ເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ກຽມລະເບີດຄວາມມັນເປັນຄັ້ງທີ 5

174

ການແຂ່ງຂັນ ເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຈະເລີ່ມແຂ່ງຂັນລະຫວ່າງວັນທີ 9-10 ພະຈິກ 2019 ຫຼ້າສຸດໃນວັນສຸກທີ 1 ພະຈິກ 2019 ໄດ້ມີພິທີຖະແຫຼງຂ່າວຢ່າງເປັນທາງການ ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ.

ໃຫ້ກຽດເຂົ້າຮ່ວມເປັນປະທານມີ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ, ມີຕາງໜ້າຈາກ ສະຖານທູດ ສ ເກົາຫລີ ປະຈຳ ສປປ ລາວ, ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການ ສະຫະພັນເທຄວັນໂດແຫ່ງຊາດລາວ ພ້ວມດ້ວຍ ຄູຝືກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ນອກນັ້ນ, ໃນພິທີດັ່ງກ່າວ ຕາງໜ້າຈາກ ສະຖານທູດ ສ ເກົາຫຼີ ປະຈໍາ ສປປ ລາວ ໄດ້ມອບເງິນອຸປະຖໍາຈຳນວນ 10.065 ໂດລາເຂົ້າໃນການຈັດການແຂ່ງຂັນໃນຄັ້ງນີ້
ສຳລັບການແຂ່ງຂັນລາຍການດັ່ງກ່າວ ຈະຈັດຂື້ນ 9-10 ພະຈິກ 2019 ທີ່ສູນການຄ້າ ລາວໄອເຕັກ ໂດຍມີການແຂ່ງຂັນຮຸ່ນອານຸຊົນ 8, 10 ແລະ 12 ປີ, ຮຸ່ນເຍົາວະຊົນ 15-18 ປີ ແລະ ຮຸ່ນທົ່ວໄປ ແຂ່ງຂັນທັງ 2 ປະເພດຄື ຕໍ່ສູ້ ແລະ ຟ້ອນປຸ່ມເຊ້,

ເຊິ່ງມີທັງຫມົດ 136 ລາຍການ ແລະ ປັດຈຸບັນມີ ນັກກີລາຫລາຍກວ່າ 300 ກວ່າຄົນແຈ້ງເຈດຈໍານົງເຂົ້າຮ່ວມແລ້ວ ມາຈາກບັນດາສະໂມສອນໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ປະກອບມີ ແຂວງບໍ່ແກ້ວ, ຫຼວງພະບາງ, ຊຽງຂວາງ, ອຸດົມໄຊ, ບໍລິຄໍາໄຊ, ຄໍາມ່ວນ ແລະ ຈໍາປາສັກ.