ກອງປະຊຸມສຸດຍອດຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 11 ຮັບຮອງ​ເອົາເອ​ກະ​ສານສຳ​ຄັນ 2 ສະ​ບັ​ບ

167

ໃນວັນທີ 4 ພະ​ຈິກ 2019, ພະ​ນະ​ທ່ານ ​ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນ ສ​ປ​ປ ລາວ ເຂົ້າຮ່ວມກອງປະຊຸມ​ສຸດຍອດຂອບ​ການ​ຮ່ວມມື​ແມ່ນໍ້າຂອງ-ຍີ່​ປຸ່ນ ຄັ້ງທີ 11ທີ່ ບາງກອກ, ປະ​ເທດໄທ, ຊຶ່ງມີບັນດາຜູ້​ນຳ ຈາກບັນ​ດາປະເທດສະ​ມາ​ຊິກແມ່ນໍ້າຂອງ-ຍີ່​ປຸ່ນ: ກໍາປູເຈຍ, ສ​ປ​ປ ລາວ, ​ມຽນມາ, ໄທ, ຫວຽດນາມ ແລະ ຍີ່​ປຸ່ນ ເຂົ້າ​ຮ່ວມ​ຢ່າງພ້ອມພຽງ.

ກອງ​ປະ​ຊຸມໄດ້​ດຳ​ເນີນ​ໄປ​ໂດຍ​ການ​ເປັນ​ປະ​ທານ​ຮ່ວມ ລະ​ຫວ່າງ ພະ​ນະທ່ານ ປຼະ​ຢຸດ ຈັນ​ໂອ​ຊາ, ນາ​ຍົກ ດລັດ​ຖະ​ມົນ​ຕີ ແຫ່ງ ຣາ​ຊະ​ອາ​ນາ​ຈັກໄທ ແລະ ພະ​ນະ​ທ່ານ ຊິນ​ໂຊ ອາ​ເບະ, ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່ປຸ່ນ​. ກອງປະຊຸມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ ຄັ້ງ​ທີ 12 ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ ຄັ້​ງ​ທີ 11 ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ ​ສິງ​ຫາ ແລະ ກັນ​ຍາ 2019 ຜ່ານ​ມາ. ພ້ອມ​ທັງ, ໄດ້ທົບທວນຄືນຄວາມຄືບໜ້າຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານຕ່າງໆ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ ດັ່ງ​ກ່າວ ໃນ​ໄລ​ຍະ 1 ປີ​ ຜ່ານ​ມາ ໂດຍ​ສະ​ເພາະ ພາຍ​ໃຕ້ 3 ເສົາ​ຄ້ຳ​ຂອງ ​ຍຸດ​ທະ​ສາດໂຕ​ກຽວ 2018 ທີ່​ບັນ​ດາ​ຜູ້​ນຳ​ໄດ້ຮັບ​ຮອງ​ເອົາໃນ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ ຄັ້ງ​ທີ 10, ທີ່ ​ໂຕ​ກຽວ ໃນປີ 2018 ຜ່ານ​ມາ.

ໃນ​ປີນີ້ ເພື່ອ​ເປັນ​ການສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ຍຸດ​​​ທະ​ສາດໂຕ​ກຽວ 2018, ຍີ່​ປຸນ ໃນ​ນາມ​ເປັນ​ຄູ່​ຮ່ວມ​ພັດ​ທະ​ນາ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ ກໍ່​ໄດ້​ຮ່າງ​ເອ​ກະ​ສານ ​ຂໍ້​ເລີ່​ມ​ແມ່​ນໍ້າຂອງ-ຍີ່ປຸ່ນ ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030ເພື່ອ​ຄັດ​ຈ້ອນ​ເອົາ​ບັນ​ດາເປົ້າ​ໝາຍການ​ພັດ​ທະ​ນາ​ແບບ​ຍື​ນຍົງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (Sustainable Development Goals ຫຼືSDGs)ທີ່​ເປັນບູລິມະສິດ ​ແລະ ແທດເໝາະກັບ​ການ​ພັດທະນາ​ແບບ​ຍືນຍົງ ຂອງບັນດາ​ປະ​ເທດ​ແມ່​ນໍ້າຂອງລວມທັງ ສປປ ລາວ ​ເພື່ອ​ໃຫ້ສອດຄ່ອງກັບຄວາມຕ້ອງການ​ໃນການພັດທະ​​ນາເສດຖະກິດ-ສັງຄົມ ຂອງ​ບັນດາ​ປະ​ເທດ​ແມ່​ນໍ້າຂອງ.

ສ​ປ​ປ​ ລາວ ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່ ຍີ່​ປຸ່ນ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອສະ​ໜັບ​ສະ​ໜູນ ຕໍ່ ບັນ​ດາ​ໂຄງ​ການການເຊື່ອມຈອດພື້ນຖານໂຄງລ່າງ ແລະ ໂຄງບົນ ເຊັ່ນ: ການພັດທະນາພື້ນ​ຖານ​ໂຄງ​ລ່າງທີ່​ມີ​ຄ​ຸນ​ນະ​ພາບ,​ການພັດທະນາຊັບພະຍາກອນມະນຸດ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ ເຊິ່ງບັນດາໂຄງການເຫລົ່ານີ້ ບໍ່ພຽງແຕ່ປະກອບສ່ວນອັນສໍາຄັນ ໃຫ້ແກ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ພາຍ​ໃນ​ປະ​ເທດເທົ່ານັ້ນ ແຕ່ຍັງເປັນການສ້າງພື້ນຖານໂຄງລ່າງ ໃຫ້ແກ່ການເຊື່ອມຈອດ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດຂອງພາກພື້ນ​ແມ່​ນໍ້າຂອງ ​ແລະ ລະຫວ່າງ ພາກພື້ນ​ແມ່​ນໍ້າຂອງ ກັບບັນ​ດາປະ​ເທດ​ນອກ​ພາກພື້ນ ​ແລະ ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030 ອີກດ້ວຍ.

ກອງ​ປະ​ຊຸມ​ສຸດຍອດ​ແມ່​ນ້ຳ​ຂອງ-ຍີ່​ປຸ່ນຄັ້ງ​ທີ11ບັນ​ດາ​ຜູ້​ນຳປະ​ເທດ​ແມ່​ນ້ຳ​ຂອງ-ຍີ່​ປຸ່ນໄດ້ຮັບຮອງ​ເອົາເອ​ກະ​ສານສຳ​ຄັນຈຳ​ນວນ 2 ສະ​ບັ​ບຄື: ຖະແຫຼງການຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 11 ​ແລະຂໍ້​ລິ​ເລີ່​ມ​ແມ່​ນໍ້າຂອງ-ຍີ່ປຸ່ນ ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ຍີ່​ປຸ່ນໃນ​ອາ​ນາ​ຄົດ.

ທີ່ມາ: ກະຊວງການຕ່າງປະເທດ