ທ່ານ ອາລຸນໄຊ ສູນນະລາດ ລົງພົບປະຊາວໜຸ່ມອາສາສະໝັກ ພ້ອມຮຽກຮ້ອງຈົ່ງເປັນເຈົ້າການປຸກລະດົມຈິດສຳນຶກ ຮັກສາຄວາມສະອາດແກ່ປະຊາຊົນ ທີ່ມາທ່ຽວໃນງານບຸນ

516

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ເຂົ້າພົບປະ ແລະ ໂອ້ລົມຕໍ່ຄະນະຊາວໜຸ່ມອາສາສະໝັກ ຮັກສາຄວາມສະອາດໃນບຸນນະມັດສະການພະທາດຫຼວງວຽງຈັນ ເມື່ອວັນທີ 10 ພະຈິກ 2019 ທີ່ອະນຸສາວະລີນັກຮົບນິລະນາມ. ໂດຍມີທ່ານ ຄຳສະຫວັນ ໂພດໄຊ ຮອງເຈົ້າເມືອງໆໄຊເສດຖາ, ທ່ານ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາອາສາສະໝັກທົ່ວນະຄອນຫຼວງ ວຽງຈັນ ຈຳນວນ 600 ສະຫາຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມພາກພູມໃຈ ແລະ ຊົມເຊີຍຕໍ່ຄວາມ ຫ້າວຫັນຂອງສະມາຊິກຊາວໜຸ່ມອາສາທັງຫຼາຍ ທີ່ເຂົ້າຮ່ວມກິດຈະກຳຂະບວນການຊາວໜຸ່ມຕະລຸຍບອນ ເພື່ອຊ່ວຍເຫຼືອສັງຄົມໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2019, ພາຍໃຕ້ຄຳ ຂວັນ “ຊາວໜຸ່ມຍຸກໃໝ່ ໃສ່ໃຈຄວາມສະອາດ”.

ທ່ານ ອາລຸນໄຊ ສູນນະລາດ ໄດ້ເນັ້ນ 3 ປະເດັນຫຼັກທີ່ຊາວໜຸ່ມອາສາສະໝັກທັງຫຼາຍຕ້ອງ ໄດ້ຈັດຕັ້ງປະຕິບັດຄື: 1).ໃຫ້ອາສາສະໝັກຊາວໜຸ່ມທັງຫຼາຍຈົ່ງພ້ອມໃຈກັນຊ່ວຍເຫຼືອ ແລະ ປຸກລະດົມຈິດສຳນຶກໃນ ການຮັກສາຄວາມສະອາດແກ່ປະຊາຊົນທີ່ມາ ທ່ຽວໃນງານບຸນໃນປີນີ້, ໃຫ້ສົມກັບຄຳວ່າ “ຊາວໜຸ່ມແມ່ນ ແຂນຂວາຂອງພັກ ແມ່ນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດພາລະກິດປະຕິວັດຢ່າງແທ້ຈິງ”. ເຮັດ ແນວໃດໃຫ້ພະທາດຫຼວງໃນງານບຸນມີຄວາມສະອາດຈົບງາມ ໃຫ້ສົມກັບເປັນປີທ່ອງທ່ຽວ ລາວ-ຈີນ, ເຮັດແນວໃດໃຫ້ບັນລຸ 6 ສ.

2).ຊາວໜຸ່ມມີພາລະບົດບາດທີ່ສຳຄັນທີ່ສຸດຂອງຊາດ, ເຊິ່ງໄດ້ນາມມະຍົດເປັນ “ແຂນຂວາຂອງ ພັກ” ແລະ ເປັນ “ຜູ້ສືບທອດພາລະກິດຂອງການປະຕິວັດ” ເຊິ່ງໝາຍຄວາມວ່າເປັນຜູ້ທີ່ຈົ່ງຮັກພັກດີທີ່ສຸດ ຕໍ່ປະເທດຊາດ ແລະ ກຽມພ້ອມສະເໝີໃນການຮັບໃຊ້ຊາດ. ສະນັ້ນ, ບັນດາສະຫາຍ ຕ້ອງພຽບພ້ອມໄປ ດ້ວບຄຸນສົມບັດຫຼາຍປະການເປັນຕົ້ນ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຮັບປະກັນ 3 ຢ່າງຄື: ຕ້ອງເປັນຄົນທີ່ມີ ຄວາມຮູ້ໃນລະດັບແນ່ນອນທາງດ້ານການເມືອງ-ການປົກຄອງ, ຄວາມຮູ້ທາງດ້ານວິທະຍາສາດ ສະເພາະ ໃນຍຸກ 4.0 ແລະ ມີຄວາມຮູ້ທາງດ້ານສິ່ງແວດລ້ອມ; ຕ້ອງມີຄວາມສາມາດສູງເປັນຕົ້ນແມ່ນບັນດາທັກສະ ໃນການເວົ້າ, ການຄິດ, ການເບິ່ງບັນຫາ ແລະ ການຈັດຕັ້ງປະຕິບັດ; ຕ້ອງເປັນຄົນທີ່ມີຄຸນສົມບັດ ສິນທຳປະຕິວັດ, ຖ້າຫາກຂາດຄຸນສົມບັດ ເຖິງວ່າຈະມີຄວາມຮູ້ຄວາມສາມາດ ກໍ່ໃຊ້ການບໍໄດ້.

3).ບັນດາຊາວໜຸ່ມອາສາສະໝັກຕ້ອງເຂົ້າຮ່ວມຂະບວນການ ແລະ ປະຕິບັດໜ້າທີ່ໃຫ້ສຸດກົກສຸດ ປາຍ, ຕ້ອງເຕົ້າໂຮມຄວາມສາມັກຄີ ແລະ ສ້າງສາຍສຳພັນທີ່ດີຕໍ່ກັນ ເພື່ອພ້ອມກັນອາສາສະໝັກໃນວຽກ ງານຊາວໜຸ່ມຄັ້ງຕໍ່ໆໄປ ແລະ ຈົ່ງພ້ອມກັນມາຮັບໃຊ້ຊາດເມື່ອໃດທີ່ຊາດຕ້ອງການ. ພ້ອມກັນນັ້ນ, ສະມາ ຊິກຊາວໜຸ່ມທັງຫຼາຍຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ຄິດສະເໝີວ່າ ເຮົາເປັນແຂນຂວາຂອງພັກ ເປັນຜູ້ ສຶບທອດຂອງຊາດ.