Monthly Archives: October, 2019

ທ່ຽວຊົມຫຼິ້ນຫຼາກຫຼາຍກິດຈະກຳທີ່ສວນສະໜຸກດິສນີແລນ ແຫ່ງທີ 6 ຂອງໂລກ

ໃນລະຫວ່າງວັນທີ 14 - 23 ຕຸລາຜ່ານມາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ແລະ ບໍລິສັດ ທ່ອງທ່ຽວໂຢເຄີ້ ( YUEKE Tourism )...

ມອບ – ຮັບລົດໄຟຟ້າ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ ອີວີ ລາວ ຈຳກັດ

ໃນຕອນບ່າຍຂອງວັນທີ 28 ຕຸລາ 2019 ຜ່ານມາ ໄດ້ມີພິທີມອບ - ຮັບລົດທີ່ນຳໃຊ້ລະບົບສາກໄຟຟ້າ 1 ຄັນ ເພື່ອນຳໃຊ້ໃນໂຄງການທົດລອງລະບົບສາກໄຟຟ້າສຳລັບລົດ EV ເຊິ່ງລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ EV ລາວ ຈຳກັດ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນວັນທີ 2 ເມສາ 2019 ເພື່ອສຶກສາ ຄວາມເປັນໄປໄດ້...

ລາຄາຄໍາປັບຂຶ້ນ 60 ພັນກີບ

ລາຄາຄໍາໄດ້ສົ່ງສັນຍານປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກທີ່ໄດ້ຮັບແຮງໜູນຈາກເສດຖະກິດໂລກ ໂດຍສະເພາະແມ່ນແຮງກະທົບຈາກຜົນການເຈລະຈາຖອນອອກຈາກສະຫະພາບເອີຣົບ ຂອງອັງກິດ ແລະ ຄວາມຄືບໜ້າການເຈລະຈາການຄ້າຈີນ - ສະຫະລັດ ສົ່ງຜົນໃຫ້ລາຄາຄໍາປັບຕົວຂຶ້ນສູງ ສະເພາະຕະຫຼາດພາຍໃນກາງເດືອນນີ້ ໄດ້ປັບຂຶ້ນເຖິງ 2,8 ແສນກີບຕໍ່ບາດ ແລະ ມາໃນອາທິດສຸດທ້າຍຂອງເດືອນກໍປັບຂຶ້ນ 60 ພັນກີບຕໍ່ບາດ. ລາຄາຄໍາເປີດຕະຫຼາດໃນຕົ້ນອາທິດນີ້ ທີ່ປະກາດຂາຍໃນວັນທີ 28 ຕຸລາ 2019 ແມ່ນ 6.789.000 ກີບຕໍ່ບາດ...

ພາກລັດ – ເອກະຊົນຫາລືສ້າງໂອກາດລົງທຶນດ້ານພື້ນຖານໂຄງລ່າງ

ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຈັດກອງປະຊຸມຂະແໜງການຄ້າ ແລະ ເອກະຊົນ ຄັ້ງທີ 15 ຂຶ້ນ ເພື່ອຮ່ວມປຶກສາຫາລືບັນດາຜົນກະທົບຂອງໂຄງການຂະໜາດ   ໃຫຍ່ໃນການພັດທະນາພື້ນຖານໂຄງລ່າງຊ່ວຍໃຫ້ລັດຖະບານສາມາດດຶງດູດການລົງທຶນ ແລະ ເຮັດໃຫ້ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ສາມາດດໍາເນີນທຸລະກິດໄດ້ຢ່າງຄ່ອງຕົວ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 29 ຕຸລາ...

ມະຫະກຳສີມືຫັດຖະກຳລາວ ຈະຊ່ວຍສ້າງໂອກາດໃຫ້ຜູ້ຜະລິດ

ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 18 ຈະສ້າງໂອກາດອັນດີໃຫ້ກັບຜູ້ຜະລິດໄດ້ແລກປ່ຽນບົດຮຽນນຳກັນໃນການຍົກລະດັບຄຸນນະພາບຜະລິດຕະພັນ ລວມທັງສາມາດຫາຄູ່ຮ່ວມທຸລະກິດຕື່ມອີກ ເພາະມີຮ້ານຂາຍເຄື່ອງຫັດຖະກຳທົ່ວປະເທດ ເຂົ້າຮ່ວມ 200 ກວ່າຮ້ານ. ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 18 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລາ 2019 ທີ່ສູນການຄ້າ ລາວ - ໄອເຕັກ ( ຕຶກເກົ່າ ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານໂດຍ...

ກອງທຶນອະນຸຮັກທຳມະຊາດໂລກ ສະໜອງທຶນ 3 ລ້ານກວ່າເອີໂຣ ອະນຸຮັກປ່າໄມ້

ກອງທຶນອະນຸຮັກທຳມະຊາດໂລກ ປະຈຳ ສປປ ລາວ ( WWF - lao ) ສະໜັບສະໜູນການປົກປັກຮັກສາປ່າໄມ້ ແລະ ອະນຸຮັກຊີວະນາໆພັນຕາມສາຍພູຫຼວງ ເຂດພາກໃຕ້ຂອງ ສປປ ລາວ ໂດຍກວມເອົາແຂວງເຊກອງ, ແຂວງສາລະວັນ ທີ່ເຊື່ອມຕໍ່ກັບແຂວງ ກວາງຈິ, ເທື່ອທຽນເຫວ້ ແລະ ກວາງນາມ ຂອງ ສສ...

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 3 ເອກະສານສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2019 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 25 ຕຸລາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ ໂດຍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ...

ແມ່ຍິງໄວໝົດປະຈຳເດືອນຄວນມີການເບິ່ງແຍງຕົນເອງແນວໃດ?

ເມື່ອແມ່ຍິງມີອາຍຸທີ່ຫຼາຍຂຶ້ນ ເລື່ອງສຸຂະພາບກໍຕ້ອງມີການເບິ່ງແຍງໃຫ້ຫຼາຍຂຶ້ນເຊັ່ນດຽວກັນ ເພາະການຮັກສາຮ່າງກາຍໃຫ້ແຂງແຮງຢູ່ສະເໝີນັ້ນເປັນເລື່ອງທີ່ເຮັດໄດ້ຍາກໃນຜູ້ທີ່ມີອາຍຸສູງ ແຕ່ບໍ່ຄວນປະປ່ອຍໃຫ້ຕົນເອງຊຸດໂຊມໄປຕາມການເວລາເຊັ່ນກັນ. ດັ່ງນັ້ນ, ມາຮູ້ຈັກການເບິ່ງແຍງສຸຂະພາບໃນແມ່ຍິງໄວໝົດປະເດືອນວ່າຄວນປະຕິບັດຕົວແນວໃດ ເພື່ອໃຫ້ມີສຸຂະພາບທີ່ແຂງແຮງປາສະຈາກຄວາມເຈັບໄຂ້. ອາຫານ: ຄວນກິນອາຫານໃຫ້ຄົບ 5 ໝູ່ ໃນສັດສ່ວນທີ່ເໝາະສົມ ແລະ ຫຼາກຫຼາຍ ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານຕ່າງໆຢ່າງພຽງພໍ ໂດຍຈະເນັ້ນອາຫານທີ່ມີແຄລຊຽມສູງ ເຊັ່ນ: ນົມສົດ, ເຕົ້າຮູ້, ປານ້ອຍ, ຜັກໃບຂຽວ, ທັນຍາພືດ, ງາດຳ ແລະ ກິນອາຫານທີ່ເປັນໄຂມັນດີ...

ປັ່ນຊ໋ອກໂກແລັດໃສ່ໝາກກ້ວຍຊ່ວຍຜ່ອນຄາຍສະໝອງ

ນໍ້າປັ່ນສະມູດຕີ້ຊ໋ອກໂກແລັດໃສ່ໝາກກ້ວຍ ເຄື່ອງດື່ມງ່າຍໆທີ່ເໝາະສໍາລັບທຸກໄວ ເປັນຕົ້ນແມ່ນເດັກນ້ອຍ ເຄື່ອງດື່ມຊະນິດນີ້ກາຍເປັນຂອງມັກສໍາລັບເດັກນ້ອຍຫຼາຍຄົນ ແຖມໝາກກ້ວຍຍັງມີໃຍອາຫານເປັນຈໍານວນຫຼາຍທີ່ຊ່ວຍໃຫ້ລະບົບຂັບຖ່າຍສະດວກ. ສ່ວນປະສົມ: ໝາກກ້ວຍ 2 ໜ່ວຍ, ກະແລັມຊ໋ອກໂກແລັດ 2 ສະກຸບ, ນົມສົດ 1 ຈອກ, ນ້ຳກ້ອນ 1/2 ຈອກ, ນ້ຳເຊື່ອມ 1 ບ່ວງແກງ. ວິທີປຸງແຕ່ງ: ປອກເປືອກໝາກກ້ວຍອອກ ແລ້ວເອົາໃສ່ເຄື່ອງປັ່ນພ້ອມກັບກະແລັມ, ນົມສົດ, ນ້ຳກ້ອນ ແລະ...

ຜູ້ຢູ່ເບື້ອງຫຼັງໂຄງການປະກວດ Power Queen Lao 2019

ໃກ້ເຂົ້າມາທຸກມື້ກັບຮອບຊີງຊະນະເລີດໂຄງການປະກວດ Power Queen Lao 2019 ໃຜຈະເປັນຜູ້ທໍາອິດຂອງປະເທດທີ່ຈະໄດ້ຄອງມົງກຸດ ແລະ ເປັນຕົວແທນໄປປະກວດໃນລະດັບສາກົນ ແຕ່ກ່ອນຈະມາຮອດຮອບ ຕັດສິນບັນດາຜູ້ຢູ່ເບື້ອງຫຼັງໃນໂຄງການນີ້ກໍທຸ່ມເທຄວາມສາມາດທັງໝົດເພື່ອສິດສອນນ້ອໆໃຫ້ມາຮອດຈຸດນີ້. ອາຈານ ອິນລືຊາ ບາແສງຄໍາ ແລະ ອາຈານ ສາວະລິດ ສິງງາມ ຜູ້ຊ່ວຍຈັດກິດຈະກໍາໃນໂຄງການ Power Queen Lao 2019 ໄດ້ໃຫ້ສໍາພາດກັບທີມຂ່າວເສດຖະກິດ -...
- Advertisment -
Slide
Slide

Most Read

error: Content is protected !!