ເສດຖະກິດປີນີ້ອາດຈະຂະຫຍາຍຕົວພຽງ 6,4%

125

ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະພາວ່າເສດຖະກິດປີນີ້ອາດຈະຂະຫຍາຍຕົວໄດ້ພຽງ 6,4% ຈາກແຜນຕັ້ງໄວ້ 6,7% ຍ້ອນຖືກຊ້ຳເຕີມດ້ວຍຜົນກະທົບຈາກຈາກໄພທຳມະຊາດຢ່າງໜັກໜ່ວງບໍ່ໜ້ອຍໄປກວ່າປີ 2018, ການລະບາດຂອງພະຍາດ, ໄພແຫ້ງແລ້ງ ໄດ້ສົ່ງຜົນກະທົບສະພາບເສດຖະກິດຂອງປະເທດເຮົາ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ( ສພຊ ) ຊຸດທີ VIII ໃນວັນທີ 7 ພະຈິກ 2019 ວ່າ: ສະພາບແວດລ້ອມການພັດທະນາເສດຖະກິດປີນີ້ ແມ່ນດຳເນີນໄປທ່າມກາງທີ່ສາກົນສືບຕໍ່ຜັນແປໄປຢ່າງສັບສົນ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ ບວກກັບຄວາມເຄັ່ງຕຶງຢູ່ໃນຂົງເຂດຕ່າງໆຂອງໂລກທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຫຼາຍປະເທດ ແລະ ສ້າງຄວາມຜັນຜວນຕໍ່ຕະຫຼາດການເງິນ, ຕະຫຼາດທຶນຂອງທົ່ວໂລກ ເຮັດໃຫ້ການເຕີບໂຕຂອງເສດຖະກິດຖືກກະທົບ ເຊິ່ງກອງທຶນການເງິນລະຫວ່າງປະເທດ ( IMF ) ໄດ້ປັບຫຼຸດຄາດຄະເນອັດຕາເຕີບໂຕຂອງເສດຖະກິດໂລກລົງ ຈາກ 3,2% ໃນປີ 2019 ມາເປັນ 3% ແລະ ຈາກ 3,5% ສຳລັບປີ 2020 ເປັນ 3,4% ເຊິ່ງຖືວ່າເປັນອັດຕາຕ່ຳສຸດໃນຮອບ 10 ປີ.

ໃນຂະນະທີ່ເສດຖະກິດຂອງປະເທດກຳລັງພັດທະນາໃນອາຊີກໍຂະຫຍາຍຕົວຊ້າລົງ, ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນຜວນ ຍ້ອນຄວາມບໍ່ສະຫງົບໃນຕາເວັນອອກກາງທີ່ກະທົບຕໍ່ແຫຼ່ງຜະລິດນ້ຳມັນ ເຊິ່ງໃນອະນາຄົດອາດມີຜົນເຮັດໃຫ້ລາຄານ້ຳມັນໃນຕະຫຼາດໂລກ ແລະ ປະເທດປາຍທາງຄື ສປປ ລາວ ເຮົານີ້ຈະສູງຂຶ້ນຕື່ມຢ່າງຫຼີກເວັ້ນບໍ່ໄດ້.

ຄຽງຄູ່ກັບສະພາບແວດລ້ອມພາຍນອກເປັນເຊັ່ນນີ້ ສະພາບພາຍໃນປະເທດຂອງພວກເຮົາໃນປີນີ້ ກໍຍັງບໍ່ທັນຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທີ່ມີລັກສະນະຊ້ຳເຮື້ອແຫ່ງການຂາດດຸນໃນດ້ານຕ່າງໆທີ່ໜັກໜ່ວງ ບວກກັບໄພພິບັດ, ອຸທົກກະໄພ ໃນປີ 2018 ແລະ ຕໍ່ເນື່ອງໃສ່ປີ 2019 ຢ່າງລຽນຕິດກັນ ກາຍເປັນອຸປະສັກໃຫ້ແກ່ການພັດທະນາ, ທັງເປັນການຈຳກັດແຫຼ່ງງົບປະມານເພື່ອອັດສີດເຂົ້າໃສ່ການກະຕຸ້ນເສດຖະກິດ ແລະ ຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອການເຕີບໂຕຂອງເສດຖະກິດ ສປປ ລາວ ໃນປີ 2019.

ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດໃນປີ 2019 ໄດ້ຖືກຊ້ຳເຕີມດ້ວຍຜົນກະທົບຈາກໄພທຳມະຊາດຢ່າງໜັກໜ່ວງ ປີ 2019 ນອກຈາກນ້ຳຖ້ວມ 6 ແຂວງພາກກາງ ແລະ ພາກໃຕ້ຢ່າງໜັກໜ່ວງແລ້ວ ຊ້ຳພັດເກີດມີໄພແຫ້ງແລ້ງເກີດຂຶ້ນເຖິງ 2 ຮອບໃນປີດຽວກັນ ອັນໄດ້ສົ່ງຜົນສະທ້ອນຕໍ່ການປູກເຂົ້າ ແລະ ປູກພືດລະດູຝົນຫຼ້າຊ້າ ແລະ ມີ ຄວາມເສຍຫາຍ ລວມທັງກະທົບຕໍ່ການລ້ຽງສັດ, ການປະມົງ, ກະທົບຕໍ່ປະລິມານນ້ຳເພື່ອຜະລິດໄຟຟ້າ ແລະ ສະໜອງນ້ຳປະປາກໍຫຼຸດລົງ “ ທ່ານນາຍົກ ກ່າວ ”.

ທ່ານກ່າວອີກວ່າ: ນອກນີ້ກໍຍັງມີການລະບາດຂອງພະຍາດອະຫິວາໝູອາຟຣິກາ, ພະຍາດລະບາດຂອງບົ້ງສາລີ ແລະ ໄພນ້ຳຖ້ວມຢ່າງໜັກໜ່ວງໃນຮອບຫຼາຍ 10 ປີ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ສະພາບໄຂ້ຍຸງລາຍກໍລະບາດ ເຊິ່ງຈາກສະພາບດັ່ງກ່າວນັ້ນເຮັດໃຫ້ການສະໜອງພາຍໃນກໍບໍ່ພຽງພໍ, ຍິ່ງໄປກວ່ານັ້ນລາຄາສະບຽງອາຫານໃນທ້ອງຕະຫຼາດກໍເພີ່ມຂຶ້ນ.

ສະພາບແວດລ້ອມທັງສາກົນ ແລະ ພາຍໃນດັ່ງກ່າວມານັ້ນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການຄຸ້ມຄອງເສດຖະກິດມະຫາພາກຂອງລັດຖະບານ ທີ່ມີຄວາມບອບບາງຢູ່ແລ້ວພົບຂໍ້ຫຍຸ້ງຍາກ ແລະ ທ້າທາຍຫຼາຍຂຶ້ນ, ລັດຖະບານຈຳເປັນຕ້ອງໄດ້ອວ່າຍງົບປະມານປົກກະຕິໄປສູ່ການແກ້ໄຂໄພພິບັດ ແລະ ເລັ່ງປັບປຸງໂຄງລ່າງພື້ນຖານທີ່ຖືກທຳລາຍໃຫ້ກັບຄືນມານຳໃຊ້ໄດ້ໂດຍໄວ, ການອວ່າຍງົບປະມານດັ່ງກ່າວຖືເປັນຄວາມຈຳເປັນເພື່ອແກ້ໄຂບັນຫາເຄັ່ງຮ້ອນ, ແຕ່ອີກເບື້ອງໜຶ່ງກໍເພີ່ມ ຄວາມກົດດັນໃຫ້ແກ່ງົບປະມານທີ່ມີຈຳກັດຢູ່ແລ້ວ ຍິ່ງເປັນການໜີບຮັດຊ້ຳຕື່ມໃຫ້ແກ່ການຈັດສັນງົບປະມານ ທີ່ຢາກໃຫ້ເປັນໄປຕາມແຜນວາງໄວ້ພົບຂໍ້ຫຍຸ້ງຍາກ.

ຈາກບັນຫາທັງໝົດເຫຼົ່ານັ້ນຈຶ່ງຄາດຄະເນຕົວເລກການເຕີບໂຕຂອງເສດຖະກິດຂອງ ສປປ ລາວ ໝົດປີ 2019 ນີ້ຈະບັນລຸພຽງ 6,4% ເຊິ່ງຫຼຸດແຜນການທີ່ສະພາແຫ່ງຊາດຮັບຮອງໄວ້   ປະມານ 0,3% ( ມະຕິສະພາ 6,7% ) ຄິດໄລ່ມູນຄ່າໃນປີແມ່ນ 164.147 ຕື້ກີບ ( ມະຕິສະພາ 165.475 ຕື້ກີບ ) ສະເລ່ຍຕໍ່ຫົວຄົນ 2.683 ໂດລາສະຫະລັດ ( ມະຕິສະພາ 2.726 ໂດລາສະຫະລັດ ).

ໃນນີ້, ໂດຍຂະແໜງກະສິກໍາ ຄາດວ່າຈະຂະຫຍາຍຕົວບັນລຸໄດ້ຕາມແຜນ 2,8%, ອຸດສາຫະກໍາຢູ່ໃນລະດັບ 7,1% ຫຼຸດແຜນ 1,2%, ການບໍລິການຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 7% ລື່ນແຜນ 0,4% ແລະ ຂະແໜງພາສີອາກອນຜະລິດຕະພັນສຸດທິ ຄາດວ່າຈະຂະຫຍາຍຕົວ 7,0% ໄດ້ຕາມແຜນທີ່ວາງໄວ້.