ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ພ້ອມມີຝົນຕົກຢູ່ບາງທ້ອງຖິ່ນ

94

ວັນທີ 7 ຫາ 10 ພະຈິກ 2019 ຄວາມກົດດັນອາກາດສູງຂອງອາກາດເຢັນຍັງຈະປົກຄຸມຢູ່ແຂວງພາກເໜືອ ຫາ ພາກກາງ. ສ່ວນພາກໃຕ້ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມ, ເຊິ່ງຈະເຮັດໃຫ້ ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະຝົນຕົກ, ຟ້າຮ້ອງຢູ່ຫຼາຍທ້ອງຖິ່ນໃນບັນດາແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສໃນເຂດແຂວງດັ່ງກ່າວຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ ແລະ ລົມພັດແຮງທີ່ ອາດຈະເກີດຂຶ້ນ.

ເປັນພຽງພາບປະກອບຂ່າວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 04 ຫາ 10 ພະຈິກ 2019ວ່າ: ໃນໄລຍະວັນທີ 4 ຫາ 6 ພະຈິກ 2010, ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງຈະມີກໍາລັງ ປານກາງປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ.

ເປັນພຽງພາບປະກອບຂ່າວ

ຈາກນັ້ນ, ໃນໄລຍະວັນທີ 7 ຫາ 10 ພະຈິກ ຄວາມກົດດັນອາກາດສູງຂອງອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ແຂວງພາກເໜືອ ຫາ ພາກກາງ, ສ່ວນພາກໃຕ້ ຄວາມກົດດັນອາກາດຕໍ່າຂອງ ອາກາດຮ້ອນປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຍັງຈະມີຝົນຕົກຟ້າຮ້ອງພ້ອມມີລົມພັດແຮງຢູ່ຫຼາຍທ້ອງຖິ່ນແຂວງພາກກາງ ຫາພາກໃຕ້.

ເປັນພຽງພາບປະກອບຂ່າວ

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 4 ຫາ 6 ພະຈິກ 2019, ອາກາດຍັງຈະເຢັນຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ແຂວງ ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 4 ຫາ 6 ພະຈິກ 2019, ອາກາດເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າໃນໄລຍະຕົ້ນອາທິດ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍ ຢູ່ບາງທ້ອງຖິ່ນ ແຂວງ ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ອາກາດຍັງຈະເຢັນຕື່ມອີກ. ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ເປັນພຽງພາບປະກອບຂ່າວ

ພາກກາງ: ໃນໄລຍະວັນທີ 4 ຫາ 6 ພະຈິກ 2019, ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ຈະມີຝົນຕົກຟ້າ ຮ້ອງໃນລະດັບຄ່ອຍຢູ່ທາງດ້ານຕາເວັນອອກຂອງພາກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ ແລະ ບໍລິຄໍາໄຊ. ອຸນຫະພູມຕໍ່າສຸດ 20 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 4 ຫາ 6 ພະຈິກ 2019, ອາກາດຈະເຢັນ ຫາ ໜາວເຢັນ ແລະ ມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ອາກາດຍັງຈະສືບຕໍ່ເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກໃຕ້: ໃນໄລຍະວັນທີ 4 ຫາ 6 ພະຈິກ 2019, ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນ ພ້ອມມີໝອກບາງ ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ. ຈາກນັ້ນວັນທີ 7 ຫາ 10 ພະຈິກ ຈະຝົນຕົກຟ້າຮ້ອງໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ຫຼາຍທ້ອງຖິ່ນແຂວງ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງສຸດ 31 – 33 ອົງສາ. ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 4 ຫາ 10 ພະຈິກ 2019, ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 11 – 13 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 4 ຫາ 06 ພະຈິກ, ອາກາດອ່າວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີເຝື້ອປົກຄຸມເປັນບາງສ່ວນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 32 – 34 ອົງສາ.