ທ່ຽວຊົມຫຼິ້ນຫຼາກຫຼາຍກິດຈະກຳທີ່ສວນສະໜຸກດິສນີແລນ ແຫ່ງທີ 6 ຂອງໂລກ

70

ໃນລະຫວ່າງວັນທີ 14 – 23 ຕຸລາຜ່ານມາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ແລະ ບໍລິສັດ ທ່ອງທ່ຽວໂຢເຄີ້ ( YUEKE Tourism ) ໄດ້ຈັດກິດຈະກຳເຊີນສື່ມວນຊົນລາວໄປທັດສະນະສຶກສາເກັບກຳຂໍ້ມູນແຫຼ່ງທ່ອງທ່ຽວ 4 ແຂວງທີ່    ສປ ຈີນ.

ໂອກາດດັ່ງກ່າວສື່ມວນຊົນລາວໄດ້ມີໂອກາດເຂົ້າຢ້ຽມຊົມ ສວນສະໜຸກດິສນີແລນ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ແລະ ສາມາດສ້າງລາຍຮັບປະມານ 400 ລ້ານຢວນຕໍ່ເດືອນ.

ສວນສະໜຸກແຫ່ງນີ້ ໄດ້ເປີດໃຫ້ບໍລິການມາແຕ່ປີ 2016, ຖືກສ້າງຂຶ້ນເພື່ອໃຊ້ເປັນສະຖານທີ່ທ່ອງທ່ຽວທີ່ທັນສະໄໝແບບຄົບວົງຈອນ ແລະ ເປັນແຫ່ງທີ 6 ຂອງໂລກ, ມີຫຼາກຫຼາຍກິດຈະກຳໃຫ້ທ່ານໄດ້ເລືອກຫຼິ້ນ ຄາດວ່າຖ້າຫາກໄປທ່ຽວວັນ 1 ແມ່ນຈະບໍ່ສາມາດຫຼິ້ນໄດ້ຄົບທຸກກິດຈະກຳ ເນື່ອງຈາກກ່ອນຈະໄດ້ຫຼິ້ນກໍຕ້ອງໄດ້ຕໍ່ແຖວລຽນຕິດເປັນຊົ່ວໂມງ.

ຈຸດເດັ່ນຂອງສວນສະໜຸກແຫ່ງນີ້ ພາຍໃນສວນໄດ້ປຸກສ້າງ ແລະ ຈຳລອງເຫດການໃຫ້ສົມຈິງທຸກປະການ ເຊັ່ນ: ເຮືອນຊົນເຜົ່າ, ບ້ານກາຕູນ, ລ່ອງແກ້ງຜະຈົນໄພ, ຂີ່ລົດໄຟທີ່ທ້າທາຍ, ຂີ່ກະເຊົ້າຊົມຮູບເງົາທະລຸມິຕິ, ຊົມໝູ່ບ້ານ ພ້ອມລ່ອງເຮືອຊົມຮູບເງົາໂຈນສະລັດແຈັກສະປຽນແບບສົມຈິງ, ຂີ່ລົດຈັກຄວາມໄວສູງ ແລະ ຕອນແລງປະມານ 15:30 ໂມງ ຈະໄດ້ຊົມຂະບວນການສະແດງຂອງຕົວລະຄອນ   ດິສນີ, ການຈູດບັ້ງໄຟດອກ ແລະ ບັນດາກິດຈະກຳອື່ນໆ.

ບັນດາກິດຈະກໍາທີ່ມີໃຫ້ຫຼິ້ນໃນສວນສະໜຸກດັ່ງກ່າວນີ້ ຖ້າຫາກຕ້ອງການທີ່ຈະຫຼິ້ນທຸກກິດຈະກຳໃນວັນດຽວນັ້ນ ອາດຈະບໍ່ໝົດເນື່ອງຈາກມີຫຼາຍກິດຈະກຳ ແລະ ແຕ່ລະກິດຈະກຳທີ່ຈະຫຼິ້ນຕ້ອງໄດ້ມີການຕໍ່ແຖວ ( ຄົນຫຼາຍ ) ດົນເປັນຊົ່ວໂມງ ຫຼື ຫຼາຍກວ່ານັ້ນແລ້ວແຕ່ຈໍານວນຄົນເຂົ້າໃນແຕ່ລະວັນ.

ທ່ານ ນາງ ຢັງ ປິງ ຊາວຈີນທີ່ມາຈາກເມືອງກວາງໂຈວ ເວົ້າວ່າ: ເປັນຄັ້ງທໍາອິດທີ່ໄດ້ເຂົ້າມາຫຼິ້ນສວນສະໜຸກແຫ່ງນີ້ ເຫັນວ່າມີຄວາມຕື່ນເຕັ້ນຫຼາຍ ມີຫຼາຍສິ່ງເປັນທີ່ໜ້າສົນໃຈ.

ສ່ວນການເດີນທາງໄປສວນສະໜຸກດິສນິແລນນັ້ນ ຄັ້ງນີ້ພວກເຮົາໄດ້ໄປດ້ວຍລົດທົວຂອງໂຮງແຮມທີ່ຢູ່ໃນຕົວເມືອງຊຽງໄຮ້ ຂີ່ອອກໄປໃຊ້ເວລາປະມານ 1 ຊົ່ວໂມງ ( ຖ້າຫາກລົດແອອັດກໍຈະໃຊ້ເວລາ 1 ຊົ່ວໂມງກວ່າ ). ສວນສະໜຸກຕັ້ງຢູ່ເຂດເມືອງພູດົງ ( Pudong ) ແລະ ການຊື້ປີ້ເຂົ້າຊົມແມ່ນຕ້ອງໄດ້ໃຊ້ໜັງສືເດີນທາງ ( Passport ) ສໍາລັບນັກທ່ອງທ່ຽວຕ່າງປະເທດເພື່ອຢັ້ງຢືນ ແລະ ລາຄາປີ້ເຂົ້າຊົມ 1 ວັນ ຄົນທໍາມະດາ ລາຄາ 399 ຢວນ ຫຼື ປະມານ 5 ແສນກວ່າກີບ; ເດັກນ້ອຍ, ຜູ້ອາຍຸສູງແລະ  ຄົນພິການ 299 ຢວນ ປະມານ 3 ແສນກວ່າກີບ; ຖ້າເປັນວັນເທດສະການ ຫຼື ວັນພັກລາຄາປີ້ເຂົ້າຊົມກໍຈະແພງຂຶ້ນອີກ.

ສຳລັບປະຊາຊົນຄົນລາວເຮົາ ຖ້າຢາກໄປຫຼິ້ນສວນສະໜຸກ ດິສນີ ບໍ່ຕ້ອງໄປຮອດສະຫະລັດອາເມຣິກາ ໄປນະຄອນຊຽງໄຮ້ ສປ ຈີນ ນີ້ກໍໄດ້ໃຊ້ເວລາເດີນທາງພຽງ 4 ຊົ່ວໂມງ ກໍເດີນທາງເຖິງຊຽງໄຮ້ແລ້ວ ເພາະໃນປັດຈຸບັນໄດ້ມີສາຍການບິນລາວ ບິນກົງໄປຍັງຊຽງໄຮ້.

( ໂດຍ: ສັນຕິ )