ຊາວສວນອຸກໃຈລາຄາກາເຟຫຼຸດລົງຫຼາຍ

120

ຍອດການສົ່ງອອກກາເຟຢູ່ສອງແຂວງພາກໃຕ້ຫຼຸດລົງ ໂດຍສະເພາະຢູ່ແຂວງຈຳປາສັກ ທຽບໃສ່ປີຜ່ານມາຫຼຸດລົງ 28% ປັດໄຈເກີດຈາກລາຄາເກັບຊື້ໝາກແດງຫຼຸດລົງຢູ່ທີ່ 1.800 – 2.500 ກີບຕໍ່ກິໂລ; ຂະນະທີ່ປີຜ່ານມາຢູ່ທີ່ 3.550 – 4.000 ກີບ, ສ່ວນຊາວສວນບາງເຂດໄດ້ຮື້ພື້ນທີ່ປູກກາເຟໄປປູກພືດອື່ນທົດແທນ.

ທ່ານ ສຸກພາວັນ ໄຊຍະວົງຄໍາດີ ຮອງຫົວໜ້າຫ້ອງການບໍລິຫານພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ໃຫ້ສໍາພາດແກ່ທີມຂ່າວພວກເຮົາໃນວັນທີ 11 ພະຈິກ 2019 ວ່າ: ຍອດສົ່ງອອກກາເຟຂອງແຂວງເຊກອງ ຢູ່ທີ່ 1.008 ໂຕນ ລວມມູນຄ່າ 1,97 ລ້ານໂດລາສະຫະລັດ; ສ່ວນການເກັບຊື້ກາເຟໝາກແດງຈາກປະຊາຊົນ ລາຄາປັດຈຸບັນຢູ່ທີ່ 2.200 ຫາ 2.400 ກີບຕໍ່ກິໂລ ແຕ່ຖ້າເປັນລາຄາສູງສຸດກໍພຽງ 2.600 ກີບຕໍ່ກິໂລ ເນື່ອງຈາກລາຄາກາເຟທີ່ຢູ່ໃນຈັງຫວະຄົງທີ່ ແລະ ຍັງມີທ່າອ່ຽງຫຼຸດລົງອີກ ເຮັດໃຫ້ຊາວກະສິກອນຜູ້ປູກກາເຟຈໍານວນໜຶ່ງ ຮື້ຖອນສວນກາເຟຖິ້ມ ແລ້ວຫັນໄປປູກມັນຕົ້ນໃສ່ແທນ ເນື່ອງຈາກວ່າມັນເປັນພືດທີ່ປູກຂາຍໄດ້ໄວ ບໍ່ຕ້ອງລໍຖ້າດົນ. ດັ່ງນັ້ນ, ເຮັດໃຫ້ເນື້ອທີ່ການປູກກາເຟພາຍໃນແຂວງຫຼຸດລົງເລັກໜ້ອຍ.

ຂໍ້ມູນຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈຳປາສັກ ເຜີຍໃຫ້ຮູ້ວ່າ: ຍອດການສົ່ງອອກກາເຟໃນ 9 ເດືອນຕົ້ນປີ 2019 ສາມາດສົ່ງອອກກາເຟເມັດ ( ໝາກຊ້ອມ ) ໄດ້ 17.993 ໂຕນ ລວມມູນຄ່າ 39,15 ລ້ານໂດລາສະຫະລັດ. ໃນນີ້, ກາເຟນ້ອຍ ( Arabica ) ຈໍານວນ 13.597 ໂຕນ, ກາເຟກາງ ( Robusta ) ຈໍານວນ 4.396 ໂຕນ ເຊິ່ງຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 28% ທຽບໃສ່ແຜນປີ 2019 ປະຕິບັດໄດ້ 52% ກວມເອົາ 29% ຂອງການສົ່ງອອກສິນຄ້າກະສິກໍາ ( ວັດຖຸດິບ ) ແລະ ກວມເອົາ 18% ຂອງການສົ່ງອອກທັງໝົດ. ນອກຈາກນີ້, ຍັງມີກາເຟສໍາເລັດຮູບ 3 IN 1 ຈໍານວນ 1.223 ໂຕນ ມູນຄ່າ 3,70 ລ້ານໂດລາສະຫະລັດ, ກາເຟຂົ້ວ 344,25 ໂຕນ ລວມມູນຄ່າ 3,05 ລ້ານໂດລາສະຫະລັດ.

ຂະນະດຽວກັນ ບົດລາຍງານກ່ຽວກັບສະພາບການຊື້ – ຂາຍ ແລະ ການສົ່ງອອກກາເຟ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ລາຄາການຊື້ – ຂາຍກາເຟ ໃນສົກປີ 2018 – 2019 ກາເຟນ້ອຍໝາກແດງ ຢູ່ທີ່ 1.800 ກີບ ຫາ 2.500 ກີບຕໍ່ກິໂລ ຫຼຸດລົງຈາກປີ 2017 – 2018 ລາຄາກາເຟຢູ່ທີ່ 3.550 ຫາ 4.000 ກີບຕໍ່ກິໂລ. ເຖິງຢ່າງໃດກໍຕາມ, ລາຄາກາເຟແມ່ນຂຶ້ນ – ລົງຕາມກົນໄກຂອງຕະຫຼາດ ເຖິງແມ່ນວ່າລາຄາຈະລົງເມື່ອທຽບກັບປີຜ່ານມາ ແຕ່ກໍຢູ່ໃນຂອບເຂດທີ່ບໍ່ຫຼຸດຈາກຕົ້ນທຶນການຜະລິດຕາມໂຄງສ້າງຂອງຂະແໜງກະສິກໍາ ແລະ ປ່າໄມ້ ປະມານ 2.090 ກີບຕໍ່ກິໂລ ເຊິ່ງການຊື້ – ຂາຍກໍຍັງຢູ່ໃນສະພາບປົກກະຕິ ແຕ່ທັງນີ້ບາງບໍລິສັດບໍ່ໄດ້ເຄື່ອນໄຫວເກັບຊື້ ເນື່ອງຈາກຂາດສະພາບຄ່ອງທາງດ້ານການເງິນ ແລະ ບໍ່ມີກໍາໄລໃນການສົ່ງອອກ ຍ້ອນລາຄາກາເຟໂລກຕົກຕໍ່າ, ຕໍ່ສະພາບການດັ່ງກ່າວ ບັນຍາກາດການຊື້ – ຂາຍຂອງບັນດາຊາວສວນຜູ້ປູກ ແລະ ຜູ້ຮັບຊື້ຈາກບໍລິສັດຍັງຄຶກຄື້ນຢູ່ ແຕ່ກໍມີຊາວສວນບາງພາກສ່ວນທີ່ຫັນມາຜະລິດເປັນກາເຟໝາກຂາວເອງ ເພື່ອເກັບໄວ້ຂາຍພາຍຫຼັງ.

( ຂ່າວ: ເອຢິບ )