ອາທິດນີ້, ທົ່ວທຸກພາກອຸນຫະພູມຈະຫຼຸດລົງ 1-3 ອົງສາ

150

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ພະຈິກ 2019 ວ່າ: ໃນໄລຍະວັນທີ 11 ຫາ 13 ພະຈິກ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະມີກໍາລັງປານກາງສືບຕໍ່ ປົກຄຸມຢູ່ແຂວງພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ສ່ວນພາຍຸດີເປຊັນ ຍັງສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ ແລະ ຢູ່ບາງທ້ອງຖິ່ນແຂວງພາກກາງຂອງປະເທດລາວ, ເຊິ່ງຈະເຮັດໃຫ້ມີ ຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ.

ຈາກນັ້ນ, ໃນໄລຍະວັນທີ 14 ຫາ 17 ພະຈິກ 2019 ຄວາມກົດດັນສູງຂອງອາກາດ ເຢັນຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1 ຫາ 3 ໂດຍ ສະເພາະຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ, ເຂດພູພຽງບໍລິເວນປາກຊ່ອງ ແລະ ນິຄົມ 34 ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນພາກກາງ ແລະ ພາກໃຕ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ.

ດັ່ງນັ້ນ, ຂໍໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ບັນດາແຂວງຕ່າງໆ ໂດຍສະເພາະພື້ນທີ່ມີພູມສັນຖານສູງ, ມີອາກາດໜາວເຢັນ ພ້ອມກັນຮັກສາຂຸຂະພາບ ສະເພາະເດັກນ້ອຍ ແລະ ຜູ້ເຖົ້າ ເນື່ອງຈາກມີພູມຄຸມກັນບໍ່ສູງ ອາດສ່ຽງຕໍ່ການເຈັບປ່ວຍໄດ້ງ່າຍໆ