ເອັດສຊີຈີ ຮ່ວມມືກັບຈີນ ຄົ້ນຄວ້າອຸດສາຫະກຳໃໝ່ ຕອບໂຈດການພັດທະນາ

71

ບໍລິສັດ ເອັດສຊີຈີ ຮ່ວມມືກັບຈີນ ພັດທະນາອຸດສາຫະກຳ 5 ຂະແໜງການ ເພື່ອຕອບໂຈດຕະຫຼາດ ແລະ ແນວທາງດ້ານທຸລະກິດໃນອະນາຄົດດ້ວຍມູນຄ່າໂຄງການເລີ່ມຕົ້ນກວ່າ 100 ລ້ານຢວນ ຫຼື ປະມານ 500 ລ້ານບາດ.

ພິທີເຊັນສັນຍາຈັດຂຶ້ນໃນວັນທີ 5 ພະຈິກ 2019 ໂດຍມີ ທ່ານ ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ແລະ ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີຂອງຈີນ ໃຫ້ກຽດຮ່ວມເປັນສັກຂີພິຍານ.

ທ່ານ ຣຸ້ງໂຣດ ຣັງສິໂຍພາດ ກໍາມະການຜູ້ຈັດການໃຫຍ່ ເອັດສຊີຈີ ໄດ້ກ່າວວ່າ: ເອັດສຊີຈີ ມີຄວາມຍິນດີເປັນຢ່າງຍິ່ງທີ່ສະຖາບັນບັນດິດວິທະຍາສາດຈີນ ( Chinese Academy of Sciences – CAS ) ໄດ້ເລີ່ມຕົ້ນຄວາມຮ່ວມມືກັບ ເອັດສຊີຈີ ໃນການວິໄຈ ແລະ ພັດທະນາດ້ານວິທະສາດ ເຕັກໂນໂລຊີ ເພື່ອຮ່ວມກັນພັດທະນາເຕັກໂນໂລຊີໃໝ່ໆທີ່ສາມາດຕອບໂຈດທ່າອ່ຽງໃນອະນາຄົດ ເຊັ່ນ: ອາຄານ ແລະ ໂຮງງານອັດສະລິຍະ ແລະ ການຈັດການມົນລະພິດເປັນຕົ້ນ ໂດຍຈະສາມາດຍົກລະດັບການສ້າງສັນຂອງນະວັດຕະກຳໃນພາກທຸລະກິດ ແລະ ອຸດສາຫະກຳ ລວມທັງໃນໄທ ແລະ ຈີນ ຕະຫຼອດຈົນເຖິງຄຸນນະພາບຊີວິດຂອງຄົນໃນສັງຄົມໃຫ້ດີຍິ່ງຂຶ້ນຈຶ່ງມີການລົງນາມຄວາມຮ່ວມມືອີກຄັ້ງໃນມື້ນີ້ ໂດຍຜ່ານສຳນັກງານນະວັດຕະກຳ ແລະ ຄວາມຮ່ວມມື ( ບາງກອກ ) ສະຖາບັນບັນດິດວິທະຍາສາດຈີນ.

ການເຊັນສັນຍາເນັ້ນ 5 ອຸດສາຫະກໍາແຫ່ງອະນາຄົດ ຄື: 1. ເມືອງອັດສະລິຍະ; 2. ປັນຍາປະດິດ ແລະ ຫຸ່ນຍົນ; 3. ສານເຄມີທີ່ມີມູນຄ່າສູງ; 4. ທຸລະກິດພະລັງງານໃໝ່ ເຊັ່ນ: ພະລັງງານໝູນວຽນ, ແບັດເຕີຣີ ຫຼື ລະບົບກັກເກັບພະລັງງານ; 5. ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.

CAS ICCB ເຊື່ອໝັ້ນວ່າ ການຮ່ວມມືຄັ້ງນີ້ ຈະໄດ້ມີໂອກາດໃນການທົດລອງຕະຫຼາດນະວັດຕະກຳໃນປະເທດໄທ ຕາມແນວທາງຂອງໂຄງການເສັ້ນທາງສາຍໃໝ່ແຫ່ງສະຕະວັດທີ 21 ຂອງຈີນ, ມູນຄ່າໂຄງການໃນໄລຍະເລີ່ມຕົ້ນຫຼາຍກວ່າ 100 ລ້ານຢວນ ( ປະມານ 500 ລ້ານບາດ ).

( ຂ່າວ: ພຸດຕີ້; ຂໍ້ມູນ: ບິກບູ )