ທາງການຈີນປະກາດຫ້າມ “ເດັກນ້ອຍຫຼິ້ນເກມ” ກາຍ 90 ນາທີຕໍ່ມື້

88

ທາງການຈີນປະກາດ ແນວທາງຄວບຄຸມພຶດຕິກຳການຫຼິ້ນເກມບໍ່ໃຫ້ເຍົາວະຊົນ ຫຼິ້ນເກມດົນເກີນ 90 ນາທີ ຕໍ່ມື້ ໃນວັນປົກກະຕິ ແລະ ບໍ່ເກີນ 3 ຊົ່ວໂມງ ໃນວັນພັກ.

ສຳນັກຂ່າວຊິວຫົວ ລາຍງານເມື່ອວັນພະຫັດ ທີ 7 ພະຈິກ ວ່າ ພະແນກຖະແຫຼງຂ່າວແຫ່ງຊາດຈີນ ໄດ້ປະກາດແນວທາງໃນການຄວບຄຸມພຶດຕິກຳການຫຼິ້ນເກມຂອງເຍົາວະຊົນ ພາຍໃຕ້ກົດໝາຍໃໝ່ນີ້ ໄດ້ກຳນົດໃຫ້ ຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ສາມາດຫຼີ້ນເກມໄດ້ບໍ່ເກີນ 90 ນາທີຕໍ່ມື້ ໃນມື້ທຳມະດາ ແລະ ບໍ່ໃຫ້ເກີນ 3 ຊົ່ວໂມງ ໃນວັນເສົາ – ອາທິດ ແລະ ວັນພັກອື່ນໆ. ພ້ອມທັງຈຳກັດບໍ່ໃຫ້ຫຼິ້ນເກມ ຕັ້ງແຕ່ 22:00 ໂມງ ເຖິງ 8:00 ໂມງ ຂອງວັນທຳມະດາ ເພື່ອປ້ອງກັນບໍ່ໃຫ້ເຍົາວະຊົນຫຼີ້ນເກມຊອດແຈ້ງ

ນອກຈາກນີ້,  ແນວທາງດັ່ງກ່າວ ຍັງຈຳກັດບໍ່ໃຫ້ເຍົາວະຊົນ ໃຊ້ເງິນແທ້ ເຕີມເຂົ້າໃນລະບົບເກມເກີນຂອບເຂດ ໂດຍຜູ້ທີ່ມີອາຍຸ 8-16 ປີ ສາມາດຈ່າຍ ຫຼື ເຕີມເງິນເຂົ້າໃນລະບົບເກມໄດ້ສູງສຸດ 200 ຢວນ ຕໍ່ເດືອນ (ປະມານ 250.000 ກີບ) ແລະ ອາຍຸ 16-18 ປີ ສາມາດຈ່າຍ ຫຼື ເຕີມເງິນເຂົ້າລະບົບເກມໄດ້ສູງສຸດ 400 ຢວນ (ປະມານ 500.000 ກີບ) ຕໍ່ເດືອນ.

ແນວທາງການປະຕິບັດຂອງລັດຖະບານນີ້ ຈະຖືກນຳໄປປັບໃຊ້ໃຫ້ເຂົ້າກັບຜູ້ໃຫ້ບໍລິການເກມອອນລາຍທຸກບໍລິສັດໃນປະເທດ ໂດຍສະເພາະແມ່ນ ເທັນເຊັນ ເຊິ່ງເປັນບໍລິສັດໃຫ້ບໍລິການດ້ານເກມອອນລາຍທີ່ໃຫຍ່ທີ່ສຸດໃນໂລກ.

ໂຄສົກຂອງພະແນກຖະແຫຼງຂ່າວແຫ່ງຊາດຈີນ ໄດ້ກ່າວກັບສຳນັກຂ່າວຊິນຫົວວ່າ ການປະກາດໃຊ້ກົດລະບຽບ ໃໝ່ນີ້ ມີຈຸດປະສົງເພື່ອແນໃສ່ການປົກປ້ອງສຸຂະພາບສາຍຕາ, ຮ່າງກາຍ ແລະ ຈິດໃຈຂອງເຍົາວະຊົນ.

“ແຈ້ງການສະບັບນີ້ ແມ່ນເນັ້ນໜັກເຖິງຄວາມຮັບຜິດຊອບຂອງບໍລິສັດຕ່າງໆ ແລະ ເປັນການເຮັດໜ້າທີ່ຂອງລັດຖະບານໃນການຄວບຄຸມດູແລບັນຫາ” ພະແນກດັ່ງກ່າວ ໄດ້ກ່າວເພີ່ມອີກວ່າ ພະແນກຕ່າງໆ ຂອງລັດຖະບານຈຳເປັນຕ້ອງສຶກສາລະບຽບການນີ້ ແລະ ຢັ້ງຢືນວ່າບໍລິສັດຕ່າງໆ ຈະປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້.

ພະແນກຖະແຫຼງຂ່າວແຫ່ງຊາດຈີນ ຍັງໄດ້ຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດເພື່ອວາງລະບົບການສະໝັກບັນຊີສະມາຊິກດ້ວຍຂໍ້ມູນຈິງ ແລະ ອະນຸຍາດໃຫ້ບໍລິສັດໃຫ້ບໍລິການເກມສາມາດກວດສອບການຢືນຢັນຕົວຕົນຂອງສະມາຊິກໃນຖານຂໍ້ມູນແຫ່ງຊາດໄດ້ດ້ວຍ ເພື່ອປ້ອງກັນການຕົວະອາຍຸ ໃນການສະໝັກເປັນສະມາຊິກ.