະໝອງ: ລູກຈະມ່ວນກັບການຮຽນຮູ້, ພັດທະນາການທີ່ດີ ແລະ ຕໍ່ຍອດທັກສະຕ່າງໆໄດ້ດີ ຈະຕ້ອງເລີ່ມຫາອາຫານການກິນທີ່ສົ່ງເສີມລູກໃຫ້ມີສຸຂະພາບກາຍ ແລະ ສຸຂະພາບໃຈທີ່ແຂງແຮງ, ພໍ່ແມ່ທຸກຄົນຕ້ອງເນັ້ນເລືອກກິນອາຫານທຸກມື້ໃຫ້ຄົບ 5 ໝູ່ ແລະ ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ຊ່ວຍໃຫ້ເຂົາໄດ້ຮັບສານອາຫານທີ່ຈຳເປັນສຳລັບການຈະເລີນເຕີບໂຕ ແລະ ການເຮັດວຽກຂອງສະໝອງ. ສຳລັບລູກໄວທີ່ສະໜຸກສະໜານກັບການໃຊ້ພະລັງທີ່ຫຼາກຫຼາຍເພື່ອການຮຽນຮູ້ ພໍ່ແມ່ຄວນເນັ້ນອາຫານທີ່ມີໂປຣຕິນເພື່ອສ້າງກ້າມຊີ້ນ ລວມເຖິງອາຫານທີ່ມີ ແຄລຊຽມເພື່ອໃຫ້ກະດູກແຂງແຮງ.

ຫຼັງຈາກພໍ່ແມ່ໄດ້ອ່ານບົດ ຄວາມນີ້ແລ້ວລອງປະເມີນຕົວເອງວ່າທຸກວັນນີ້ເຮົາມີທັດສະນະຄະຕິທີ່ສົ່ງເສີມການຮຽນຮູ້ຂອງລູກໜ້ອຍຫຼາຍສໍ່າໃດ, ຖ້າເຮົາປັບທັດສະນະຄະຕິຂອງຕົວເອງເພື່ອສົ່ງເສີມລູກຕັ້ງແຕ່ມື້ນີ້ ຈະເຮັດໃຫ້ລູກຮຽນຮູ້ໄປໄດ້ຈົນສຸດທາງ ແລະ ຖືກຕ້ອງແລ້ວ ຈະຮູ້ວ່າລູກຕົນເອງເກັ່ງ ແລະ ເຮັດທຸກຢ່າງໄດ້ຫຼາຍກວ່າທີ່ເຮົາຄິດ.

 

( ຮຽບຮຽງໂດຍ:ແກ້ວ; ຂໍ້ມູນຈາກ: rakluke )